ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານາທິບໍດີ ກາຊັກສະຖານ
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານາທິບໍດີ ກາຊັກສະຖານ | ![]() |
ໃນວັນທີ 29 ພະຈິກ 2022 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ກາສຊິມ-ໂຈມາດ ໂຕກາເຢບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ເນື່ອງໃນໂອກາດ ທີ່ໄດ້ຖືກເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ອີກສະໄໝໜຶ່ງ ໂດຍເນື້ອໃນສານໄດ້ກ່າວວ່າ:
“ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ອີກສະໄໝໜຶ່ງ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຂອງ ພະນະທ່ານ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ ແລະ ປະສົບຜົນສໍາເລັດອັນຈົບງາມທຸກປະການໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ.”