ຫໍຄໍາ

ທໍານຽບປະທານປະເທດ

 1. ປະຫວັດຄວາມເປັນມາຂອງຫໍຄໍາ.                                                                                                                               

ຫໍຄໍາ ແມ່ນຊື່ຂອງຫໍຜາສາດໃນພະລາດຊະວັງທີ່ພະເຈົ້າໄຊເສດຖາທິລາດ ໄດ້ນໍາພາສ້າງຂື້ນໃນໄລຍະທີ່ເມືອງວຽງຈັນ ໄດ້ຮັບການສະຖາປະນາເປັນນະຄອນ ຫຼວງຂອງລາຊະອານາຈັກລາວລ້ານຊ້າງ ປີ 1560. ຫໍຄໍາ ໄດ້ເປັນທີ່ປະທັບ ແລະ ບໍລິຫານລາດຊະການແຜ່ນດິນຂອງພະເຈົ້າໄຊເສດຖາທິລາດ ແລະ ເຈົ້າຊີວິດອົງ ຕໍ່ໆມາ. ຖ້າເວົ້າເຖິງອາຍຸຂອງນະຄອນຫຼວງວຽງຈັນ ທີ່ມີມານານກວ່າ 450 ປີ, ຫໍຄໍາ ກໍ່ມີອາຍຸໄລ່ເລັ່ຍກັນມາ ແລະ ໄດ້ຖືກເພີ່ມເຕີມສິລະປະອັນງົດງາມຂື້ນເລື້ອຍໆຈົນເຖິງສະໄໝເຈົ້າສຸລິຍະວົງສາ ທໍາມິກະລາດ (1637-1694). ຕາມບັນທຶກທາງປະຫວັດສາດຂອງຊາດລາວ, ຫໍຄໍາ ໄດ້ມີຄວາມສະຫງ່າອົງອາດ ທາງດ້ານສະຖາປັດຕະຍາກໍາ ແລະ ສິນລະປະກໍາ, ໄດ້ມີການປະດັບເອ້ຍ້ອງດ້ວຍວັດຖຸມີຄ່າ ເປັນຕົ້ນແມ່ນຍອດສໍ່ຟ້າສີຄໍາທີ່ສະທ້ອນແສງເຫຼືອງເຫຼື້ອມນັ້ນ ເປັນການບົ່ງບອກເຖິງຄວາມສີວິໄລຂອງໝົດສັງຄົມລາວ ທີ່ມີວັດທະນະທໍາອັນອຸດົມຮັ່ງມີ ແລະ ຄວາມມີເອກະລັກຂອງສະໄໝລາວບູຮານ.

ບໍ່ພຽງແຕ່ພື້ນຖານທາງປະຫວັດສາດຂອງຊາດລາວ ທີ່ມີກ່ຽວກັບຫໍຄໍາ ຫຼື ພະລາດຊະວັງໃນເມື່ອກ່ອນເທົ່ານັ້ນໄດ້ຢັ້ງຢືນໄວ້, ແຕ່ຍັງມີບົດບັນທຶກທີ່ຂຽນໂດຍຊາວຕາ ເວັນຕົກ ເປັນຕົ້ນແມ່ນ ທ່ານ ວັນວຸດສະຕົບ ຊາວໂຮນລັງ ແລະ ຄຸນພໍ່ມາຣີນີ ກັບ ຄຸນພໍ່ ເລຣີອາ ເຊິ່ງໄດ້ມາພົບເຫັນ ແລະ ຢ້ຽມຢາມສໍາພັດດ້ວຍຕົນເອງ. ໃນປີ 1641, ເມື່ອທ່ານ ວັນວຸດສະຕົບ ໄດ້ມາເຖິງວຽງຈັນກໍ່ໄດ້ຍົກຍ້ອງວ່າ ພຸດທະສາດສະໜາຈະເລີນຮຸ່ງເຮືອງຫຼາຍ, ພະສົງໃນນະຄອນຫຼວງວຽງຈັນມີຫຼາຍ ກວ່າທະຫານໃນກອງ ທັບຂອງພະເຈົ້າແຜ່ນດິນເຢຍລະມັນອີກຊໍ້າ ແລະ ມີວັດວາອາຣາມໃຫ່ຍໆ ແລະ ງົດງາມກວ່າປະເທດອື່ນໆ, ສ່ວນຄຸນພໍ່ມາຣີນີ ແລະ ເລຣີອາ ຊາວອີຕາລີ ຜູ້ທີ່ໄດ້ເຂົ້າມານະຄອນຫຼວງວຽງຈັນ ໃນປີ 1642 ແລະ ໄດ້ຢູ່ເຖິງ 4 ປີນັ້ນໄດ້ຂຽນໄວ້ວ່າ: “ເມືອງທີ່ພະເຈົ້າແຜ່ນດິນປະທັບຢູ່ເປັນປົກກະຕິ ທີ່ຕັ້ງຢູ່ກາງລາດຊະອານາຈັກ, ພະນະຄອນຮຽກວ່າ ວຽງຈັນ. ພະລາດຊະວັງມີໂຄງສ້າງທີ່ສົມສ່ວນກົມກືນ ແລະ ສະຫງ່າງາມ ເມື່ອແນມແຕ່ໄກ ກໍເຫັນເປັນຍອດໆ, ເບື້ອງໜຶ່ງມີກໍາແພງອ້ອມສູງ ແລະ ມີຄອງນໍ້າກວ້າງເລິກ, ອີກດ້ານໜຶ່ງມີນໍ້າຂອງຂັ້ນຢູ່ ອັນເປັນກໍາແພງປ້ອງກັນສັດຕູໄດ້ເປັນຢ່າງດີ. ຕາມຄວາມຈິງແລ້ວ ພະລາດຊະວັງນີ້ ແມ່ນເຫັນວ່າກວ້າງໃຫ່ຍທີ່ສຸດ ພາໃຫ້ເຂົ້າ ໃຈວ່າເປັນເມືອງໃຫ່ຍແຫ່ງໜຶ່ງ ທີ່ມີຜູ້ຄົນຢູ່ເປັນຈໍານວນຫຼວງຫຼາຍ. ຫໍໂຮງຂອງພະເຈົ້າແຜ່ນດິນປະທັບຢູ່ນັ້ນ ມີປະຕູ ໂຂງຄວັດເປັນລວດລາຍງາມທີ່ສຸດ. ນອກນັ້ນ ກໍມີຫຼາຍຫ້ອງອີກງົດງາມເກືອບເທົ່າໆກັນ ແລະ ຍັງມີຫ້ອງໜຶ່ງທີ່ກວ້າງໃຫ່ຍຫຼາຍ ຊຶ່ງນໍາໃຊ້ເປັນຫ້ອງຮັບແຂກບ້ານແຂກເມືອງ, ໄມ້ຊຶ່ງໃຊ້ປຸກ ຫໍໂຮງ ນີ້ເປັນໄມ້ເນື້ອແຂງຄວັດເປັນລວດລາຍ ທັງພາຍນອກ ແລະ ພາຍໃນຢ່າງງົດງາມທີ່ສຸດ ທັງຟອກດ້ວຍຄໍາປິວໄປໝົດ ອັນພາໃຫ້ຮູ້ສຶກວ່າ ແມ່ນເອົາຄໍາແທ້ໆມາປະດັບໃສ່. ເດີ່ນຂອງພະລາດ ຊະວັງນັ້ນກວ້າງຂວາງ ມີເຮືອນປຸກລຽນກັນເປັນແຖວ ກໍ່ດ້ວຍດິນຈີ່ ແລະ ມຸງດ້ວຍດິນຂໍ ສ້າງໄວ້ສໍາລັບຄົນຮັບໃຊ້ ແລະ ຂຸນນາງຜູ້ໃຫ່ຍ. ຖ້າຈະບັນລະຍາຍຢ່າງລະອຽດ ເຖິງຄວາມອຸດົມຮັ່ງມີຂອງ ຫໍໂຮງ, ສວນສາດອຸທະຍານ ແລະ ສິ່ງອື່ນໆ ໃນພະລາດຊະວັງແຫ່ງນີ້ແລ້ວ, ຂ້າພະເຈົ້າຄົງຈະຂຽນເປັນປື້ມເຫຼັ້ມໜຶ່ງຕ່າງຫາກ”.

