ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ ໃນໂອກາດສົ່ງທ້າຍປີເກົ່າ ປີກຸນ ພສ 2562 ແລະ ຕ້ອນຮັບປີໃໝ່ ປີຊວດ ພສ 2563 ເຊິ່ງເປັນປາງບຸນໜຶ່ງໃນຮີດ 12 ທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການ ຈາກບັນພະບູລຸດຂອງພວກເຮົາ ຂ້າພະເຈົ້າ ຂໍຖືໂອກາດອັນເປັນສິລິມຸງຄຸນນີ້ ສົ່ງຄຳອວຍພອນອັນປະເສີດມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງຄົນເຊື້ອຊາດລາວທຸກທ່ານ ທີ່ອາໄສຢູ່ຕ່າງປະເທດກໍຄືຊາວຕ່າງປະເທດທີ່ດຳລົງຊີວິດປະຕິບັດໜ້າທີ່ ແລະ ທຳມາຫາກິນຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງ ພາລະນາໄມສົມບູນ ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.
ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ ໃນປີເກົ່າ ພສ 2562 ທີ່ພວມກ້າວລ່ວງໄປນີ້ ເປັນປີແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກແຮງແຂ່ງຂັນກັນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ 8 ຢ່າງເປັນຂະບວນຟົດຟື້ນ ໂດຍໄດ້ຮັບໝາກຜົນ ທີ່ເປັນຮູບປະທຳໃນຫຼາຍດ້ານ ພ້ອມດຽວກັນ ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ເຫັນວ່າຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ ພາຍໃຕ້ການນຳພາ ຢ່າງໃກ້ຊິດຂອງພັກ-ລັດ ແລະ ການປະກອບສ່ວນຢ່າງຕັ້ງຫນ້າ ຂອງປະຊາຊົນລາວບັນດາເຜົ່າ ສປປ ລາວ ສາມາດສ້າງຜົນງານອັນໃຫຍ່ຫຼວງ ຫຼາຍດ້ານ ມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດແຫ່ງຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ດ້ວຍຈັງຫວະການຂະຫຍາຍຕົວ 6,4% ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໄດ້ 2.683 ໂດລາສະຫະລັດຂົງເຂດການສຶກສາ ວັດທະນະທຳ-ສັງຄົມ ກໍໄດ້ຮັບການເອົາໃຈໃສ່ຢ່າງຈິງຈັງ ລະບົບການເມືອງ-ການປົກຄອງ ໄດ້ຮັບການປັບປຸງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງກວ່າເກົ່າ ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ປະຊາຊົນລາວເຮົາມີຄວາມສາມັກຄີປອງດອງເປັນປຶກແຜ່ນ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ກໍໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ນັບຫຼາຍ ການພົວພັນຮ່ວມມືລະຫວ່າງປະເທດເຮົາກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ຢ່າງມີປະສິດທິຜົນ ແລະ ຖານະບົດບາດອິດທິພົນຂອງສປປ ລາວ ນັບມື້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ນະໂອກາດນີ້ ຂ້າພະເຈົ້າຂໍຕາງໜ້າໃຫ້ການນຳພັກ-ລັດ ສະແດງຄວາມຊົມເຊີຍ ສັນລະເສີນຄວາມຂອບໃຈຢ່າງຈິງໃຈມາຍັງສະມາຊິກພັກ ພະນັກງານ ທະຫານ ຕຳຫຼວດ ແລະ ພີ່ນ້ອງຮ່ວມຊາດທຸກເຜົ່າ-ທຸກຊັ້ນຄົນໃນຂອບເຂດທົ່ວປະເທດ ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດ ດ້ວຍຄວາມເປັນເຈົ້າການ ຫ້າວຫັນຕະຫຼອດປີທີ່ຜ່ານມາ.
ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວທີ່ຮັກແພງທັງຫຼາຍ ປີຊວດ ພສ 2563 ທີ່ພວມກ້າວເຂົ້າມາ ເປັນປີທີ່ມີຄວາມໝາຍສຳຄັນ ສຳລັບ ສປປ ລາວ ເຮົາ ເຊິ່ງເປັນປີມ້ວນທ້າຍແຫ່ງການຈັດຕັ້ງຜັນຂະຫຍາຍ ໜ້າທີ່ວຽກງານຫຼາຍຢ່າງ ທີ່ສຳຄັນຂອງພັກ ແລະ ຂອງຊາດໃນນັ້ນ ພວກເຮົາຈະໄດ້ພ້ອມກັນ ສຸມໃສ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍສະເພາະ ການຟື້ນຟູປົວແປງຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດໃນຫວ່າງແລ້ວນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ຈັດຕັ້ງປະຕິ ບັດເປົ້າໝາຍ “ສູ້ຊົນພັດທະນາປະເທດເຮົາ ໃຫ້ຫຼຸດພົ້ນອອກຈາກສະຖານະພາບ ຄວາມດ້ອຍພັດທະນາໃນອະນາຄົດອັນໃກ້ນີ້ ເພື່ອກ້າວໄປສູ່ປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ຕາມທິດພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ 2030”.
