
ໃນຕອນບ່າຍຂອງວັນທີ 25 ມີນາ 2021 ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີມອບ-ຮັບ ໜ້າທີ່ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ລະຫວ່າງ ທ່ານ ຄຳເມິງ ພົງທະດີ ອະດີດກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ (ຜູ້ເກົ່າ) ແລະ ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ (ຜູ້ໃໝ່) ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໃນພິທີໂດຍ ທ່ານ ນ. ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ມີຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ຕາງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ດວງຕາ ຈູມພາວັນ, ຫົວໜ້າຫ້ອງການ ຄະນະຈັດດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດໍາລັດ ເລກທີ 111/ປປທ ວ່າດ້ວຍການອະນຸມັດໃຫ້ ທ່ານ ຄຳເມິງ ພົງທະດີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ອອກພັກການຮັບອຸດໜູນບຳນານ; ລັດຖະດໍາລັດ ເລກທີ 112/ປປທ ວ່າດ້ວຍການແຕ່ງຕັ້ງ ທ່ານ ນ. ເຂັມມະນີ ພົນເສນາ ເປັນຫົວໜ້າຫ້ອງວ່າການສໍານັກງານປະທານປະເທດຄົນໃໝ່; ຄຳສັ່ງເລກທີ 10/ກມສພ ວ່າດ້ວຍການຍົກຍ້າຍ ພະນັກງານຂັ້ນສູງ ໄປຮັບໜ້າທີ່ ໃໝ່ ແລະ ມະຕິຕົກລົງ ເລກທີ 16/ກມສພ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ຫ້ອງວ່າການສໍານັກງານປະທານປະເທດ.
ໃນພິທີໄດ້ເຊັນບົດບັນທຶກມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ຄໍາເມິງ ພົງທະດີ ແລະ ທ່ານ ນ. ເຂັມມະນີ ພົນເສນາ ໂດຍການເປັນສັກຂີພິຍານຂອງຕາງໜ້າກໍາມະການກົມການເມືອງສູນກາງພັກ, ແຂກຖືກເຊີນ ແລະ ພະນັກງານ-ລັດຖະກອນ ຫ້ອງວ່າການສໍານັກງານປະທານປະເທດ.
ໃນໂອກາດດັ່ງກ່າວ, ທ່ານ ນ. ສີໃສ ລືເດດມູນສອນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ: ເພື່ອຮັບປະກັນຄວາມຕໍ່ເນື່ອງຂອງລະບົບການນຳພາກົງຈັກການຈັດຕັ້ງພັກ-ລັດ ຢູ່ຫ້ອງວ່າການສໍານັກງານປະທານປະເທດ, ກົມການເມືອງສູນກາງພັກ ລັດຖະບານໄດ້ຕົກລົງແຕ່ງຕັ້ງ ທ່ານ ນາງ ເຂັມມະນີ ພົນເສນາ, ກຳມະການສູນກາງພັກ ເປັນຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດ ພ້ອມທັງຍົກຍ້ອງວ່າ ທ່ານ ນ. ເຂັມມະນີ ກໍແມ່ນຜູ້ໜຶ່ງທີ່ມີຄວາມໜັກແໜ້ນ ດ້ານຄຸນທາດການເມືອງ, ມີຄວາມບຸກບືນສູ້ຊົນ ຄົ້ນຄວ້າຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ ທີ່ຖືກມອບໝາຍຊຶ່ງມີປະສົບການໃນການນຳພາ-ຊີ້ນຳ ໃນແຕ່ລະຂົງເຂດວຽກງານທີ່ຕົນ ຮັບຜິດຊອບຜ່ານມາແມ່ນປະສົບຜົນສຳເລັດ ເປັນຢ່າງດີ ແລະ ມີຄວາມເຊື່ອໝັ້ນວ່າ: ດ້ວຍຄວາມຮູ້, ຄວາມສາມາດ, ຄວາມມານະອົດທົນ ແລະ ປະສົບການທີ່ມີ ທ່ານ ນ. ເຂັມມະນີ ຈະພ້ອມກັບໝູ່ຄະນະເສີມຂະຫຍາຍມູນເຊື້ອນໍາພາ-ຊີ້ນໍາ, ຊຸກຍູ້ຂະບວນການດ້ານຕ່າງໆທີ່ ທ່ານ ຄໍາເມິງ ພົງທະດີ ພ້ອມໝູ່ຄະນະນໍາພາມາແລ້ວນັ້ນໃຫ້ສືບຕໍ່ຂະຫຍາຍຕົວດີຂຶ້ນກວ່າເກົ່າ.
ພ້ອມນັ້ນ, ທ່ານ ນ. ສີໃສ ລືເດດມູນສອນ ຍັງໄດ້ໃຫ້ຄໍາແນະນໍາຕໍ່ຫ້ອງວ່າການສໍານັກງານປະທານປະເທດ ເອົາໃຈໃສ່ຕື່ມໃນບາງດ້ານຄື: ໃຫ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ – ແນວຄິດພະນັກງານ – ສະມາຊິກພັກໃຫ້ມີທັດສະນະການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນປຶກແຜ່ນ, ແໜ້ນໜາ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມອຸນອຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ ພ້ອມທັງເຊີດຊູຄວາມເປັນແບບຢ່າງ ຂອງສະມາຊິກພັກ-ພະນັກງານໃນການດໍາລົງຊີວິດ ທີ່ປອດໃສ, ປະຢັດ, ຕ້ານການຟູມເຟືອຍ, ເປັນແບບຢ່າງໃນການປະຕິບັດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງ; ເອົາໃຈໃສ່ຊີ້ນຳແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ, ຍົກສູງ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ພາຍໃນຄະນະພັກໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາ ໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ-ສະຊິກພັກ, ເປັນເສນາທິການທີ່ດີໃຫ້ແກ່ ທ່ານ ປະທານປະເທດ, ຮອງປະທານປະເທດໃນການກະກຽມດ້ານ ເນື້ອໃນ, ສະຖານທີ່ ແລະ ຄວາມພ້ອມຕ່າງໆຢ່າງຮອບດ້ານໃຫ້ແກ່ການເຄື່ອນໄຫວລັດຖະກິດທັງພາຍໃນ ແລະ ຕ່າງປະເທດລວມທັງທຸກວຽກງານປີ່ນອ້ອມຢູ່ ຫ້ອງວ່າການປະທານປະເທດ ໃຫ້ມີຄວາມຮັບປະກັນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.