
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໃຫ້ມີບັນຍາກາດຟົດຟື້ນ ເຕັມໄປດ້ວຍຄວາມໝາຍ ທາງດ້ານປະຫວັດສາດ, ໃນວັນທີ 22 ມັງກອນ 2021 ຫ້ອງວ່າການປະທານປະເທດນໍາໂດຍ ສະຫາຍ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ນໍາພາພະນັກງານ-ລັດຖະກອນ ແລະ ສະມາຊິກ 03 ອົງການຈັດຕັ້ງມະຫາຊົນ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ ປະທານໄກສອນ ພົມວິຫານ, ແລະ ໄດ້ຖືໂອກາດດັ່ງກ່າວ ເຂົ້າທ່ຽວຊົມງານວາງສະແດງຮູບພາບ 45 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກປະຊົນປະຕິວັດລາວ ແລະ ຮຽນຮູ້ກ່ຽວກັບມູນເຊື້ອອັນພິລະອາດຫານຂອງປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາປະຕິວັດທ່ານອື່ນໆໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນເມື່ອກ່ອນຈົນເຖິງປະຈຸບັນ.