
ເພື່ອເປັນການຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຂອງສາມອົງການຈັດຕັ້ງມະຫາຊົນ ຫ້ອງວ່າການປະທານປະເທດ ສາມອົງການຈັດຕັ້ງມະຫາຊົນ ຫປທ ແລະ ບໍລິສັດເອັນທີພີການຄ້ານໍ້າມັນເຊື້ອໄຟມະຫາຊົນໄດ້ຈັດການແຂ່ງຂັນກີລາບານເຕະມິດຕະພາບຍິງ-ຊາຍຂຶ້ນໃນວັນທີ 6 ພະຈິກ 2020 ທີ່ເດີ່ນເຕະບານກູດໄລຟ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ທັງເປັນຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ທ່ານ ເຫຼື່ອມ ຍົງວົງສິດທິ ຮອງຜູ້ອໍານວຍການບໍລິສັດເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນ; ມີຜູ້ຕາງໜ້າຄະນະນໍາສາມອົງການຈັດຕັ້ງມະຫາຊົນ, ຄະນະຜູ້ບໍລິຫານ, ນັກກີລາ ແລະ ກອງເຊຍຂອງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ເພັດສະໝອນ ພັນທະວົງ ໄດ້ຂຶ້ນກ່າວເປີດພິທີການແຂ່ງຂັນບານເຕະ ແລະ ສະແດງຄວາມຂອບໃຈຕໍ່ບໍລິສັດເອັນທີພີການຄ້ານໍ້າມັນເຊື້ອໄຟມະຫາຊົນທີ່ໄດ້ໃຫ້ການອຸປະຖໍາຊຸກຍູ້ກອງປະຊຸມໃຫຍ່ຊາວໜຸ່ມຫ້ອງວ່າການປະທານປະເທດທີ່ຫາກໍສໍາເລັດໄປແລ້ວນັ້ນດ້ວຍຜົນສໍາເລັດຢ່າງຈົບງາມ ພ້ອມທັງອວຍໄຊໃຫ້ພອນຄະນະຜູ້ບໍລິຫານ ແລະ ທີມງານຂອງບໍລິສັດ ຈົ່ງປະສົບຜົນສໍາເລັດໃນການເຮັດທຸລະກິດຂອງຕົນ, ອວຍພອນໃຫ້ນັກກີລາທັງສອງພາກສ່ວນຈົ່ງຫຼິ້ນກີລາດ້ວຍນໍ້າໃຈນັກກີລາແທ້ ແລະ ພ້ອມກັນສືບຕໍ່ຮັດແໜ້ນມິດຕະພາບ-ຄວາມສາມັກຄີທີ່ດີຕໍ່ກັນຕະຫຼອດໄປ.

ໃນໂອກາດດັ່ງກ່າວ, ຫ້ອງວ່າການປະທານປະເທດກໍໄດ້ມອບໃບຊົມເຊີຍໃຫ້ບໍລິສັດເອັນທີພີການຄ້ານໍ້າມັນເຊື້ອໄຟມະຫາຊົນ ແລະ ດໍາເນີນການແຂ່ງຂັນກີລາບານເຕະ (ຊາຍ-ຍິງ). ພາຍຫຼັງສໍາເລັດການແຂ່ງຂັນແລ້ວ ຄະນະນໍາ,ຜູ້ເຂົ້າຮ່ວມທັງສອງຝ່າຍກໍໄດ້ຮ່ວມພາເຂົ້າສາມັກຄີ ແລະ ພົບປະສັງສັນດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.


ທີມນັກກິລາຊາຍ

ທີມນັກກິລາຍິງ