ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຕອບຂອບໃຈ ເຖິງ ປະທານາທິບໍດີ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຕອບຂອບໃຈ ເຖິງ ປະທານາທິບໍດີ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ | ![]() |
ໃນວັນທີ 30 ທັນວາ 2022, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຕອບຂອບໃຈ ເຖິງ ທ່ານ ຊາອຽກ ເມັສຊີອາສ ໂບນໂຊນາຣຸ, ປະທານາທິບໍດີ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ເນື່ອງໃນໂອກາດທີ່ເພິ່ນໄດ້ສົ່ງສານອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ໂດຍເນື້ອໃນສານໄດ້ກ່າວວ່າ:
“ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພະນະທ່ານ ແລະ ປະຊາຊົນ ບຣາຊິນ ຕໍ່ຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຂ້າພະເຈົ້າ ແລະ ປະຊາຊົນລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ.”