ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານາທິບໍດີ ສະໂລເວນີ
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານາທິບໍດີ ສະໂລເວນີ | ![]() |
ໃນວັນທີ 21 ພະຈິກ 2022 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ນາງ ນາຕາຊາ ປຽດສ ມູຊາ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລເວນີ ເນື່ອງໃນໂອກາດ ທີ່ໄດ້ຖືກເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລເວນີ ໂດຍເນື້ອໃນສານໄດ້ກ່າວວ່າ:
“ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລເວນີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ.
ຂ້າພະເຈົ້າ ເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງ ພະນະທ່ານ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະໂລເວນີ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ເພື່ອຜົນປະໂຫຍດຂອງສອງປະເທດພວກເຮົາ ກໍ່ຄືເພື່ອສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອການພັດທະນາແບບຍືນຍົງ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງຂອງພະນະທ່ານ.”