ຜ່ານໄລຍະເວລາ 450 ກວ່າປີມານັ້ນ, ຫໍຄໍາລວມທັງຫໍໂຮງຕ່າງໆໃນພະລາດຊະວັງແຫ່ງນະຄອນຫຼວງວຽງຈັນ ທີ່ສີວິໄລງົດງາມ, ໂດດເດັ່ນ ແລະ ຮຸ່ງເຮືອງເຫຼືອງເຫຼື່ອມທີ່ໄດ້ຮັບການພັດທະນາຂື້ນຕ່ື່ມໃນສະໄໝ ເຈົ້າສຸລິຍະວົງສາ ຊຶ່ງເປັນມະຫາກະສັດຜູ້ຍິ່ງໃຫ່ຍ ແລະ ມີຊື່ສຽງຂອງລາວລ້ານຊ້າງໃນທ້າຍສັດຕະວັດທີ XVII ນັ້ນ, ບໍ່ມີສິ່ງເສດເຫຼືອຫຍັງຈະໃຫ້ເຫັນອີກແລ້ວ ຍ້ອນຖືກທໍາລາຍ ແລະ ເຜົາຜານຈົນຮາບກ້ຽງເຖິງສອງຄັ້ງໂດຍສັກດີນາສະຫຍາມ ໃນປີ 1780 ແລະ ປີ 1828. ຈາກນັ້ນມາ ຫໍຄໍາ, ພະລາດຊະວັງ ແລະ ນະຄອນຫຼວງວຽງຈັນ ກໍ່ໄດ້ກາຍເປັນເມືອງຮ້າງ, ປະເປັນປ່າຊ້າງດົງເສືອເຖິງ 37 ປີ. ຕໍ່ມາອີກ ຈົນເຖິງການເຂົ້າມາຄອບຄອງຂອງພວກລ່າເມືອງຂື້ນຂອງຝຣັ່ງເສດ ເຊິ່ງໄດ້ຕໍ່ລອງກັນ ດ້ວຍການເຮັດສັນຍາແບ່ງດິນແດນອານາຈັກລາວລ້ານຊ້າງ ລະຫວ່າງ ຝຣັ່ງເສດ ແລະ ສະຫຍາມ ໂດຍທີ່ຝຣັ່ງເສດ ໄດ້ຍຶດເອົາເບື້ອງຝັ່ງຊ້າຍຂອງແມ່ນໍ້າຂອງ ແລະ ຍົກດິນແດນຝັ່ງຂວາແມ່ນໍ້າຂອງ ທີ່ກວມເອົາເຖິງດົງພະຍາໄຟໃຫ້ແກ່ສະຫຍາມ ນັບແຕ່ປີ 1893 ເປັນຕົ້ນມາ.

ຊື່ຂອງ ຫໍຄໍາ, ຫໍໂຮງອື່ນໆ ກໍຄືພະລາດຊະວັງ ຍັງຄົງເຫຼືອແຕ່ຮ່ອງຮອຍທາງປະຫວັດສາດ, ສ່ວນວັດວາອາຣາມທີ່ຢູ່ອ້ອມແອ້ມຍັງຄົງເຫຼືອແຕ່ຊາກເພພັງ ແລະ ກໍ່ໄດ້ຮັບການບູລະນະຄືນເປັນແຕ່ລະໄລຍະ ຕາມຮູບແບບທີ່ຄ້າຍຄຽງກັນ ຕາມສົມມຸດຖານຂອງນັກປົວແປງເທົ່ານັ້ນ.

ນະຄອນຫຼວງວຽງຈັນ ໃນສະໄໝອານາຈັກລ້ານຊ້າງຮຸ່ງເຮືອງ

ນະຄອນຫຼວງວຽງຈັນ ໃນສະໄໝອານາຈັກລ້ານຊ້າງຮຸ່ງເຮືອງ

 

ຮູບສົມມຸດຖານ ພະລາດຊະວັງ ໃນສະໄໝກ່ອນ

ຮູບສົມມຸດຖານ ພະລາດຊະວັງ ໃນສະໄໝກ່ອນ

ກໍາແພງຂອງພະລາດຊະວັງ ທີ່ໄດ້ຄົ້ນພົບ ໃນເວລາສໍາຫຼວດ ແລະ ກໍ່ສ້າງທາງ ໃນໄລຍະປີ 2005-2007 ທີ່ນະຄອນຫຼວງຈັນ ໂດຍຊ່ຽວຊານຍີ່ປຸນ

ກໍາແພງຂອງພະລາດຊະວັງ ທີ່ໄດ້ຄົ້ນພົບ ໃນເວລາສໍາຫຼວດ ແລະ ກໍ່ສ້າງທາງ ໃນໄລຍະປີ 2005-2007 ທີ່ນະຄອນຫຼວງຈັນ ໂດຍຊ່ຽວຊານຍີ່ປຸນ

ຄອກຊ້າງຂອງພະລາດຊະວັງ ທີ່ໄດ້ຄົ້ນພົບຢູ່ບໍລິເວນຫໍຄໍາ (ຂ້າງຫໍພະແກ້ວ) ໃນເວລາກໍ່ສ້າງໂຮງແຮມເປຼຊີເດັນ ປີ 2013

ຄອກຊ້າງຂອງພະລາດຊະວັງ ທີ່ໄດ້ຄົ້ນພົບຢູ່ບໍລິເວນຫໍຄໍາ (ຂ້າງຫໍພະແກ້ວ) ໃນເວລາກໍ່ສ້າງໂຮງແຮມເປຼຊີເດັນ ປີ 2013

ຊາກຫໍພະແກ້ວທີ່ຖືກທໍາລາຍ ແຕ້ມໂດຍ ເດີລາປັອກ, ນັກສໍາຫຼວດຄົນຝຣັ່ງ ທີ່ເຂົ້າມາລາວໄລຍະປີ 1866-1868

ຊາກຫໍພະແກ້ວທີ່ຖືກທໍາລາຍ ແຕ້ມໂດຍ ເດີລາປັອກ, ນັກສໍາຫຼວດຄົນຝຣັ່ງ ທີ່ເຂົ້າມາລາວໄລຍະປີ 1866-1868

 2. ຫໍຄໍາ ໃນສະໄໝການປົກຄອງຂອງຝຣັ່ງເສດ ແລະ ໃນລະບອບລາດຊະອານາຈັກລາວ.

