ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານາທິບໍດີ ບຣາຊິນ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານາທິບໍດີ ບຣາຊິນ

ໃນວັນທີ 03 ພະຈິກ 2022 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ລຸຍ ອິນນາຊີໂອ ລູລາ ດາ ຊີນວາ, ປະທານາທິບໍດີ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນເນື່ອງໃນໂອກາດ ທີ່ໄດ້ຖືກເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສະຫະພັນ ສາທາລະ ນະລັດ ບຣາຊິນ ໂດຍເນື້ອໃນສານໄດ້ກ່າວວ່າ:

“ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ຄົນໃໝ່.

ຂ້າພະເຈົ້າ ເຊື່ອໝັ້ນວ່າພາຍໃຕ້ການນໍາພາອັນປີຊາສາມາດຂອງ ພະນະທ່ານ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ສາທາລະນະລັດ ບຣາຊິນ ຈະໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງພະນະທ່ານ.”

 

ຂ່າວຫຼ້າສຸດ
ປະກາດຮັບສະໝັກ ສອບເສັງເອົາລັດຖະກອນໃໝ່ ປະຈຳປີ 2023
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