ທ່ານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ເມືອງ ແລະ ແຂວງຫຼວງພະບາງ.
- ປີ 1950: ເປັນປະທານແນວລາວອິດສະຫຼະ.
- ປີ 1956-1979: ເປັນປະທານຄະນະກໍາມະການສູນກາງແນວລາວຮັກຊາດ.
- ປີ 1974: ເປັນຄະນະມົນຕີປະສົມການເມືອງແຫ່ງຊາດ.
- ປີ 1975-1986: ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ຄົນທໍາອິດຂອງ ສປປ ລາວ
- ປີ 1975-1989: ເປັນປະທານສະພາປະຊາຊົນສູງສຸດ.
- ເສຍຊີວິດວັນທີ 9 ມັງກອນ 1995.