ຫຼັງຈາກທີ່ ຝຣັ່ງເສດ ໄດ້ປະກາດຍຶດເອົາລາວເປັນອານານິຄົມຂອງເຂົາ ໃນປີ 1893 ແລ້ວ, ເຂົາກໍ່ໄດ້ມີການກໍານົດເຂດປົກຄອງຢູ່ລາວດ້ວຍສອງຮູບການຄື: ເອົາອາ ນາຈັກຫຼວງພະບາງເປັນເຂດອາລັກຂາ ພ້ອມດ້ວຍ 4 ແຂວງທາງພາກເໜືອ ແລະ ກໍານົດເອົານະຄອນຫຼວງວຽງຈັນ ພ້ອມທັງ 10 ແຂວງພາກກາງ ແລະ ໃຕ້ ເປັນຫົວເມືອງຂຶ້ນໂດຍກົງ. ສ່ວນຢູ່ນະຄອນຫຼວງວຽງຈັນ ກໍ່ໄດ້ມີການສໍາຫຼວດສະຖານທີ່ ເພື່ອປຸກສ້າງສໍານັກງານ ແລະ ເຮືອນພັກຂອງຂ້າຫຼວງໃຫ່ຍຝຣັ່ງເສດ ຢູ່ວຽງຈັນ ໂດຍກໍານົດເອົາບໍລິເວນຂອບເຂດ ຫໍຄໍາ ເປັນທີ່ຕັ້ງ, ເຊັ່ນໃນປີ 1901 ໄດ້ມີການປຸກສ້າງສໍານັກງານຂອງຂ້າຫຼວງໃຫ່ຍຝຣັ່ງເສດປະຈໍາລາວ ຕໍ່ມາຖືກນໍາໃຊ້ເປັນສະພາຜູ້ແທນລາດ ຊະດອນໃນຊຸມປີ 50 (ໃນປີ 1974 ໄດ້ມີການປຸກສ້າງຕຶກຫໍຄໍາແທນທີ່) ແລະ ເຮືອນພັກຂອງຂ້າຫຼວງໃຫ່ຍຝຣັ່ງເສດ ໃນປີ 1908-1910 ຕັ້ງຢູ່ຂ້າງຫໍພະແກ້ວ ເຊິ່ງໃນປະຈຸບັນນີ້ໄດ້ມີການປຸກຫໍຮັບແຂກປະມຸກລັດຂື້ນແທນ. ໃນໄລຍະກາງປີ 1940, ປະເທດຝຣັ່ງເສດ ໄດ້ຕົກຢູ່ໃນສະພາບອ່ອນເພຍຈາກສົງ ຄາມໂລກຄັ້ງທີ 2 ແລະ ໄດ້ຍອມຈໍານົນຕໍ່ພວກຟາຊິດເຢຍລະມັນ ອັນເປັນເງື່ອນ ໄຂອໍານວຍໃຫ້ພວກຂຸນເສິກຍີ່ປຸ່ນ ເຂົ້າມາຍຶດຄອງເອົາອິນດູຈີນຝຣັ່ງເສດ ຊຶ່ງມີທັງຫວຽດນາມ, ກໍາປູເຈຍ ແລະ ລາວ. ມາເຖິງກາງປີ 1945, ຍີ່ປຸ່ນ ກໍ່ໄດ້ປາລາໄຊໃນການແຜ່ຂະຫຍາຍອານາເຂດຂອງຕົນຢູ່ອາຊີ-ປາຊີຟີກ ໃນໄລຍະສົງຄາມໂລກຄັ້ງທີ 2 ອັນໄດ້ເປັນຊ່ອງຫວ່າງເຮັດໃຫ້ຊັ້ນຄົນລາວທີ່ຮັກຊາດ ນໍາໂດຍຂະບວນການລາວອິດສະຫຼະລຸກຂື້ນປະກາດເອົາຄວາມເປັນເອກະລາດຂອງລາວ ແຍກຕົວອອກຈາກການປົກຄອງຂອງຝຣັ່ງເສດຢ່າງເປັນທາງການ ໃນວັນທີ 12 ຕຸລາ 1945 ໂດຍໄດ້ຊັກທຸງຊາດຜືນໃໝ່ຂື້ນເສົາຢູ່ຕໍ່ໜ້າເຮືອນພັກຂອງຂ້າຫຼວງໃຫ່ຍຝຣັ່ງເສດ ຜູ້ປະຈໍາການຢູ່ລາວ (ຊຶ່ງແມ່ນທຸງຊາດ ລາວເຮົາປະຈຸບັນ) ຢູ່ບໍລິເວນ ຫໍຄໍາ ນັ້ນເອງ. ແຕ່ມາເຖິງກາງປີ 1946, ຝຣັ່ງເສດໄດ້ເສີມກໍາລັງໃໝ່ກັບມາຕໍ່ສູ້ຟື້ນຟູການຄອບຄອງລາວອີກ ແລະ ໄດ້ປ່ຽນແປງນະໂຍ ບາຍ ໂດຍຍອມມອບໃຫ້ລາວໄດ້ຮັບສິດປົກຄອງຕົນເອງສ່ວນໃດສ່ວນໜຶ່ງ ໃນຂອບເຂດທີ່ເຂົາຈັດໃຫ້ເຂົ້າໃນສະຫະພັນອິນດູຈີນຝຣັ່ງເສດ. ສ່ວນອາຄານສໍານັກງານຂ້າຫຼວງໃຫ່ຍຝຣັ່ງເສດຢູ່ວຽງຈັນໃນບໍລິເວນຫໍຄໍາກໍໄດ້ໃຫ້ນໍາໃຊ້ເປັນສະພາຜູ້ແທນລາດຊະດອນໃນໄລຍະຕໍ່ມາ. ພາຍຫຼັງສົງຄາມອິນດູຈີນໄດ້ສິ້ນສຸດລົງໃນປີ 1954, ຝຣັ່ງເສດ ໄດ້ຮັບຮູ້ຄວາມເປັນເອກະລາດ ຢ່າງສົມບູນຂອງລາວ, ຫວຽດ ນາມ ແລະ ກໍາປູເຈຍ. ລັດຖະບານລາດຊະອານາຈັກລາວ ຈຶ່ງປຸກສ້າງຫໍສະພາໃໝ່ຊຶ່ງແມ່ນຕຶກເກົ່າ ຂອງສໍານັກງານນາຍົກປະຈຸບັນນີ້. ສ່ວນສໍານັກງານ ຂອງຂ້າຫຼວງໃຫ່ຍຝຣັ່ງຢູ່ຂອບເຂດ ຫໍຄໍາ ຈຶ່ງຖືກມ້າງອອກແລ້ວ ແລະ ໄດ້ສ້າງສາລາ, ສວນ ແລະ ເດີ່ນກິລາເຕັນນິສ ແທນທີ່ ເປັນການຊົ່ວຄາວ.

ແຜນທີ່ຂອງ Lajonquière 1901

ແຜນທີ່ຂອງ Lajonquière 1901

ທໍານຽບຂອງຂ້າຫຼວງໃຫຍ່ຝຣັ່ງ ປະຈໍາລາວ (ສ້າງໃນປີ 1901), ໄດ້ຖືກມ້າງຖີ້ມ  ແລ້ວສ້າງ ຫໍຄໍາຂື້ນແທນໃນປີ 1974 Hotel de la residence superieure constrult en 1901 (appelé sale de fêtes après)

ທໍານຽບຂອງຂ້າຫຼວງໃຫຍ່ຝຣັ່ງ ປະຈໍາລາວ (ສ້າງໃນປີ 1901), ໄດ້ຖືກມ້າງຖີ້ມ ແລ້ວສ້າງ ຫໍຄໍາຂື້ນແທນໃນປີ 1974 Hotel de la residence superieure constrult en 1901 (appelé sale de fêtes après)

ເຮືອນພັກຂອງຂ້າຫຼວງໃຫຍ່ຝຣັ່ງ ປະຈໍາລາວ (Maison du résident superieur),  ສ້າງຂື້ນລະຫວ່າງປີ 1908-10

ເຮືອນພັກຂອງຂ້າຫຼວງໃຫຍ່ຝຣັ່ງ ປະຈໍາລາວ (Maison du résident superieur), ສ້າງຂື້ນລະຫວ່າງປີ 1908-10

ຫໍຄໍາ ໄດ້ກາຍເປັນສັນຍາລັກໃນຈິນຕະນາການຂອງຄົນລາວທັງປວງ, ບໍ່ວ່າກ່ອນກໍຄືພາຍຫຼັງການສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຈະແມ່ນຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ກໍ່ລ້ວນແຕ່ຮູ້ຈັກຜືນແຜ່ນດິນຕອນນີ້ ເຊິ່ງໄດ້ມີ ຫໍຄໍາ ອັນລືຊື່ປະດິດສະຖານມາຢ່າງຍາວນານ. ເຖິງວ່າບາງໄລຍະ ແຜ່ນດິນຕອນນີ້ຈະບໍ່ມີ ແມ້ແຕ່ເງົາຂອງຫໍຜາສາດທີ່ແທ້ຈິງຕັ້ງຢູ່ ແລະ ຫໍໂຮງຕ່າງໆນັ້ນກໍ່ຕາມ, ແຕ່ເມື່ອມີອາຄານໃດໜຶ່ງປະກົດຢູ່ທີ່ນີ້, ຜູ້ຄົນທັງຫຼາຍທີ່ກາຍໄປມາໃນບໍລິເວນດັ່ງກ່າວນີ້ ກໍ່ຈະຖືວ່າແມ່ນ ຫໍຄໍາ ຕາມໆກັນໄປ.

