

ໃນວັນທີ 27 ພະຈິກ 2020 ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງປາຖະກະຖາ ວັນຊາດທີ 02 ທັນວາ ຄົບຮອບ 45 ປີ (02 ທັນວາ 1945 -02 ທັນວາ 2020) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13 ທັນວາ 1920 – 13 ທັນວາ 2020) ທີ່ຫ້ອງປະຊຸມໃຫຍ່ ຫປທ ໃຫ້ກຽດປາຖະກະຖາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ມີຄະນະພັກ, ຄະນະກົມ, ພະນັກງານ-ລັດຖະກອນ ພາຍໃນ ຫປທ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນ ພັກປະຊາຊົນປະຕິວັດລາວ ໄດ້ເປັນແກ່ນນໍາ-ນໍາພາປະຊາຊົນລາວທັງຊາດ, ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາ ພັກປະຊາຊົນປະຕິວັດລາວ ໄດ້ນໍາພາທົ່ວປວງຊົນລາວບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ. ຜ່ານການຈັດຕັ້ງປະຕິບັດເປັນເວລາ 45 ປີ, ຄ່ຽງຄູ່ກັນນັ້ນກໍມີຂໍ້ສະດວກທີ່ເປັນພື້ນຖານຫຼາຍດ້ານ ກໍໄດ້ປະສົບຄວາມຫຍຸ້ງຍາກນາໆປະການຫຼາຍຢ່າງເຊັ່ນກັນຍ້ອນເງື່ອນໄຂດ້ານຕ່າງໆຂອງພາຍໃນປະເທດ ການຮັບປະກັນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ມີຄວາມຈໍາກັດຫຼາຍດ້ານ, ປະເຊີນກັບກົນອຸບາຍມ້າງເພທໍາລາຍຂອງພວກອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ ທັງປະສົບກັບໄພພິບັດທາງທໍາມະຊາດຢ່າງຕໍ່ເນື່ອງ; ສິ່ງສໍາຄັນແມ່ນກໍາລັງການຜະລິດ ແລະ ພື້ນຖານໂຄງລ່າງກໍຄືວັດຖຸເຕັກນິກ ໃນທຸກຂົງເຂດວຽກງານ ຍັງຢູ່ໃນລັກສະນະປະຖົມປະຖານກວມອັດຕາສ່ວນສູງ. ແຕ່ພັກໄດ້ມີຄວາມສະດຸ້ງໄວ ແລະ ຫັນປ່ຽນໃນການນໍາພາຂອງຕົນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ສາກົນ ດ້ວຍການວາງແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການ ທັງມີການປັບປຸງບຸລະນະຢ່າງບໍ່ຢຸດຢັ້ງຕະຫຼອດມາ ອັນໄດ້ເປັນປັດໄຈພື້ນຖານ ແລະ ສໍາຄັນໃຫ້ແກ່ການ ປົກປັກຮັກສາຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ; ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝ; ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ໄດ້ຮັບການເສີມຂະຫຍາຍ ແລະ ເປີດກວ້າງອອກໃນສັງຄົມ; ຄວາມສາມັກຄີເປັນເອກະພາບໃນຊາດ ນັບມື້ໄດ້ຮັບການເຊີດຊູສູງຂຶ້ນ ໃນເວທີສາກົນ ແລະ ພາກພື້ນ.
ພ້ອມດຽວກັນນັ້ນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ປາຖະກະຖາວັນເກີດ ປະທານ ໄກສອນ ພົມວິຫານ ໂດຍທ່ານໄດ້ເລົ່າຫວນຄືນວ່າ ປະທານ ໄກສອນ ພົມວິຫານເປັນຜູ້ນໍາທີ່ເດັດດ່ຽດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເປັນຜູ້ນໍາທີ່ເປັນແວ່ນແຍງໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນປະຕິວັດ ກໍຄືແບບແຜນການດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ແລະ ເພິ່ນໄດ້ເປັນແວ່ນແຍງໃນການເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນັບຖືຈາກມະຫາຊົນ.