
ໃນຕອນເຊົ້າຂອງວັນທີ 11 ມີນາ 2021 ຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງເຜີຍແຜ່ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 07/ຄລສພ, ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຊາວໜຸ່ມຫ້ອງວ່າການປະທານປະເທດຂຶ້ນ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍສະຫາຍ ປອ ວັນທອງ ນາກກະເສນ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຫ້ອງວ່າການປະທານປະເທດ ມີຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກ ຊາວໜຸ່ມທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດ ຄໍາເຫັນ ແລະ ຮັບຮອງເອົາເນື້ອໃນ ບົດລາຍງານການເມືອງທີ່ຍົກໃຫ້ເຫັນເຖິງ ຜົນງານໄຊຊະນະ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸມ ທົ່ວປະເທດຄັ້ງທີ VIII ແລະ ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະ ບົດຮຽນ ຕະຫຼອດການເຄຶ່ອນໄຫວວຽກງານຜ່ານມາ ພ້ອມກັນນັ້ນກອງປະຊຸມໄດ້ເປັນເອກະພາບສູງ ຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງແຜນການພັດທະນາຊາວໝຸ່ມ – ເຍົາວະຊົນລາວບັນດາເຜົ່າ ແຕ່ປີ 2021-2025 ເຊຶ່ງປະກອບມີ 11 ວຽກງານສຳຄັນ ແລະ ໜຶ່ງໃນນັ້ນກໍຄື ປັບປຸງກົງຈັກຊ່ວຍວຽກ ຄຊປປລ ແຕ່ສູນກາງຮອດຂັ້ນເມືອງໃຫ້ສອດຄ່ອງກວ່າເກົ່າ, ສ້າງພະນັກງານສືບທອດຂັ້ນການນຳ, ພະນັກງານຊາວໜຸ່ມທົ່ວໄປ ໃຫ້ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງວຽກງານ.
ໃນໂອກາດດຽວກັນນີ້ ສະຫາຍ ສໍ ສຸວັນວິໄຊ ຄະນະບໍລິຫານງານ, ຮອງປະທານກວດກາຊາວໜຸ່ມ ຫປທ ກໍໄດ້ ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຊາວໝຸ່ມຫ້ອງວ່າການປະທານປະເທດ. ຈາກນັ້ນ, ສະຫາຍ ພຸດພະຈັນ ສະລິວົງໄຊ ຄະນະບໍລິຫານງານຊາວໜຸ່ມ ຫປທ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເລຂາຄະນະຊາວໝຸ່ມຫ້ອງວ່າການປະທານປະເທດ ວ່າດ້ວຍການຈັດຕັ້ງໜ່ວຍງານຊາວໜຸ່ມ ແລະ ໜ່ວຍງານຊ່ວຍວຽກ ຂອງຊາວໜຸ່ມຫ້ອງວ່າການປະທານປະເທດຕື່ມອີກ.