ໃນປີ 1974 ລັດຖະບານປະສົມຊົ່ວຄາວ ທີ່ໄດ້ຮັບການສ້າງຕັ້ງຂື້ນຕາມສັນຍາວຽງຈັນປີ 1973 ເຊິ່ງປະກອບດ້ວຍຕົວແທນຂອງຝ່າຍກໍາລັງຮັກຊາດ ແລະ ກໍາລັງຂອງຝ່າຍວຽງຈັນໄດ້ມີການຕົກລົງສ້າງ ຫໍຄໍາ ຫຼັງໃໝ່ ເພື່ອຈຸດປະສົງນໍາໃຊ້ໃຫ້ເປັນທີ່ປະທັບຂອງເຈົ້າຊີວິດຈາກຫຼວງພະບາງໃນເວລາມາເຄື່ອນໄຫວລາດຊະການຢູ່ນະຄອນ ຫຼວງວຽງຈັນ, ຕາມຮູບແບບສະຖາປັດຕະຍະກໍາຂອງຝຣັ່ງ ໂດຍສະເດັດເຈົ້າສຸວັນນະພູມມາ, ນາຍົກລັດຖະມົນຕີ ໃນເວລານັ້ນ ໄດ້ຕົກລົງເອົາແບບ ຜາສາດຕຼີອານນົງ (Trianon) ຂອງຝຣັ່ງມາປຸກສ້າງ. ສະນັ້ນການກໍ່ສ້າງອາຄານດັ່ງກ່າວ ຈຶ່ງໄດ້ເລີ່ມຕົ້ນມາໃນປີ 1975, ແຕ່ບໍ່ທັນສໍາເລັດຢ່າງສົມບູນກໍ່ໄດ້ມີການປ່ຽນແປງລະບອບ ການປົກຄອງເກົ່າ. ພາຍຫຼັງການສະຖາປະນາ ສປປ ລາວ ວັນທີ 2 ທັນວາ ປີ 1975 ປະທານສຸພານຸວົງ, ປະທານປະເທດ ສປປ ລາວ ຜູ້ທໍາອິດກໍ່ໄດ້ຈັດງານລ້ຽງສະເຫຼີມສະຫຼອງຂື້ນ ໃນວັນທີ 5 ທັນວາ ຢູ່ທີ່ເດີ່ນ ຫໍຄໍາ ຕໍ່ໜ້າ ທີ່ປະທັບຂອງເຈົ້າຊີວິດອົງສຸດທ້າຍ ໂດຍມີການເຂົ້າຮ່ວມຂອງ ທ່ານ ໄກສອນ ພົມວິ ຫານ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ, ທັງເປັນນາຍົກລັດຖະ ມົນຕີ ໃນເວລານັ້ນ ແລະ ບັນດາຜູ້ນໍາພັກ-ລັດ, ຜູ້ຊົງຄຸນວຸດທິ, ບັນດາທຸຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ຢູ່ວຽງຈັນ. ການປ່ຽນແປງລະບອບການປົກຄອງຢູ່ລາວ ຈາກລະບອບລາຊາທິປະໄຕ ມາເປັນ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໂດຍໄດ້ຜ່ານກອງປະຊຸມໃຫ່ຍຜູ້ແທນປະຊາຊົນລາວທົ່ວປະເທດ ອັນໄດ້ມີການສະຫຼະລາຊະສົມບັດ ແລະ ພະທີ່ນັ່ງຂອງເຈົ້າຊີວິດ ແລ້ວກໍໄດ້ມີການເລືອກຕັ້ງເອົາ ທ່ານ ສຸພານຸວົງ ເປັນປະທານປະເທດ. ດັ່ງນັ້ນ, ໃນຖານະປະມຸກລັດ ທ່ານ ສຸພານຸວົງ ກໍ່ໄດ້ສືບຕໍ່ນໍາໃຊ້ ຫໍຄໍາ ຫຼື ວັງສໍາຮອງຂອງເຈົ້າຊີວິດໃນເມື່ອກ່ອນ ເພື່ອການເຄື່ອນໄຫວລັດຖະກິດຂອງປະທານປະເທດ.

ພິທີຈັດງານລ້ຽງສະເຫຼີມສະຫຼອງ ໃນວັນທີ 5 ທັນວາ ຢູ່ທີ່ເດີ່ນ ຫໍຄໍາ

ພິທີຈັດງານລ້ຽງສະເຫຼີມສະຫຼອງ ໃນວັນທີ 5 ທັນວາ ຢູ່ທີ່ເດີ່ນ ຫໍຄໍາ

ຈາກນັ້ນ, ການນໍາພັກ-ລັດ ຈຶ່ງໄດ້ຕົກລົງໃນປີ 1976 ໃຫ້ສືບຕໍ່ກໍ່ສ້າງ ແລະ ໄດ້ນໍາໃຊ້ຢ່າງເປັນທາງການໃນຊຸມປີຕໍ່ມາ. ອາຄານ ຫໍຄໍາ ໄດ້ສ້າງເປັນ 2 ຊັ້ນ ແລະ ມີຊັ້ນໃຕ້ດິນ ເຊິ່ງມີຂະໜາດຄວາມຍາວ 38,25 ແມັດ, ຄວາມກວ້າງ 54,25 ແມັດ ແລະ ສູງ 14,20 ແມັດ. ຫຼັງຈາກທີ່ໄດ້ນໍາໃຊ້ເປັນທາງການແລ້ວ ຫໍຄໍາ ກໍ່ໄດ້ເປັນສະ ຖານທີ່ຮັບແຂກຂອງຜູ້ນໍາຂັ້ນສູງຂອງລັດຖະບານອີກດ້ວຍ. ສ່ວນເຮືອນພັກຂອງຂ້າຫຼວງໃຫ່ຍຝຣັ່ງຫຼັງເກົ່າ ຫຼື ວັງສໍາຮອງຂອງເຈົ້າຊີວິດ ແມ່ນໄດ້ມີການມອບໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອນໍາໃຊ້ເປັນ ວັງເຍົາວະຊົນ ໃນປີ 1985. ພາຍຫຼັງທີ່ສູນກາງຊາວໜຸ່ມ ໄດ້ປຸກສ້າງຕຶກເຮັດວຽກໃນຂອບເຂດເນື້ອທີ່ດິນໃໝ່ຢູ່ແຫ່ງອື່ນແລ້ວ ກໍ່ໄດ້ສົ່ງຕຶກເກົ່ານັ້ນຄືນໃຫ້ທໍານຽບປະທານປະເທດສືບຕໍ່ ນໍາໃຊ້. ແຕ່ຍ້ອນວ່າຕຶກເກົ່າຫຼັງນີ້ຊຸດໂຊມຫຼາຍ ແລະ ເຫັນວ່າບໍ່ມີຄວາມຈໍາເປັນຕ້ອງສ້ອມແປງ, ຈຶ່ງໄດ້ທຸບມ້າງອອກແລ້ວມີການສ້າງ ຫໍຮັບ ແຂກປະມຸກລັດ ໃສ່ແທນ (ໂຮງແຮມເປຼຊີເດັນ).

ເນື່ອງຈາກວ່າ ທ່ານປະທານສຸພານຸວົງ ໄດ້ມີອາການປ່ວຍລົງ, ການນໍາພັກ-ລັດ ຈຶ່ງໄດ້ສະເໜີໃຫ້ ທ່ານ ພູມີ ວົງວິຈິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາ ຍົກລັດຖະມົນຕີ ໃນເວລານັ້ນ ຕໍ່ຄະນະປະຈໍາສະພາແຫ່ງຊາດ ເພື່ອໃຫ້ຮັບຮອງ ແລະ ແຕ່ງຕັ້ງເປັນຜູ້ວ່າການແທນປະທານປະເທດ ໃນໄລຍະ 1986 ເຖິງ 1991. ຈາກນັ້ນ, ໃນວັນທີ 15 ສິງຫາ 1991 ພາຍຫຼັງທີ່ໄດ້ມີການຮັບຮອງເອົາລັດຖະທໍາມະນູນ ສະບັບທໍາອິດຂອງ ສປປ ລາວ. ໃນວັນທີ 14 ສິງຫາ, ທ່ານ ໄກສອນ ພົມວິຫານ, ປະທານຄະນະບໍລິຫານງານສູນກາງພັກ ໄດ້ຮັບການເລືອກຕັ້ງຈາກກອງປະຊຸມສະພາຄັ້ງທີ 6 ຂອງສະພາປະຊາຊົນສູງສຸດຊຸດທີ 2 ໃຫ້ດໍາລົງຕໍາແໜ່ງເປັນປະທານປະ ເທດແຫ່ງ ສປປ ລາວ, ແຕ່ໄດ້ດໍາລົງຕໍາແໜ່ງພຽງ 1 ປີ ກວ່າເທົ່ານັ້ນ ກໍ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 21 ພະຈິກ 1992 ເຊິ່ງຖືວ່າເປັນໄລຍະອັນສັ້ນໃນການເຄື່ອນ ໄຫວວຽກງານຂອງເພິ່ນໃນຖານະເປັນປະທານປະເທດ ຢູ່ ຫໍຄໍາ. ເພື່ອຈາລຶກເຖິງ ຫໍຄໍາ ອັນເປັນມູນເຊື້ອປະຫວັດສາດຂອງຊາດລາວເຮົາໃນເມື່ອກ່ອນທີ່ຖືກທໍາລາຍໄປແລ້ວ,​ ໃນປີ 1993, ທ່ານ ໜູຮັກ ພູມສະຫວັນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ກໍ່ໄດ້ມີທິດຊີ້ນໍາວ່າ ໃຫ້ມີການສະຫຼັກກາໝາຍຂອງຊາດ ພ້ອມໂຕໜັງສືລາວວ່າ ຫໍຄໍາ ຢູ່ເບື້ອງລຸ່ມຕັ້ງໄວ້ຢູ່ເທິງຫຼັງຄາຕຶກຫໍຄໍາໃໝ່.

