
ໃນວັນທີ 18 ມັງກອນ 2021, ຄະນະພັກ-ຄະນະນໍາ ຫ້ອງວ່າການປະທານປະເທດ ນໍາໂດຍ ສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ພ້ອມຄະນະ ເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (20/01/1949-20/01/2021) ທີ່ກະຊວງປ້ອງກັນປະເທດ.
ໃນໂອກາດນີ້ ສະຫາຍ ຄໍາເມິງ ພົງທະດີ ໄດ້ສະແດງຄວາມຊົມເຊີຍມາຍັງ ຄະນະນໍາກະຊວງປ້ອງກັນປະເທດ ກໍຄືບັນດາອ້າຍ – ນ້ອງທະຫານໃນກອງທັບ ໃນການປະຕິບັດໜ້າທີ່ ວຽກງານຂອງຕົນ ໂດຍສະເພາະແມ່ນ ວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະ 72 ປີ ຜ່ານມາ ເຊິ່ງມີຜົນງານຫຼາຍດ້ານ ເປັນຕົ້ນແມ່ນວຽກງານປ້ອງກັນຊາດເຮັດໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນບັນດາເຜົ່າໄດ້ມີໂອກາດສ້າງສາພັດທະນາ ແລະ ທໍາມະຫາກິນດ້ວຍຄວາມສະດວກ. ພ້ອມດຽວກັນນັ້ນ, ກໍໄດ້ນໍາເອົາກະຕ່າດອກໄມ້ ແລະ ວັດຖຸປັດໄຈປະກອບມີ: ໝີ່, ປ໋ອງປາ, ເກືອ ແລະ ແປ້ງນົວ ລວມມູນຄ່າ 4.000.000 ກີບມອບໃຫ້ກະຊວງປ້ອງກັນປະເທດ, ຕາງໜ້າກ່າວຮັບໂດຍ ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.
ພ້ອມກັນນັ້ນ, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ຄະນະນໍາ ຫ້ອງວ່າການປະທານປະເທດ ທີ່ເຫັນໄດ້ຄວາມໝາຍສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ເຊິ່ງຍາມໃດກໍໄດ້ໃຫ້ການອູ້ມຊູ ຊ່ວຍເຫຼືອກອງທັບກໍຄືອ້າຍນ້ອງທະຫານດ້ວຍດີຕະຫຼອດມາ.