ໃນວັນທີ 05 ກຸມພາ 2021 ທີ່ຜ່ານມາ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຍື່ນສານຕາຕັ້ງ ຂອງ ບັນດາເອກອັກຄະລັດຖະທູດຕ່າງປະເທດ ຄົນໃໝ່ ປະຈໍາ ສປປ ລາວ ຕາມດຳລັບດັ່ງນີ້:
1. ຕ້ອນຮັບ ທ່ານ ອິມ ມູຮົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ.

ໃນໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ອິມ ມູຮົງ (Im Moohong) ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ ແລະ ຫວັງວ່າ ຕະຫຼອດໄລຍະຂອງການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ທ່ານທູດ ຈະປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ສ.ເກົາຫຼີ ໃນຂົງເຂດວຽກງານຕ່າງໆ ເປັນຕົ້ນແມ່ນທາງດ້ານການສຶກສາ, ສາທາລະນະສຸກ, ການພັດທະນາຊົນນະບົດ ແລະ ດ້ານອື່ນໆ ຊຶ່ງເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການສ້າງສາພັດທະນາປະເທດລາວ. ພິເສດແມ່ນການຊ່ວຍເຫຼືອດ້ານທຶນຮອນ, ອຸປະກອນການແພດ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19.
2. ຕ້ອນຮັບ ທ່ານ ເຈດດາ ກະຕະເວທິນ, ເອກອັກຄະຣາຊາທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ.

ໂອກາດນີ້, ທ່ານປະທານປະເທດ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວໄປຍັງ ພະບາດ ສົມເດັດ ເຈົ້າຊີວິດແຫ່ງ ຣາຊະອານາຈັກ ໄທ ແລະ ໄດ້ເຊື້ອເຊີນ ພະອົງ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ ພ້ອມນີ້, ກໍໄດ້ຕີລາຄາສູງ ຕໍ່ການມາຮັບໜ້າທີ່ການທູດຂອງທ່ານທູດ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນການມາສືບຕໍ່ປະຕິບັດໜ້າທີ່ການທູດຂອງທ່ານທູດ ຈະໄດ້ຮັບໝາກຜົນທີ່ດີຍິ່ງຂຶ້ນກ່ວາເກົ່າ.
ໃນໂອກາດດຽວກັນນີ້, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫຼະເວລາຕ້ອນຮັບຢ່າງອົບອຸ່ນ ແລະ ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ພ້ອມທີ່ຈະເຮັດວຽກກັບລັດຖະບານ ສປປ ລາວໃນການສົ່ງເສີມການພົວພັນຮ່ວມມືທີ່ມີຢູ່ແລ້ວນັ້ນໃຫ້ຍືນຍົງ ແລະ ຈະຮ່ວມມືຢ່າງເຕັມທີ່ໃນການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ຣາຊະອານາຈັກໄທ ແລະ ສປປ ລາວ ໃຫ້ມີບາດກ້າວອັນໃໝ່ ແລະ ຍິ່ງໃຫ່ຍກ່ວາເກົ່າ.
3. ຕ້ອນຮັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ.

ໃນໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ໂພລ ແຄລີ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ຫວັງວ່າຕະຫຼອດໄລຍະຂອງການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງທ່ານທູດ ຈະປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍຂອງສອງປະເທດພວກເຮົາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມດຽວກັນນີ້ ທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງ ອົດສະຕຣາລີ ໃນຂົງເຂດວຽກງານຕ່າງໆເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດ, ກະສິກຳ ແລະ ການເກັບກູ້ລະເບີດທີ່ບໍ່ທັນແຕກ ລວມທັງການຊ່ວຍເຫຼືອເພື່ອການຮັບມື ແລະ ແກ້ໄຂຜົນກະທົບການແຜ່ລະບາດຂອງ ພະຍາດໂຄວິດ-19 ຢູ່ ສປປ ລາວ, ຊຶ່ງໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງການສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.
ໃນໂອກາດດຽວກັນນີ້, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫຼະເວລາ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະສືບຕໍ່ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.