
ເນື່ອງໃນໂອກາດ ວັນປະກາດເອກະລາດ 12 ຕຸລາ 945 – 12 ຕຸລາ 2020 ຄົບຮອບ 75 ປີ, ຫ້ອງວ່າການປະທານປະເທດ ໄດ້ຈັດພິທີປາຖະກະຖາວັນດັ່ງກ່າວຂຶ້ນ ທີ່ຫ້ອງປະຊຸມໃຫຍ່ ໃນວັນທີ 23 ຕຸລາ 2020 ໂດຍໃຫ້ກຽດປາຖະຖາຂອງທ່ານ ພົນຈັດຕະວາ ຄໍາຫອມ ແສງບົວລົມ, ວິລະຊົນແຫ່ງຊາດ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ມີຄະນະພັກ, ຄະນະກົມ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫປທ ທັງໝົດເຂົ້າຮ່ວມຮັບຟັງ.
ໃນໂອກາດນີ້, ທ່ານ ພົນຈັດຕະວາ ຄໍາຫອມ ແສງບົວລົມ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນປະກາດເອກະລາດ 12 ຕຸລາ 1945 ຊຶ່ງເປັນເຫດການທີ່ມີຄວາມໝາຍ ທາງປະຫວັດສາດຂອງຊາດລາວເຮົາ ຍ້ອນວ່າ ແມ່ນມື້ທີ່ມີການໂຮມຊຸມນຸມ ຢູ່ສະໜາມກິລາແຫ່ງຊາດເຊິ່ງມີມວນຊົນເຂົ້າຮ່ວມ 2 ໝື່ນກວ່າຄົນ, ລັດຖະບານລາວອິດສະຫຼະໄດ້ເປັນຕົວແທນໃຫ້ແກ່ວົງຄະນະຍາດແຫ່ງຊາດ ປະກາດຄວາມເປັນເອກະລາດ ຂອງປະເທດລາວ ຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບ, ອອກຖະແຫຼງການກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກໆ ສັນຍາທີ່ລາວໄດ້ເຊັນກັບຝຣັ່ງເສດ, ປະກາດໃຊ້ລັດຖະທໍາມະນູນສະບັບທໍາອິດ, ປະກາດໃຊ້ທຸງຊາດ. ຈາກນັ້ນມາ ນໍ້າໃຈວັນທີ 12 ຕຸລາ ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ ຂອງຄົນລາວຜູ້ຮັກຊາດພາຍໃຕ້ການນໍາພາຂອງພັກ ສາມາດປົດປ່ອຍຊາດໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ ປີ 1975.

ຫຼັງຈາກນັ້ນ, ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ກໍໄດ້ໃຫ້ກຽດປາຖະກະຖາ ວັນສາກົນເພື່ອລຶບລ້າງຄວາມທຸກຍາກ17 ຕຸລາ 1987 ຄົບຮອບ 33 ປີ ແລະ ສັບປະດາລຶບລ້າງຄວາມທຸກຍາກ ຂອງ ສ ປປລາວ 24 ຕຸລາ 2003 ຄົບຮອບ17 ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ຄວາມທຸກຍາກ ແລະ ຄວາມອຶດຫິວເປັນບັນຫາໃຫຍ່ຂອງໂລກ ມາຫຼາຍທົດສະວັດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງບັນດາປະຊາຊາດ, ໃນປີ 1992 ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໄດ້ປະກາດເອົາວັນທີ 17 ຕຸລາ ຂອງທຸກໆ ປີ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ. ສໍາລັບ ສປປ ລາວ ໃນຖານະເປັນສະມາຊິກຂອງ ອົງການສະຫະປະຊາຊາດ ຍາມໃດກໍຖືວ່າວຽກງານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເປັນວຽກຍຸດທະສາດສໍາຄັນ ແລະເປັນໜ້າທີ່ບູລິມະສິດຂອງທົ່ວພັກ-ລັດ, ທົ່ວປວງຊົນ, ດັ່ງນັ້ນ, ໃນກອງປະຊຸມວຽກງານລຶບລ້າງຄວາມທຸກຍາກທົ່ວປະເທດຄັ້ງທີ I ຈຶ່ງໄດ້ກໍານົດ ແລະ ປະກາດເອົາວັນທີ 17 ແລະ 24 ຕຸລາ ຂອງທຸກໆ ປີ ເປັນວັນສັບປະດາ ແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກເລີ່ມແຕ່ປີ 2003 ເປັນຕົ້ນມາ.
