ທ່ານປະທານຄະນະລັດຖະສະພາມິດຕະພາບ ຍີ່ປຸ່ນ-ລາວ ສົ່ງຈົດໝາຍສະແດງຄວາມຍິນດີ ເຖິງ ທ່ານຮອງປະທານປະເທດ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານປະທານຄະນະລັດຖະສະພາມິດຕະພາບ ຍີ່ປຸ່ນ-ລາວ ສົ່ງຈົດໝາຍສະແດງຄວາມຍິນດີ ເຖິງ ທ່ານຮອງປະທານປະເທດ

ໃນເດືອນພະຈິກ 2022 ທ່ານ ຊຶຈິຢະ ຊິນາໂກະ, ສະມາຊິກສະພາຜູ້ແທນລາດຊະດອນ, ປະທານຄະນະລັດຖະສະພາມິດຕະພາບ ຍີ່ປຸ່ນ-ລາວ ໄດ້ສົ່ງຈົດໝາຍສະແດງຄວາມຍິນດີ ເຖິງ ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດທີ່ທ່ານໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ ຊັ້ນ 1 ຈາກລັດຖະບານຍີ່ປຸ່ນ ໂດຍເນື້ອໃນສານໄດ້ກ່າວວ່າ:

“ຂ້າພະເຈົ້າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງ ມາຍັງ ພະນະທ່ານ ທີ່ໄດ້ຮັບຫຼຽນກຽດຕິຍົດໃນຄັ້ງນີ້. ນີ້ແມ່ນລາງວັນອັນຊົງກຽດ ເພື່ອຊົມເຊີຍຜົນງານການປະກອບສ່ວນໃຫຍ່ຫຼວງມາເປັນເວລາຍາວນານຫຼາຍປີຂອງ ພະນະທ່ານ.

ຂ້າພະເຈົ້າ ເຊື່ອວ່າຄອບຄົວໄປຈົນເຖິງຄົນໃກ້ຊິດທີ່ເຮັດວຽກຮ່ວມກັບ ພະນະທ່ານ ຕະຫຼອດມາ ກໍ່ມີຄວາມປິຕິຍິນດີເຊັ່ນດຽວກັນ. ໃນໂອກາດທີ່ໜ້າຍິນດີຄັ້ງນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຍິ່ງໆຂຶ້ນດ້ວຍ.

ເມື່ອເກີດມີຄວາມສຸກໃນຄັ້ງນີ້ແລ້ວ, ຄວາມສຸກໃນຄັ້ງຕໍ່ໆໄປກໍ່ຈະຍິ່ງເກີດຂຶ້ນຕາມມາ.

ຂ້າພະເຈົ້າ ຂໍອວຍພອນໃຫ້ຄອບຄົວຂອງ ພະນະທ່ານ ຈົ່ງມີຄວາມສຸກຕະຫຼອດໄປ.”

 

ຂ່າວຫຼ້າສຸດ
ປະກາດຮັບສະໝັກ ສອບເສັງເອົາລັດຖະກອນໃໝ່ ປະຈຳປີ 2023
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