ທ່ານຫົວໜ້າຜູ້ຕາງໜ້າ ອົງການຮ່ວມມືສາກົນຍີ່ປຸ່ນ ປະຈຳ ລາວ ສົ່ງຈົດໝາຍສະແດງຄວາມຍິນດີ ເຖິງ ທ່ານຮອງປະທານປະເທດ.
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານປະທານອົງການຮ່ວມມືສາກົນຍີ່ປຸ່ນ ສົ່ງຈົດໝາຍສະແດງຄວາມຍິນດີ ເຖິງ ທ່ານຮອງປະທານປະເທດ | ![]() |
ໃນວັນທີ 29 ພະຈິກ 2022 ທ່ານ ທາກາເຊະ ໂຕຊິໂອະ, ຫົວໜ້າຜູ້ຕາງໜ້າ ອົງການຮ່ວມມືສາກົນຍີ່ປຸ່ນ ປະຈຳ ລາວ ໄດ້ສົ່ງຈົດໝາຍສະແດງຄວາມຍິນດີ ເຖິງ ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດທີ່ເພິ່ນໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ ໂດຍເນື້ອໃນຈົດໝາຍໄດ້ກ່າວວ່າ:
“ຂ້າພະເຈົ້າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງ ສຳລັບການປະກອບສ່ວນ ແລະ ຜົນງານຂອງ ພະນະທ່ານ. ການຮັບຫຼຽນກຽດຕິຄຸນ ອາທິດອຸໄທ ດັ່ງກ່າວ ແມ່ນ ເໝາະສົມກັບ ພະນະທ່ານ.”