ຫໍຄໍາ ປຸກສໍາເລັດ ໃນປີ 1986

ຫໍຄໍາ ປຸກສໍາເລັດ ໃນປີ 1986

ແຕ່ໃນໄລຍະປີ 1998 ເຖິງປີ 2006, ທ່ານ ຄໍາໄຕ ສີພັນດອນ, ປະທານຄະນະບໍລິຫານງານສູນກາງພັກ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ສປປ ລາວ ກໍ່ເຄີຍໄດ້ຕັ້ງບັນຫາໃຫ້ຫ້ອງວ່າການປະທານປະເທດຄົ້ນຄວ້າການປັບປຸງ ຫໍຄໍາ ໃຫ້ສາມາດຮອງຮັບແຂກຕ່າງປະເທດຂັ້ນປະມຸກລັດ ທີ່ມາຢ້ຽມຢາມ ແລະ ແຂກຂັ້ນສູງອື່ນໆ ທີ່ມາຢ້ຽມຂໍ່ານັບ ທີ່ນັບມື້ນັບເພີ່ມຂື້ນນັ້ນ ໃຫ້ມີຄວາມສະດວກ ແລະ ພຽບພ້ອມດີກວ່າເກົ່າ ເຊິ່ງທາງຫ້ອງວ່າການປະທານປະເທດ ກໍ່ໄດ້ພິຈາລະນາຮ່ວມກັບນັກສະຖາປາ ນິກ ເພື່ອອອກແບບມາສະເໜີ ແຕ່ກໍ່ໄດ້ຮັບການຊີ້ນໍາໃຫ້ຍາດແຍ່ງເອົາຄໍາເຫັນຈາກການນໍາຫຼາຍທ່ານຕື່ມ ເພື່ອໃຫ້ທິດຊີ້ນໍາໃນການອອກແບບໃຫ້ຈົບ ງາມ, ເໝາະສົມ ແລະ ໂດດເດັ່ນ. ດັ່ງນັ້ນ, ມາເຖິງໄລຍະແຕ່ປີ 2006 ເຖິງປະຈຸບັນ ທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ກໍ່ໄດ້ສືບຕໍ່ໃຫ້ການຊີ້ນໍາກ່ຽວກັບຄວາມອາດສາມາດໃນການປັບປຸງ ຫໍຄໍາ ຕາມຮູບແບບທີ່ເໝາະສົມ. ດັ່ງນັ້ນ, ຜ່ານການຄົ້ນ ຄວ້າຮ່ວມກັບຫຼາຍພາກສ່ວນກ່ຽວຂ້ອງ ຖ້າຈະມ້າງຕຶກທີ່ມີຮູບແບບຕາເວັນຕົກ ເຊິ່ງຫາກໍ່ນໍາໃຊ້ບໍ່ທັນເທົ່າໃດປີ ກໍ່ຈະເປັນການສີ້ນເປືອງ ແລະ ຖ້າຈະອອກແບບຕາມສະຖາປັດຕະຍາກໍາ ທີ່ມີເອກະລັກຂອງລາວຢ່າງສົມບູນແບບ ແລ້ວສ້າງຂື້ນ   ໃໝ່ກໍ່ພົວພັນເຖິງທີ່ຕັ້ງ ແລະ ເນື້ອທີ່ດິນ ວ່າຈະເຮັດນ້ອຍໃຫ່ຍເທົ່າໃດນັ້ນຈະມີການພົວພັນກ່ຽວກັບບັນຫາງົບປະມານ ຫຼື ຖ້າຈະຮັກສາທັງຕຶກເກົ່າ ແລະ ສ້າງຕຶກ ໃໝ່ພ້ອມກັນ ກໍ່ຈະເຮັດໃຫ້ບໍລິເວນຂອບເຂດເນື້ອທີ່ດິນແຄບເຂົ້າ ແລະ ຈະບໍ່ມີເດີ່ນຈັດພິທີທາງການຮັບຕ້ອນແຂກ ລວມທັງສວນດອກໄມ້ ແລະ ຕົ້ນໄມ້ປະດັບ ທີ່ຄວນມີຢູ່ ທໍານຽບປະທານປະເທດ.  

ມາເຖິງປີ 2011, ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ຈຶ່ງໄດ້ຮັບຮອງເອົາແບບ ອີງຕາມສະພາບຄວາມເປັນຈິງ ແລະ ຕົກລົງໃຫ້ຫ້ອງວ່າການປະທານປະເທດນໍາສະເໜີໂຄງການດັ່ງກ່າວຕໍ່ລັດຖະບານ ເຊິ່ງກໍ່ໄດ້ຮັບຮອງອະນຸມັດການຕໍ່ເຕີມ ແລະ ຂະຫຍາຍປຸກສ້າງ ຫໍຄໍາ ພ້ອມທັງຕຶກຫ້ອງວ່າການປະທານປະເທດ. ໃນຕົວຈິງກ່ອນ ການອອກແບບ ຫໍຄໍາ ຫຼື ທໍານຽບປະທານປະເທດ ກໍ່ໄດ້ມີການທາບທາມຄໍາຄິດຄໍາເຫັນຂອງບັນດາພະສົງອົງຄະເຈົ້າເຊັ່ນ: ຄູບາອາຈານຊັ້ນນໍາຫຼາຍທ່ານລວມທັງຊ່ຽວ ຊານດ້ານສະຖາປັດຕະຍາກໍາ ແລະ ສິນລະປະກໍາ ເຊິ່ງກໍ່ໄດ້ເຫັນດີເຫັນພ້ອມກັນວ່າ ໃນຄວາມໝາຍຂອງຄໍາວ່າ “ຫໍ” ກໍຄວນຈະມີຈອມ ແລະ ຖ້າຮຽກວ່າ ຫໍຄໍາ ກໍຄວນຈະໃຫ້ມີຄໍາແທ້ເປັນສັນຍາລັກ ຢູ່ຍອດ ຫຼື ຈອມ ຕື່ມອີກ ຈຶ່ງຈະເພີ່ມຄວາມສະຫງ່າລາສີ. ເນື່ອງຈາກວ່າການປັບປຸງບູລະນະ ຫໍຄໍາ ບໍ່ໄດ້ມີຈຸດປະສົງຈະມ້າງຕຶກເກົ່າ ແລະ ສ້າງຕຶກໃໝ່ແທນທີ່ ດ້ວຍເຫດຜົນທີ່ກ່າວມານັ້ນ, ແຕ່ຫາກວ່າຕ້ອງຮັກສາຕຶກເກົ່າ ແລະ ໃຫ້ເພີ່ມສີສັນ ແລະ ສະຖາປັດຕະຍາກໍາຂອງລາວເສີມໃສ່ໃຫ້ມີເອກະລັກສະ ເພາະຊົງລາວ ໂດຍການປະສົມປະສານກັນລະຫວ່າງ ສະຖາປັດຕະຍາກໍາຂອງຕາເວັນຕົກທີ່ມີຢູ່ແລ້ວ ກັບຂອງລາວສະໄໝໃໝ່ໃຫ້ກົມກຽວກັນ, ດັ່ງນັ້ນ ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ຈຶ່ງໄດ້ຊີ້ນໍາໃຫ້ມີການແລກປ່ຽນຄໍາຄິດຄໍາເຫັນກັບຫຼາຍພາກສ່ວນກ່ຽວຂ້ອງ ດ້ານການອອກແບບ ແລະ ການກໍ່ສ້າງ ເຊັ່ນ: ບັນດານັກສະຖາປານິກ ແລະ ວິສະວະກອນກໍ່ສ້າງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ສະມາຄົມນັກສະຖາປານິກ ແລະ ວິສາວະກອນກໍ່ສ້າງລວມທັງພາກສ່ວນບໍລິສັດທີ່ປຶກ ສາ ແລະ ກໍ່ສ້າງຈໍານວນໜຶ່ງ ເຊິ່ງຖືວ່າເປັນຊ່ຽວຊານ ແລະ ວິຊາການຊັ້ນຍອດດ້ານສະຖາປັດຕະຍະກໍາຂອງລາວ. ອັນສໍາຄັນນັ້ນຄືການໃສ່ຈອມ ແລະ ການຮັບປະ ກັນ ນໍ້າໜັກສິ່ງທີ່ຕໍ່ເຕີມເບື້ອງເທິງຂອງຕຶກ.

