
ໃນວັນທີ 23 ພະຈິກ 2020 ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບອໍາລາຂອງ ທ່ານ ຊິນ ຊັງ-ຊູນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫຼີ ປະຈຳ ສປປ ລາວ ໃນໂອກາດທີ່ທ່ານສຳເລັດໜ້າທີ່ການທູດຢູ່ ສປປ ລາວ.
ໂອກາດນີ້ທ່ານຮອງປະທານປະເທດ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ ໄປຍັງ ທ່ານປະທານາທິບໍດີ, ລັດຖະບານ ກໍຄື ປະຊາຊົນ ແຫ່ງ ສ.ເກົາຫຼີ ພ້ອມທັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງ ທ່ານເອກອັກຄະລັດຖະທູດ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ກໍຄືການຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນຕ່າງໆ. ພ້ອມດຽວກັນນັ້ນ, ທ່ານຮອງປະທານປະເທດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານຕ່າງໆຂອງ ສ.ເກົາຫຼີ ເປັນຕົ້ນແມ່ນ ການຊ່ວຍເຫຼືອດ້ານການພັດທະນາຊົນນະບົດ, ການພັດທະນາການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດທີ່ບໍ່ທັນແຕກ, ການຕ້ານໄພພິບັດ ແລະ ອື່ນໆ ໂດຍຜ່ານອົງການ KOICA.
ໃນໂອກາດດຽວກັນນີ້, ທ່ານ ຊິນ ຊັງ-ຊູນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫຼະເວລາ ຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຮູ້ບຸນຄຸນ ມາຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກໃນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ຈະສືບຕໍ່ຮັດແໜ້ນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ສ.ເກົາຫຼີ ແລະ ສປປ ລາວ ໃຫ້ມີບາດກ້າວອັນໃໝ່ ແລະ ຍິ່ງໃຫ່ຍກວ່າເກົ່າ.