ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານປະທານປະເທດ ສົ່ງສານຕອບຂອບໃຈ ເຖິງ ສົມເດັດ ພຣະຣາຊາ ແອັດສະປາຍ | ![]() |
ໃນວັນທີ 23 ທັນວາ 2022 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຕອບຂອບໃຈ ເຖິງ ສົມເດັດ ພຣະຣາຊາ ເຟລິບເປ ທີ VI ແຫ່ງ ຣາຊະອານາຈັກ ແອັດສະປາຍ ເນື່ອງໃນໂອກາດທີ່ເພິ່ນໄດ້ສົ່ງສານອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ໂດຍເນື້ອໃນສານໄດ້ກ່າວວ່າ:
“ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ສົມເດັດ ພຣະຣາຊາ ມາຍັງ ຂ້າພະເຈົ້າ ແລະ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂໍຖືໂອກາດນີ້ ເນັ້ນຢໍ້າເຖິງຄວາມມຸ້ງໝັ້ນຂອງຂ້າພະເຈົ້າ ຕໍ່ການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາ ເພື່ອເປີດຊ່ອງທາງໃໝ່ ໃນການເຮັດວຽກຮ່ວມກັນ ໃນຂົງເຂດຕ່າງໆ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ສົມເດັດ ພຣະຣາຊາ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ອວຍພອນໃຫ້ປະຊາຊົນ ແອັດສະປາຍ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ.”