ສົມເດັດ ພຣະຣາຊາ ແອັດສະປາຍ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານປະເທດ
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ສົມເດັດ ພຣະຣາຊາ ແອັດສະປາຍ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານປະເທດ | ![]() |
ໃນເດືອນທັນວາ 2022 ສົມເດັດ ພຣະຣາຊາ ເຟລິບເປ ທີ VI ແຫ່ງ ຣາຊະອານາຈັກ ແອັດສະປາຍ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ໂດຍເນື້ອໃນສານໄດ້ກ່າວວ່າ:
“ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ພ້ອມດ້ວຍ ລັດຖະບານ ແລະ ປະຊາຊົນ ແຫ່ງ ແອັດສະປາຍ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ.
ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຂໍໃຫ້ປະຊາຊົນລາວ ທີ່ຮັກແພງ ຈົ່ງມີຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ.”