ໃນວັນທີ 05 ກຸມພາ 2021, ເວລາ 10: 30 ໂມງ ທີ່ ທຳນຽບປະທານປະເທດ (ຫໍຄຳ), ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ມອບສານແຕ່ງຕັ້ງໃຫ້ແກ່ ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເພື່ອໄປປະຈຳຢູ່ຕ່າງປະເທດ ຄື: ທ່ານ ນາງ ວິລາວັນ ເຢຍປໍເຮີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນ ຣັດເຊຍ ແລະ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ.
ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດທັງສອງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ໄປປະຕິບັດໜ້າທີ່ການທູດປະຈຳຢູ່ປະເທດດັ່ງກ່າວ, ພ້ອມທັງໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນໂດຍສະເພາະໃນການປະຕິບັດໜ້າທີ່ການທູດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອໃຫ້ເກີດປະໂຫຍດສູງສຸດ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ພ້ອມທັງເປັນການເສີມຂະຫຍາຍການພົວພັນຮ່ວມມືອັນດີ ລະຫວ່າງລາວ – ຣັດເຊຍ, ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ.
ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທັງສອງ ໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳ ພັກ-ລັດ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈມອບໝາຍໜ້າທີ່ອັນໜັກໜ່ວງແຕ່ຊົງກຽດໃຫ້ແກ່ຕົນ, ພ້ອມທັງຢືນຢັນວ່າ ຈະສຸມໃສ່ທຸກຄວາມພະຍາຍາມ ແລະ ຄວາມຮູ້ຄວາມສາມາດ ເພື່ອປະຕິບັດໜ້າທີ່ ທີ່ຖືກມອບໝາຍໃນຄັ້ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດມາສູ່ປະເທດຊາດຂອງພວກເຮົາ.