ເຖິງຢ່າງໃດກໍຕາມ ການບັນລຸເປົ້າໝາຍດັ່ງກ່າວ ຖືເປັນພາລະກິດອັນໜັກໜ່ວງຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ເນື່ອງຈາກ ສປປ ລາວ ຍັງປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍ້ອນເກີດໄພພິບັດທຳມະຊາດພະຍາດລະບາດ ແລະ ໄພແຫ້ງແລ້ງຖະຫຼົ່ມໃສ່ປະເທດພວກເຮົາຫຼາຍຄັ້ງໃນຊຸມປີຜ່ານມາ ຍິ່ງໄປກວ່ານັ້ນ ປັດຈຸບັນຫຼາຍປະເທດໃນທົ່ວໂລກ ລວມທັງ ສປປ ລາວ ເຮົາ ພວມປະເຊີນກັບວິກິດການແຜ່ລະບາດຮ້າຍແຮງຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບເປັນວົງກວ້າງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດ ຂອງບັນດາປະຊາຊາດໃນໂລກເວົ້າສະເພາະຢູ່ ສປປ ລາວ ເຮົາ ພັກ ແລະ ລັດຖະບານ ແມ່ນມີຄວາມເປັນຫ່ວງເປັນໄຍທີ່ສຸດ ໃນການກັນໂຕ້ຕອບ ແລະ ແກ້ໄຂກ່ຽວກັບພະຍາດນີ້ ໃນນັ້ນໄດ້ ມີການຕິດຕາມສະພາບການຢ່າງໃກ້ຊິດ ປະເມີນສະຖານະການ ຢ່າງສະໝ່ຳສະເໝີ ເພື່ອວາງມາດຕະການ ໃຫ້ເຫມາະສົມ ແລະ ເຂົ້າກັບ ສະພາບການຢ່າງທັນເວລາ ເພື່ອຫຼຸດຜ່ອນການເຈັບເປັນຂອງປະຊາຊົນ ແລະ ຈຳກັດການແຜ່ລະບາດຂອງພະຍາດ ໃນຄັ້ງນີ້ໃຫ້ຢູ່ໃນວົງແຄບ ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງມາຍັງສ່ວນບຸກຄົນ ນິຕິບຸກຄົນ ແລະ ພາກສ່ວນຕ່າງໆ ໃນສັງຄົມທັງພາກລັດ ແລະ ເອກະຊົນຈົ່ງໃຫ້ການຮ່ວມມື ແລະ ປະຕິບັດຕາມມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດໄດ້ປະກາດອອກໄປແລ້ວນັ້ນຢ່າງເຂັ້ມງວດ.
ພ້ອມດຽວກັນ ຂ້າພະເຈົ້າຂໍຖືໂອກາດນີ້ ຕາງຫນ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຄວາມຂອບໃຈ ຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການ ຕໍ່ພາລະກິດດັ່ງກ່າວນີ້ດ້ວຍ.
ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວທີ່ຮັກແພງທັງຫຼາຍຕໍ່ຫນ້າສະພາບການດັ່ງທີ່ກ່າວມາຂ້າງເທິງນັ້ນ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງອີກເທື່ອໜຶ່ງ ມາຍັງພີ່ນ້ອງຮ່ວມຊາດ ສະມາຊິກພັກ ພະນັກງານ ທະຫານ ຕຳຫຼວດ ຈົ່ງພ້ອມກັນເພີ່ມທະວີຮັກສາມູນເຊື້ອຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາຜ່ານຜ່າສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບໃນປັດຈຸບັນສືບຕໍ່ເສີມຂະຫຍາຍຜົນສຳເລັດອັນດີງາມ ແລະ ຕັ້ງໜ້າແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນປີທີ່ຜ່ານມາໃຫ້ຫຼຸດໜ້ອຍຖອຍລົງ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຈົ່ງອ່ວຍໜ້າກັບມາຫາປະເທດ ບ້ານເກີດຂອງເຊື້ອເຜົ່າພົງພັນພວກເຮົາ ຮ່ວມກັບປະຊາຊົນໃນຊາດ ເພື່ອຮ່ວມກັນເຮັດໃຫ້ປະເທດຊາດທີ່ແສນຮັກຂອງພວກເຮົາ ມັ່ງຄັ່ງ ເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມມີຄວາມສາມັກຄີປອງດອງ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລຍິ່ງໆຂຶ້ນໄປ.
ຂໍອວຍພອນໃຫ້ປີໃໝ່ ປີຊວດ ພສ 2563 ນຳເອົາໂຊກໄຊ ຜົນສຳເລັດໃໝ່ ແລະ ຄວາມຢູ່ເຢັນເປັນສຸກມາສູ່ປວງຊົນລາວທັງຊາດດ້ວຍເທີ້ນ.