ທ່ານປະທານປະເທດ ລັດວີ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານປະເທດ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານປະທານປະເທດ ລັດວີ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານປະເທດ

ໃນວັນທີ 02 ທັນວາ 2022 ທ່ານ ອາລາ ຄາຣີສ໌, ປະທານປະເທດ ແຫ່ງ ສາທາລະນະລັດ ລັດວີ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ໂດຍເນື້ອໃນສານໄດ້ກ່າວວ່າ:

“ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄໍາຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນ ແລະ ປະເທດຂອງທ່ານ ຈົ່ງປະສົບຜົນສໍາເລັດ ແລະ ມີຄວາມຈະເລີນຮຸ່ງເຮືອງ.

ຂ້າ​ພະ​ເຈົ້າ ຂໍຖືໂອກາດນີ້ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ລະ​ຫວ່າງ ລັດວີ ແລະ ສປປ ລາວ ຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດຂອງພວກເຮົາ.”

 

ຂ່າວຫຼ້າສຸດ
ປະກາດຮັບສະໝັກ ສອບເສັງເອົາລັດຖະກອນໃໝ່ ປະຈຳປີ 2023
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