ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ເຈົ້າຊີວິດ ມາເລເຊຍ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານປະເທດ | ![]() |
ໃນວັນທີ 01 ທັນວາ 2022 ສົມເດັດ ອັນ-ຊຸນຕັນ ອັບດຸນລາ ຣິອາຍາຕຸດດິນ ອັນ-ມຸດສະຕາ ບິນລາ ຊາ ອິບນິ ອັນມາຣູມ ຊຸນຕັນ ຮາຈິ ອາມັດ ຊາ ອັນ-ມຸດສະຕາ ອິນ ບິນລາ, ເຈົ້າຊີວິດ ແຫ່ງ ມາເລເຊຍ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ໂດຍເນື້ອໃນສານໄດ້ກ່າວວ່າ:
“ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ຄົບຮອບ 47 ປີ, ພວກຂ້າພະເຈົ້າ ຂໍຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນອົບອຸ່ນມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ພວກຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າການພົວພັນຮ່ວມມື ລະຫວ່າງ ປະຊາຊົນ ຢ່າງກວ້າງຂວາງ ຈະເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ວັດທະນະຖາວອນ ຂອງສອງຊາດພວກເຮົາ ໂດຍສະເພາະການສົ່ງເສີມການຮ່ວມມືພາຍຫຼັງ ການແຜ່ລະບາດຂອງພະຍາດໂຄວິດ-19.
ຂ້າພະເຈົ້າ ພ້ອມດ້ວຍ ມະເຫສີ ຮາຈາ ອາກົງ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງສືບຕໍ່ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນລາວ ຈົ່ງມີຄວາມສະຫງົບສຸກ, ປະສົບຜົນສຳເລັດ ແລະ ຄວາມວັດທະນະຖາວອນ ຕະຫຼອດໄປ.”