ຫໍຄໍາ ເບື້ອງຕາວັນອອກ

ຫໍຄໍາ ເບື້ອງຕາວັນອອກ

ຫໍຄໍາ ເບື້ອງຕາວັນຕົກ

ຫໍຄໍາ ເບື້ອງຕາວັນຕົກ

ຫ້ອງວ່າການປະທານປະເທດ ສ້າງຂື້ນໃໝ່ໃນປີ 2012 ແທນບ່ອນສໍານັກງານລາດຊະເລຂາຂອງເຈົ້າຊີວິດ ໃນເມື່ອກ່ອນ

ຫ້ອງວ່າການປະທານປະເທດ ສ້າງຂື້ນໃໝ່ໃນປີ 2012 ແທນບ່ອນສໍານັກງານລາດຊະເລຂາຂອງເຈົ້າຊີວິດ ໃນເມື່ອກ່ອນ

ຫໍຮັບແຂກປະມຸກລັດ (ໂຮງແຮມເປຼຊີເດັນ) ສ້າງສໍາເລັດໃນປີ 2013 ເຊິ່ງປຸກແທນ  ເຮືອນພັກຂອງຂ້າຫຼວງໃຫຍ່ຝຣັ່ງ ຫຼັງເກົ່າ ຫຼື ວັງສໍາຮອງຂອງເຈົ້າຊີວິດ ຕັ້ງຢູ່ຂ້າງຫໍພະແກ້ວ

ຫໍຮັບແຂກປະມຸກລັດ (ໂຮງແຮມເປຼຊີເດັນ) ສ້າງສໍາເລັດໃນປີ 2013 ເຊິ່ງປຸກແທນ ເຮືອນພັກຂອງຂ້າຫຼວງໃຫຍ່ຝຣັ່ງ ຫຼັງເກົ່າ ຫຼື ວັງສໍາຮອງຂອງເຈົ້າຊີວິດ ຕັ້ງຢູ່ຂ້າງຫໍພະແກ້ວ

    3. ອະທິບາຍຮູບແບບຈອມຫໍຄໍາ.

ຈອມຫໍຄໍາ ທີ່ພວກເຮົາເຫັນໃນທຸກມື້ນີ້ ແມ່ນມີການຖ່າຍທອດແບບລັກສະນະມາຈາກ ຫໍພະໄຕປີດົກ ຫຼື ຫໍໄຕ ຂອງວັດສີສະເກດ. ຫໍໄຕ ແມ່ນຫໍສະໝຸດຂອງພະສົງສໍາມະເນນ ທີ່ຖືກສ້າງຂຶ້ນໃນຍຸກຂອງເຈົ້າອານຸວົງ ປົກຄອງອານາ ຈັກລາວລ້ານຊ້າງ ເພື່ອເປັນບ່ອນເກັບຮັກສາປຶ້ມ, ໜັງສືຜູກ ຫຼື ໜັງສືໃບລານຕ່າງໆ ທີ່ຂຽນກ່ຽວກັບຄໍາສັ່ງສອນຂອງພະພຸດທະເຈົ້າ. ພະ​ໄຕ​ປີດົກ ​ແມ່ນປື້ມຕໍາລາຫຼັກ ສູດຄໍາ​ສອນ​ສາດສະໜາ​ພຸດ ​ໄດ້​ຖືກ​ເກັບ​ຮັກສາ​ໄວ້​​ໃນ​ຕູ້​ຂະໜາດ​ໃຫຍ່​ທີ່ຢູ່​ລະຫວ່າງ​ກາງຂອງ​ຫໍ​ໄຕ. ລັກສະນະ​ຂອງ​ ຫໍ​ໄຕ, ຂັ້ນ​ໄດ​ ແມ່ນ​ເຮັດ​ດ້ວຍ​ໄມ້, ພື້ນ​ຊັ້ນ​ເທິງ​ກໍ່ແມ່ນ​ເຮັດ​ດ້ວຍ​ໄມ້ເໝືອນກັນ, ທັງໝົດອ້ອມ​ຮອບ​ດ້ວຍ​ລະບຽງ, ມີ​ເສົາ 12 ຕົ້ນ​ເພື່ອ​ຮັບ​ນໍ້າໜັກ​ຂອງ​ຫຼັງຄາ, ​ເທິງ​ຫົວ​ເສົາ​ແມ່ນ​ຖືກ​ແກະສະຫຼັກ​ເປັນ​ຮູບ​ດອກ​ບົວ​ແລະມີ​ແຂນນາງ​ຕິດ​ຢູ່​​ເສົາ​ແຕ່​ລະ​ຕົ້ນ, ຕີນເສົາແຕ່ລະຕົ້ນແມ່ນເປັນຮູບ 4 ລ່ຽມສາກ, ເສົາແມ່ນເຮັດດ້ວຍດິນຈີ່, ລະບຽງມີ​ຂະໜາດ​ກ້ວາງ 70 ເຊັນ ແລະ ຖືກປະດັບປະດາ ແລະ ແກະສະຫຼັກດ້ວຍລາຍດອກດວງ ອັນງົດງາມຂອງນັກສິລະປະສະໄໝເຈົ້າອານຸວົງ. ຫຼັງຄາມີໂຄງສ້າງທີ່ງົດງາມປະກອບມີ 7 ຊັ້ນ ຢອງກັນຂຶ້ນແຫຼມຈົນສຸດຍອດ​ແຕ່​​ໃຫຍ່​ຫາ​ນ້ອຍ​ເປັນ​ຮູບ​ທາດ ຫຼື ເປັນຈອມ​ປິ່ນ​ໜ້າ​ໄປ​ທັງ 4 ທິດ ​ເຊິ່ງ​ໃນ​ທາງ​ພຸດທະ​ສາສະໜາ​ແມ່ນມີຄວາມໝາຍດັ່ງນີ້:

  • ຫຼັງຄາ 7 ຊັ້ນນັ້ນໝາຍເຖິງ ໂພດຊົງເຈັດຄື: ສະຕິ (ຄວາມລະນຶກໄດ້), ທໍາມະວິຈະຍະ (ຄວາມສອດສ່ອງທໍາ ), ວິຣິຍະ (ຄວາມພຽນ), ປິຕິ (ຄວາມອີ່ມໃຈ), ປັດສັດທິ (ຄວາມສະຫງົບອາລົມໃນໃຈ), ສະມາທິ (ຄວາມຕັ້ງໃຈໃຫ້ໝັ້ນທ່ຽງ) ແລະ ອຸເປຂາ (ຄວາມປ່ອຍວາງ).
  • ສ່ວນຮູບທາດ ຫຼື ຈອມທີ່ປິ່ນໄປທັງ 4 ທິດນັ້ນໝາຍເຖິງ ພົມ 4 ໜ້າ​ຄື: ​ເມດ​ຕາ, ກະລຸນາ, ມຸທິຕາ (ຍິນ​ດີ) ​ແລະ ອຸ​ເປ​ຂາ (ຄວາມ​ວາງ​ເສີຍ).
ຫໍໄຕ ທີ່ວັດສີສະເກດ

ຫໍໄຕ ທີ່ວັດສີສະເກດ

ລັກສະນະ​ຂອງ​ຫຼັງຄາ ​ແມ່ນ​ແບບ​ສິລະ​ປະ​ລາວ​ປະຍຸກ ​ທີ່​ໄດ້​ຮັບ​ອິດ​ທິພົນ​ຈາກສິນລະປະກໍາຂອງ​ຕ່າງປະເທດໃນ​ອາ​ດີດ. ຫໍ​ໄຕ ​ຖືກ​ປະດັບ​ປະດາ​ໄປ​ດ້ວຍ​ເງິນ, ຄໍາ ​ແລະ ​ແກ້ວ​ທີ່​ມີຄ່າ​ສູງ ​ແຕ່​ເນື່ອງ​ຈາກມີ​ສົງຄາມ​ ພວກ​ສັດຕູ​ຕ່າງ​ດ້າວ​ ຈຶ່ງໄດ້​ກວາດ​ເອົາ​ໄປ​ໝົດ. ເຫດຜົນໃນການສ້າງຈອມ ​ຫໍ​ຄໍາ​ ໃນ​ປະຈຸ​ບັນ​ ໂດຍລອກ​ເອົາ​ແບບ​ຂອງ​ ຫໍ​ໄຕ ສ່ວນໃດສ່ວນໜຶ່ງນັ້ນ ​ກໍ​ຍ້ອນ​ເຫັນ​ວ່າ ຫໍ​ໄຕ ​ແມ່ນມູນ​ມໍລະດົກ​ທາງ​ດ້ານ​ວັດທະນະ​ທໍາ​ອັນ​ເກົ່າ​ແກ່, ມັນ​ແມ່ນ​ສະຖາປັດຕະຍາກໍາທີ່ລຸ້ນຄົນທັງຫຼາຍໄດ້ໃຫ້ການຍົກຍ້ອງ, ເພາະ ຫໍໄຕ ​ໄດ້​ສະ​ແດງ​ເຖິງ​ສິລະ​ປະທີ່​ເປັນ​ເອ​ກະ​ລັກສະ​ເພາະ, ສິ່ງ​ທີ່​ເຮັດ​ດ້ວຍ​ມື​ ແລະ ຫົວຄິດປະດິດ​ສ້າງ​ຂອງ​ຄົນ​ລາວ​ໃນ​ອ​າດີດ ​ອັນ​ເປັນ​ສະຖານ​ທີ່​ເກັບ​ມ້ຽນ​ຄໍາ​ພີພະ​ໄຕ​ປີດົກ ​ແລະ ໜັງສື​ຜູກ​​ໃບ​ລານ ທາງ​ດ້ານສິລະ​ປະ, ວັດທະນະ​ທໍາ ​ແລະ ວັນນະ​ຄະດີ​ຕ່າງໆ ​ເຊິ່ງ​ເຫັນ​ວ່າ​ມີ​ຄວາມ​ງົດ​ງາມ ແລະ ຄຸນຄ່າແຫ່ງຄວາມກ້າວໜ້າ ແລະ ຄວາມຈະເລີນຂອງລາວ. ດັ່ງ​ນັ້ນ ຫໍ​ໄຕ ຈຶ່ງ​ໄດ້​ຮັບ​ການ​ເລືອກໃຫ້​ເປັນ​ແບບ​ຈອມ ​ຫໍ​ຄໍາ ເພື່ອເຮັດໃຫ້ຜູ້ຄົນສາມາດແນມເຫັນມາແຕ່ໄກເຖິງຈຸດພິເສດຂອງຈອມຄໍາແທ້ ທີ່ແມ່ນຍຸກແຫ່ງຄວາມສີວິໄລຂອງຊາດ.

