
ໃນວັນທີ 16 ທັນວາ 2020 ທີ່ ຫ້ອງວ່າການປະທານປະເທດ, ໄດ້ເປີດກອງປະຊຸມສະມາຊິກພັກ ຂອງອົງຄະນະພັກ ຫ້ອງວ່າການປະທານປະເທດ ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໂດຍການເປັນປະທານຂອງ ສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ມີສະມາຊິກພັກສົມບູນ ແລະ ສໍາຮອງ (ລວມມີ ສະມາຊິກພັກບໍານານທີ່ຮ່ວມຊີວິດຢູ່ບັນດາໜ່ວຍພັກກໍ່ເຂົ້າຮ່ວມ).
ກອງປະຊຸມສະມາຊິກພັກ ຂອງອົງຄະນະພັກ ຫປທ ໃນຄັ້ງນີ້ ສະມາຊິກພັກໄດ້ຮັບຟັງ ການສະເໜີບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ ຈາກ ສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດຕັ້ງປະຕິບັດໃນແຕ່ລະດ້ານ: ດ້ານວິຊາສະເພາະ, ດ້ານການເມຶືອງ-ແນວຄິດ, ດ້ານການຈັດຕັ້ງ, ວຽກງານກວດກາ, ແບບແຜນການນໍາພາ, ວຽກອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນ, ວຽກເສດຖະກິດ, ນະໂຍບາຍ ແລະ ພັດທະນາຊັບພະຍາກອນມະນຸດ. ສໍາລັບທິດທາງແຜນການ 5 ປີ ໃນຕໍ່ໜ້າອົງຄະນະພັກ ຫປທ ແມ່ນຈະໄດ້ເອົາໃຈໃສ່ປັບປຸງພາຍໃນພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເປັນເອກະພາບທາງດ້ານການເມືອງ-ແນວຄິດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ; ເຊີດຊູສະຕິຄວາມເປັນແບບຢ່າງນໍາພາຂອງພັກໃນທຸກຂົງເຂດວຽກງານ.
ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເຊິ່ງມີຜູ້ສະໝັກທັງໝົດ 07 ສະຫາຍ ເລືອກເອົາ 04 ສະຫາຍ ໃນນັ້ນເປັນຜູ້ແທນສົມບູນ 3 ສະຫາຍ, ຜູ້ແທນສຳຮອງ 1 ສະຫາຍມີ:
1. ສະຫາຍ ກິ່ງມະໂນ ພົມມະຫາໄຊ ເປັນຜູ້ແທນສົມບູນ,
2. ສະຫາຍ ເພັດສະໝອນ ພັນທະວົງ ເປັນຜູ້ແທນສົມບູນ,
3. ສະຫາຍ ນ. ອໍາມະລີ ຈັນທະພອນ ເປັນຜູ້ແທນສົມບູນ,
4. ສະຫາຍ ຄໍາຕາ ລາດຊະວົງ ເປັນຜູ້ແທນສຳຮອງ.
ເວລາຕໍ່ມາ ສະຫາຍ ຄໍາຕາ ລາດຊະວົງ ຫົວໜ້າກົມຈັດຕັ້ງ, ກວດກາ ແລະ ໂຄສະນາ ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 4145/ກປທ, ລົງວັນທີ 22 ຕຸລາ 2020 ວ່າດ້ວຍການມອບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວໃຫ້ແກ່ອາດີດການນໍາ ແລະ ພະນັກງານນໍາພາ ຫ້ອງວ່າການປະທານປະເທດ ຈໍານວນ 17 ທ່ານ ທີ່ມີຜົນງານຢ່າງຕັ້ງໜ້າ ເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ.

ໃນໂອກາດດຽວກັນນັ້ນ, ສະຫາຍ ຄໍາເມິງ ພົງທະດີ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍສະເພາະໄດ້ຮຽກຮ້ອງມາຍັງສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນຕັ້ງໜ້າປະຕິບັດແຜນການ 5 ປີ ຂອງອົງຄະນະພັກໃຫ້ປະສົບຜົນສຳເລັດຢ່າງດີ; ພ້ອມດຽວກັນນັ້ນ, ກໍ່ໄດ້ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ພະນັກງານບໍານານທີ່ໄດ້ຮັບຫຼຽນກາລະນຶກ 70 ປີ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ.