20/12/2024

ໃນວັນທີ 17 ທັນວາ 2024 ທີ່ທໍານຽບປະທານປະເທດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເຊິ່ງນໍາໂດຍທ່ານ ນາງ ຫວູ ທິ ບິກ ຫງ໋ອກ ພັນລະຍາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ.
ໃນໂອກາດນີ້, ທ່ານ ນາງ ນາລີ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ທ່ານ ນາງ ຫວູ ທິ ບິກ ຫງ໋ອກ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເວົ້າລວມ, ເວົ້າສະເພາະ ການເຮັດວຽກຮ່ວມກັບ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊິ່ງເປັນບາດກ້າວທີ່ສໍາຄັນໃນການຍົກສູງ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ເລິກເຊິ່ງ ກວ້າງຂວາງ ມີໝາກຜົນຍິ່ງໆຂຶ້ນ ທັງເປັນການປະກອບສ່ວນ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ.
ໂອກາດນີ້ ທ່ານ ນາງ ຫວູ ທິ ບິກ ຫງ໋ອກ ຕາງໜ້າໃຫ້ກັບຄະນະ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ນາລີ ສີສຸລິດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຈາກນັ້ນ ກໍໄດ້ແຈ້ງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກໃຫ້ກັບທ່ານ ນາງ ນາລີ ສີສຸລິດ ໄດ້ຮັບຊາບອີກດ້ວຍ.