​          ແຕ່​ແນ່ນອນ​ແລ້ວ ການ​ທີ່​ຈະ​ສ້າງ​ເອົາ​ແບບ​ຂອງ​ ຫໍ​ໄຕ ​ດັ່ງກ່າວ​ໄປ​ໄວ້​ຢູ່​ບ່ອນ​ສູງ​ຂອງ ຫໍ​ຄໍາ​ ນັ້ນ ກໍ່​ກ່ຽວ​ພັນ​ກັບ​ການຄິດ​ໄລ່​ດ້ານ​ເຕັກນິກ​ວິຊາ​ການ ​ເປັນ​ຕົ້ນ​ແມ່ນ​ດ້ານ​ອັດຕາ​ສ່ວນ, ນໍ້າໜັກ ​ແລະ ການ​ນໍາ​ໃຊ້​ວັດ​ສະ​ດຸ​ການ​ກໍ່ສ້າງ​ທີ່​ທັນ​ສະ​ໄໝ​ເພື່ອ​ຮັບປະກັນ​ດ້ານ​ໂຄງ​ສ້າງ ​ແລະ ສະ​ພາບ​ດິນ​ຟ້າ​ອາກາດ. ລັກສະນະພິເສດຂອງ ຈອມຫໍຄໍາ ທີ່ປະຍຸກໃໝ່ນີ້ແມ່ນປະກົດມີ 5 ຈອມ ໂດຍແຕ່ລະຈອມແມ່ນມີ 5 ຊັ້ນເຊິ່ງໝາຍເຖິງສິນຫ້າ. ຈອມໃຫຍ່ຢູ່​ລະຫວ່າງ​ກາງ ​ແລະ ມີ​ຈອມ​ນ້ອຍ 4 ຈອມອ້ອມ​ທັງ 4 ດ້ານ ​ເຊິ່ງຈອມໃຫ່ຍທາງກາງ​ແມ່ນ​ຫຼໍ່​ດ້ວຍ​ຄໍາ​ແທ້ 3 ກິ​ໂລ, ຈອມນ້ອຍທັງ 4 ຈອມນັ້ນ ກໍ່ຫຼໍ່ດ້ວຍຄໍາແທ້ຈອມລະ 500 ກະລາມ. ສ່ວນຮູບຖານລະຄັງຮອງຮັບຈອມຄໍານັ້ນ ແມ່ນຫຼໍ່ດ້ວຍທອງສໍາລິດ 200 ກິໂລ ລວມທັງໝົດ​ ແລະ ມີ​ຊີມັງ​ເປັນ​ຖານ. ​ໂຄງ​ສ້າງ​​ແມ່ນ​ເຮັດ​ດ້ວຍ​ເຫຼັກ ​ແລະ ມຸງ​ດ້ວຍ​ຊີແພັກແຜ່ນລຽບ​ເຊິ່ງວັດສະດຸທີ່ໃຊ້ໃນການ​ປະກອບ​ສ້າງ​ຕ່າງໆ ແມ່ນ​ເພື່ອ​ຮັບປະກັນ​ສັດສ່ວນ, ສາມ​າດຮັບ​ນໍ້າໜັກ ແລະ ມີ​ຄວາມ​ທົນ​ທານ​ສູງ. ຈອມ​ໃຫຍ່ຢູ່​ລະຫວ່າງ​ກາງນັ້ນ  ໝາຍເຖິງຄວາມເປັນ ໃຈກາງທີ່ສະຫງ່າອົງອາດ. ສ່ວນຈອມນ້ອຍທັງ 4 ຢູ່ອ້ອມຂ້າງໝາຍເຖິງຄວາມໜັ້ນຄົງ​ທັງ 4 ທິດຄື: ທິດຕາ​ເວັນ​ອອກ, ທິດຕາ​ເວັນ​ຕົກ, ທິດ​ເໜືອ ​ແລະ ທິດ​ໃຕ້ ​ເຊິ່ງ​ໄດ້​ອີງ​ໃສ່​ສັດສ່ວນ​ຂອງ​ຕຶກ​ທີ່​​ເປັນ​ຮູບ 4 ລ່ຽມ, ຈອມ​ຫໍ​ຄໍາ ​ໄດ້​ມີ​ການ​ຄໍານວນ​ຄິດ​ໄລ່​ຄ່າ​ພິກັດ ລະດັບ​ສູງ ​ແລະ ຄວາມ​ສູງດັ່ງ​ນີ້:

  • ຈອມ​ ຫໍ​ຄໍາ ​ຈອມ​ໃຫຍ່ ສູງຈາກລະດັບໜ້ານໍ້າທະເລ 607 ແມັດ.
  • ຈອມ​ ຫໍ​ຄໍາ​ ຈອມ​ໃຫຍ່​ ​ສູງ​ຈາກ​ໜ້າດິນ 639 ແມັດ ​ຫຼຸດ​ຈອມ​ຫໍພະ​ແກ້ວ 2.652 ແມັດ.
  • ຈອມ ຫໍຄໍາ ຈອມໃຫຍ່ ສູງກ່ວາ ຈອມນ້ອຍ 897 ແມັດ.
  • ຈອມ ຫໍຄໍາ ຈອມໃຫ່ຍ ສູງກວ່າ ຈອມຫຼັງຄາຫໍຮັບແຂກປະມຸກລັດ 129 ແມັດ.
  • ຈອມ ຫໍຄໍາ ຈອມໃຫຍ່ ສູງກ່ວາ ຫຼັງຄາຫ້ອງວ່າການປະທານປະເທດ 754 ແມັດ.
  • ຈອມຫໍຄໍາຈອມໃຫຍ່ ສູງກ່ວາ ໂຮງແຮມລ້ານຊ້າງ 158 ແມັດ.

ດັ່ງນັ້ນ, ຮູບແບບຂອງຕຶກ ຫໍຄໍາ ໃນປະຈຸບັນ ຈຶ່ງຖືກເຮັດລວມເຂົ້າກັນເປັນຮູບລ່ຽມ, ມີຕຶກທີ່ຕໍ່ອອກທາງຂ້າງສອງດ້ານທາງທິດເໜືອ ແລະ ທິດໃຕ້ໂດຍເອີ້ນຊື່ວ່າ: ຫ້ອງດອກບົວຈູມ ແລະ ຫ້ອງດອກບົວບານ. ຕຶກຫໍຄໍາ ຈຶ່ງມີຈອມຕັ້ງຢູ່ເບື້ອງເທິງຢ່າງສະຫງ່າງາມ, ສາມາດຊົມເຫັນໄດ້ຈາກເບື້ອງຖະໜົນລ້ານຊ້າງ ແລະ ເບື້ອງຖະໜົນ ເຈົ້າຟ້າງຸ່ມແຄມຂອງ ແລະ ຫໍຄໍາ ໃນປະຈຸບັນ ແມ່ນມີປະຕູທີ່ສາມາດເຂົ້າໄດ້ທັງ 4 ດ້ານຄື: ດ້ານທິດຕາເວັນອອກ, ທິດຕາເວັນຕົກ, ທິດເໜືອ ແລະ ທິດໃຕ້. ຈອມຫໍຄໍາ ທັງ 5 ຈອມ ໄດ້ຮັບການຈັດສັນຕັ້ງຂະໜານກັບຈອມປະຕູໄຊທັງ 5 ຈອມ ບົນເສັ້ນທາງຖະໝົນລ້ານຊ້າງ ແລະ ສາມາດແນມເຫັນດ້ວຍສາຍຕາເປົ່າອັນໄດ້ເພີ່ມຄວາມສະຫງ່າລາສີໃຫ້ນະຄອນຫຼວງວຽງຈັນ.

