ທ່ານປະທານາທິບໍດີ ເຊັກ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານປະເທດ
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານປະທານາທິບໍດີ ເຊັກ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານປະເທດ | ![]() |
ໃນເດືອນທັນວາ 2022 ທ່ານ ມີໂລຊ ເຊມານ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ໂດຍເນື້ອໃນສານໄດ້ກ່າວວ່າ:
“ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ້າພະເຈົ້າ ຂໍອວຍພອນ ມາຍັງ ພະນະທ່ານ ແລະ ປະຊາຊົນລາວ ຈົ່ງປະສົບຜົນສຳເລັດຢ່າງຫຼວງຫຼາຍ.”