
ໃນຕອນເຊົ້າ ວັນທີ 3 ມີນາ 2021 ຫ້ອງວ່າການປະທານປະເທດ (ຫປທ) ໄດ້ເປີດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2020 ແລະ ທິດທາງແຜນການ ປີ 2021 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄໍາເມີງ ພົງທະດີ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ມີຄະນະພັກ, ຄະນະກົມ, ຄະນະພະແນກ, ພະນັກງານ-ລັດຖະກອນ ແລະ ພະນັກງານສັນຍາແຮງງານພາຍໃນ ຫປທ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບປະຈຳປີ 2020 ໂດຍໄດ້ຍົກໃຫ້ເຫັນສະພາບການລວມຢູ່ພາຍໃນຫ້ອງວ່າການປະທານປະເທດຊື່ງຍາມໃດຄະນະພັກ-ຄະນະນຳກໍໄດ້ເອົາໃຈໃສ່ ສຶກສາອົບຮົມ ການເມືອງ – ແນວຄິດ ໃຫ້ພະນັກງານ – ລັດຖະກອນ ມີຄວາມອຸ່ນອຽນທຸ່ນທ່ຽງ, ຫ້າວຫັນໃນການປະຕິບັດໜ້າທີ່ການເມືອງຂອງຕົນຕາມພາລະບົດບາດ ໂດຍການຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ປະຖະກະຖາເອກະສານສຳຄັນຕ່າງໆ ຂອງຊາດ ແລະ ສາກົນ. ເວົ້າລວມແລ້ວ, ຫ້ອງວ່າການປະທານປະເທດແມ່ນມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍດີ ໃນປີ 2020 ຊື່ງໃນນັ້ນ, ຫ້ອງວ່າການປະທານປະເທດໄດ້ປະຕິບັດວຽກງານສຳຄັນຫຼາຍດ້ານ ເຊັ່ນ: ຕິດຕາມກວດກາ ເອກະສານເຂົ້າ 3.015 ສະບັບ, ຂາອອກ 487 ສະບັບ; ກະກຽມ ສະຖານທີ່ໃຫ້ ທ່ານ ປະທານປະເທດ ແລະ ຮອງປະທານປະເທດ ຕ້ອນຮັບການຢ້ຽມຂໍ່ານັບຂອງຄະນະຜູ້ແທນຕ່າງປະເທດ 16 ຄັ້ງ; ຄຸ້ມຄອງງົບປະມານບໍລິຫານປົກກະຕິ ທີ່ໄດ້ອະນຸມັດປີ 2020 ຈໍານວນ 5.419.000.000 ກີບ ປະຕິບັດໄດ້ 5.019.413.906 ກີບ ທຽບໃສ່ແຜນການປີເທົ່າກັບ 92.62% ; ໄດ້ຮັບອະນຸມັດໂຄງການລົງທຶນຂອງລັດ ທັງໝົດ 9 ໂຄງການ ດ້ວຍງົບປະມານ 1.897.650.000 ກີບໄດ້ຮັບອະນຸມັດຕົວຈິງ 939.340.000 ກີບ; ຕອບສະໜອງທາງງົບປະມານໃຫ້ແກ່ການເຄື່ອນໄຫວ ລັດຖະກິດຂອງປະທານປະເທດ ຈໍານວນ 706.382.100 ກີບ; ຮ່າງບົດອວຍພອນປີໃໝ່ລາວ ( ພສ 2563 ) ບົດປາໄສ ໃຫ້ແກ່ປະທານປະເທດ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ປີໃໝ່ສາກົນ 2021 ຄົ້ນຄວ້ານໍາສະເໜີ ປະທານປະເທດອອກລັດຖະດໍາລັດກ່ຽວກັບການຍ້ອງຍໍຫຼຽນໄຊປະເພດຕ່າງໆ 128 ສະບັບ ມີ 5.664 ໜ່ວຍ; ຕິດຕາມ, ກວດກາ, ຄຸ້ມຄອງບໍາລຸງຮັກສານໍາໃຊ້ເວັບໄຊ ແລະ ປ້ອນຂ່າວລົງເວັບໄຊ ຈໍານວນ 55 ຂ່າວ; ກວດຜ່ານຮ່າງເນື້ອໃນ ແລະ ຈັດພິມລັດຖະດໍາລັດແຕ່ງຕັ້ງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈໍາຢູ່ຕ່າງປະເທດ 3 ສະບັບ, ສານຮຽກກັບ – ແຕ່ງຕັ້ງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈໍາຢູ່ຕ່າງປະເທດ 13 ປະເທດ; ສະເໜີ ທ່ານປະທານປະເທດ ແລະ ຮອງປະທານປະເທດ ລົງລາຍເຊັນໃສ່ຈົດໝາຍ ແລະ ສານຕ່າງໆ 56 ສະບັບ; ກວດກາຄົ້ນຄ້ວາ, ເນຶ້ອໃນຮ່າງກົດໝາຍ 18 ສະບັບ,ສົນທິສັນຍາ ແລະ ສັນຍາສາກົນ 4 ສະບັບ; ຮັບຄຳຮ້ອງຂໍອະໄພຍະໂທດ ແລະ ຄຳສະເໜີຕ່າງໆ 55 ເລື່ອງ; ເຜີຍແຜ່ມະຕິ, ຄໍາສັ່ງ, ມູນເຊື້ອວັນສຳຄັນຂອງພັກ, ຂອງຊາດລວມມີ 12 ຄັ້ງ 23 ເອກະສານ; ສົ່ງພະນັກງານໄປບຳລຸງ ຍົກລະດັບ ທັງພາຍໃນ ແລະ ຕ່າງປະເທດ 17 ຄັ້ງ. ສໍາລັບທິດທາງແຜນການ ໃນປີ 2021 ຄະນະພັກ – ຄະນະນໍາ ຈະໄດ້ເອົາໃຈໃສ່ ເພີ່ມທະວີ ການສຶກສາອົບຮົມການເມືອງແນວຄິດໃຫ້ ພະນັກງານ – ລັດຖະກອນ ມີຄວາມເຂົ້າໃຈ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ວາງອອກແຕ່ລະໄລຍະ ພ້ອມນັ້ນກໍກຽມພ້ອມໃຫ້ແກ່ປະທານປະເທດ ແລະ ຮອງປະທານປະເທດ ທາງດ້ານສະຖານທີ່, ເນື້ອໃນພິທີການ, ງົບປະມານ, ພາຫະນະ ແລະ ພະນັກງານຮັບໃຊ້ແກ່ການເຄື່ອນໄຫວລັດຖະກິດ ທັງພາຍໃນ ແລະ ຕ່າງປະເທດ; ປົກປັກຮັກສາ ແລະ ຄຸ້ມຄອງຊັບສົມບັດ ໃຫ້ມີຄວາມສະອາດ, ສວຍງາມ ສາມາດຮັບໃຊ້ໄດ້ທຸກເວລາເມື່ອຕ້ອງການ ແລະ ໃຫ້ມີຄວາມປອດໄພ 100%; ສຶບຕໍ່ແກ້ໄຂກ່ຽວກັບເຮືອນຮັບແຂກຫໍຄຳ, ທວງເອົາສິດນຳໃຊ້ທີ່ດິນ ແຄມຂອງເບື້ອງໜ້າ ຫໍປະມຸກລັດ, ດິນດົງໝາກຄາຍ ແລະ ກະກຽມດຳເນີນກອງປະຊຸມໃຫຍ່ ອົງຄະນະພັກ ຫ້ອງວ່າການປະທານປະເທດໃຫ້ສຳເລັດຕາມທິດຊີ້ນຳຂອງຂັ້ນເທິງ.

ໃນໂອກາດດັ່ງກ່າວ ທ່ານ ຄຳເມິງ ພົງທະດີ ກໍໄດ້ໃຫ້ກຽດໂອ້ລົມສະແດງຄວາມຊົມເຊີຍຕໍ່ພະນັກງານ-ລັດຖະກອນ ທີ່ພ້ອມກັນບຸກບືນຜ່ານຜ່າຕັ້ງໜ້າປະຕິບັດວຽກງານ ວິຊາສະເພາະຂອງຕົນເອງຕາມການມອບໝາຍ ດ້ວຍຄວາມຮັບຜິດຊອບສູງ, ຮ່ຳຮຽນເອົາຈຸດດີເພື່ອປັບປຸງແກ້ໄຂຈຸດອ່ອນທີ່ຄົງຄ້າງ, ສາມັກຄີເປັນຈິດໜຶ່ງໃຈດຽວ ຮ່ວມກັນສືບຕໍ່ຮັກສາດ້ານດີກໍຄືຜົນສຳເລັດທີ່ຍາດມາໄດ້ ພ້ອມກັນນັ້ນກໍໃຫ້ສຸມທຸກກຳລັງເຫື່ອແຮງເຂົ້າໃນການແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສຳເລັດຍິ່ງໆຂຶ້ນ.