ພິທີສະເຫຼີມສະຫຼອງການຍົກຍອດ ຫໍຄໍາ

ພິທີສະເຫຼີມສະຫຼອງການຍົກຍອດ ຫໍຄໍາ

ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ັ້ງສາກົນ ເຂົ້າອວຍພອນທ່ານປະທານປະເທດ ແລະ ການນໍາລັດຖະບານ ເນື່ອງໃນໂອກາດວັນຊາດທີ 02 ທັນວາ ພາຍໃນຕຶກດອກບົວຈູມ

ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ັ້ງສາກົນ ເຂົ້າອວຍພອນທ່ານປະທານປະເທດ ແລະ ການນໍາລັດຖະບານ ເນື່ອງໃນໂອກາດວັນຊາດທີ 02 ທັນວາ ພາຍໃນຕຶກດອກບົວຈູມ

ອີງໃສ່ປະຫວັດຄວາມເປັນມາຂອງຫໍຄໍາ ທີ່ມີຮ່ອງຮອຍປະຫວັດສາດອັນຍາວນານ ໂດຍຜ່ານການບູລະນະກໍ່ສ້າງມາເປັນໄລຍະ, ຫໍຄໍາ ແມ່ນມີຈຸດພິເສດທາງດ້ານ ທີ່ຕັ້ງພູມສັນຖານ ໂດຍເປັນຈຸດໃຈກາງຂອງນະຄອນຫຼວງວຽງຈັນ, ເປັນຈຸດເລີ່ມຕົ້ນກິໂລແມັດທີສູນ “0” ໄປທ້ອງຖິ່ນອື່ນໃນທົ່ວປະເທດ, ຫໍຄໍາ ໄດ້ຕັ້ງຢູ່ລະ ຫວ່າງກາງທີ່ມີຖະໜົນອ້ອມຮອບທຸກທິດຄື: ທິດເໜືອຕິດກັບຖະໜົນຈັນທະກຸມ ມານ, ທິດໃຕ້ຕິດກັບຖະໜົນມະໂຫສົດ, ທິດຕາເວັນອອກຕິດກັບຖະໜົນເສດຖາທິລາດ ແລະ ຫໍພະແກ້ວ, ທິດຕາເວັນຕົກຕິດກັບຖະໜົນເຈົ້າຟ້າງຸ່ມ ແລະ ສວນເຈົ້າອານຸວົງ. ຫໍຄໍາ ເປັນຕຶກເປີດ ແລະ ສາມາດເຂົ້າໃນທິດໃດກໍ່ໄດ້ເພາະມີປະຕູທັງ 4 ດ້ານ. ໃນບໍລິເວນນີ້ ຍັງມີເຮືອນຮັບແຂກປະມຸກລັດ ທີ່ຕັ້ງຢູ່ຂ້າງຫໍພະແກ້ວ ເພື່ອນໍາໃຊ້ເປັນໂຮງແຮມພັກເຊົາ ໃຫ້ແກ່ການຕ້ອນຮັບແຂກຜູ້ນໍາຂັ້ນສູງຈາກຕ່າງປະເທດ. ຊື່ສຽງ ແລະ ບົດບາດຂອງ ຫໍຄໍາ ໃນປະຈຸບັນໄດ້ຖືກຮັບຮູ້ໃນຖານະທໍານຽບປະທານປະເທດ.

ພາຍໃຕ້ການອຸປະຖໍາຂອງທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ໂດຍໄດ້ຮັບການສະໜັບ ສະໜູນຂອງອົງການພຸດທະສາດສະໜາສໍາພັນ ຂອງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ. ດັ່ງນັ້ນ ໃນວັນທີ 27 ຕຸລາ 2012 ກົງກັບມື້ຂຶ້ນ 13 ຄໍ່າ ໄດ້ມີການຈັດພິທີສະເຫຼີມສະຫຼອງການຍົກຍອດ ຫໍຄໍາ ຂຶ້ນຢ່າງເປັນທາງການຕາມຮີດຄອງປະເພນີ ເຊິ່ງໄດ້ມີການຕັກບາດຢາດນໍ້າ, ຖວາຍເຄື່ອງໄຊຍະທານ ໄປເຖິງບັນພະບູລຸດຂອງລາວທຸກໆທ່ານໃນທຸກຍຸກສະໃໝຜ່ານມາ, ໃນນັ້ນໄດ້ນິມົນພະອາຈານໃຫຍ່ໃນຂອບເຂດທົ່ວປະເທດຈໍານວນ 27 ອົງ ເພື່ອອັນເຊີນຍອດ ຫໍຄໍາ ຂື້ນປະຈໍາທີ່ ໂດຍມີການເຂົ້າຮ່ວມພິທີຂອງບັນດາທ່ານໃນການນໍາຂັ້ນສູງຂອງ ພັກ-ລັດຖະບານ ລວມທັງຜູ້ຊົງຄຸນວຸດທິ, ເຖົ້າແກ່ແນວໂຮມ ມີທັງຕົວແທນປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ຜູ້ທີ່ມີຈິດໃຈສັດທາທັງຫຼາຍ. ປະຈຸບັນ ຫໍຄໍາ ໄດ້ມີໂສມໜ້າອັນໃໝ່ ແລະ ສາມາດຕອບສະໜອງອໍານວຍຄວາມສະດວກຕໍ່ການຊົມໃຊ້ເປັນຢ່າງດີ ໃນການຮັບແຂກບ້ານແຂກເມືອງຂັ້ນສູງຂອງທ່ານປະທານປະເທດ ແລະ ຮອງປະທານປະເທດ ແຫ່ງ ສປປ ລາວ.

 ກາໝາຍ ຫໍຄໍາ

        ກາໝາຍ ຫໍຄໍາ: ຮູບແບບກາໝາຍຂອງ ຫໍຄໍາ ສະແດງໃຫ້ເຫັນເຖິງທີ່ຕັ້ງ ແລະ ຈຸດພິເສດກ່ຽວຂ້ອງກັບບໍລິເວນແຫ່ງນີ້ ເຊິ່ງເມື່ອກ່ອນໄດ້ມີຕົ້ນໄມ້ຕ່າງໆ ໂດຍສະ ເພາະຕົ້ນໄມ້ຈັນທີ່ໃຫ້ດອກ ແລະ ໝາກ ອັນມີກິ່ນຫອມຫວນ. ຫໍຄໍາ ທີ່ເຂດພະລາດຊະວັງເກົ່າ ແມ່ນຂື້ນກັບເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ຫຼື ວຽງຄໍາ ຕາມຊື່ຮຽກບາງໄລຍະ ໂດຍມີແມ່ນໍ້າຂອງໄຫຼຜ່ານ, ທັງມີຫາດຊາຍ ເຊິ່ງໄດ້ໃຫ້ຊື່ກັນວ່າ ດອນຈັນມາແຕ່ດົນນານ. ເນື່ອງຈາກວ່າຍາມແລງຄໍ່າມາເມື່ອເດືອນເພັງຈະມີແສງຈັນ ສ່ອງລົງມາພາໃຫ້ຮຸ່ງແຈ້ງສະຫວ່າງທົ່ວອານາບໍລິເວນ ຫໍຄໍາ ແລະ ດອນຈັນ. ດັ່ງນັ້ນ, ໃຈກາງຮອບວົງທີ່ໜຶ່ງຂອງຮູບກາໝາຍວົງກົມຈຶ່ງມີດອກຈັນເປັນສັນຍາລັກອ້ອມ ດ້ວຍວົງຮອບທີ່ສອງຄື ຮອບດວງຈັນ. ສ່ວນຮອບວົງທີ່ສາມຈະເປັນຮູບດອກຕາເວັນຄ້າຍກັບດວງຕາເວັນ ທີ່ໃຫ້ແສງສະຫວ່າງປະກາຍເຊິ່ງຍາມແລງມາກໍສະທ້ອນເປັນ ສີຄໍາເຫຼືອງ ນັ້ນຄືກາໝາຍ ສັນຍາລັກຂອງ ຫໍຄໍາ ລວມດ້ວຍເນື້ອໃນ: ສັນຕິພາບ, ແສງສະຫວ່າງ, ຄວາມຮຸ່ງເຮືອງ.