
ໃນວັນທີ 15 ກັນຍາ 2020 ນີ້, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບອຳລາຂອງ ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໃນໂອກາດທີ່ ທ່ານ ທູດ ຈະສຳເລັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 30 ກັນຍາ 2020 ທີ່ຈະມາເຖິງນີ້.
ໂອກາດນີ້, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ດຳຣົງ ໃຄ່ຄວນ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢູ່ສປປ ລາວ ເຖິງວ່າຈະເປັນເວລາອັນສັ້ນແຕ່ກໍໄດ້ມີການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນທີ່ດີ, ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີການຜູກພັນກັນທາງດ້ານຮີດຄອງປະເພນີ, ວັດທະນະທຳ, ພາສາປາກເວົ້າ ແລະ ເປັນແກ່ວດອງກັນ ມາແຕ່ບູຮານນະການ. ໃນໄລຍະປະຕິບັດໜ້າທີ່ການທູດ, ທ່ານ ທູດ ດຳຣົງ ໃຄ່ຄວນ ໄດ້ມີບົດບາດສຳຄັນໃນການຊຸກຍູ້ສົງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດສປປ ລາວ-ຣາຊະອານາຈັກໄທ ໃຫ້ແຕກດອກອອກຜົນຍິ່ງໆ ຂື້ນໄປ.
ພ້ອມດຽວກັນນີ້, ທ່ານ ຮອງປະທານປະເທດ ໄດ້ກ່າວສະເໜີຕໍ່ທ່ານທູດວ່າ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດພວກເຮົານີ້, ຈະເປັນນິມິດໝາຍອັນດີໃຫ້ແກ່ການສືບຕໍ່ຮັດແໜ້ນການພົວພັນຮ່ວມມື ແລະ ຄວາມສາມັກຄີຮັກແພງລະຫວ່າງປະຊາຊົນສອງຊາດ,ຖ້າຫາກວ່າ ວົງສານຸວົງ ອົງໃດອົງໜຶ່ງຂອງຣາຊະອານາຈັກໄທ ສາມາດເດີນທາງມາເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວນຳພວກເຮົາໄດ້.
ໃນໂອກາດດັ່ງກ່າວ, ທ່ານ ດຳຣົງ ໃຄ່ຄວນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຮອງປະທານປະເທດ ທີ່ໄດ້ສະຫລະເວລາ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ສະແດງ ຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບ ສະໜູນຊ່ວຍເຫລືອ ກໍຄື ອຳນວຍຄວາມສະດວກ ທຸກປະການ ເຮັດໃຫ້ການປະຕິບັດໜ້າທີ່ ການທູດຂອງຕົນຢູ່ ສປປ ລາວ ປະສົບຜົນສຳເລັດເປັນຢ່າງດີ ແລະ ຈະສືບຕໍ່ປະກອບສ່ວນຊ່ວຍຊຸກຍູ້ສາຍພົວພັນ ແລະ ການຮ່ວມມື ລາວ-ໄທ ໃຫ້ເຂັ້ມແຂງ ແລະ ຂະຫຍາຍ ຕົວຍິ່ງໆຂຶ້ນໃນຕໍ່ໜ້າ.