
ເວລາ 8:00 – 13:00 ໂມງ ຂອງວັນທີ 07 ສິງຫາ 2020 ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມໃຫຍ່ ຊາວໜຸ່ມປະຊາຊົນປະຕິວັດລາວ ຫ້ອງວ່າການປະທານປະເທດ ຄັ້ງທີ V ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງສະຫາຍ ນ. ອໍາມະລີ ຈັນທະພອນ ຄະນະພັກ, ເລຂາຄະນະບໍລິຫານງານຊາວໜຸ່ມດຫ້ອງວ່າການປະທານປະເທດ ໃຫ້ກຽດເຂົ້າ ຮ່ວມຂອງສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ແລະ ສະຫາຍ ນ. ວິລະວອນ ພັນທະວົງ, ຮອງເລຂາຄະນະພັກ, ຮອງເລຂາຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ຍັງມີຄະນະພັກ,ດຕາງໜ້າກົມ,ດຕາງໜ້າອົງການຈັດຕັ້ງມະຫາຊົນແ( ກໍາມະບານ, ແມ່ຍິງ),ແແຂກທີ່ຖືກເຊີນ ແລະ ສະມາຊິກຊາວໜຸ່ມ ຫ້ອງວ່າການປະທານປະເທດ ເຂົ້າຮ່ວມທັງໝົດ ຈໍານວນ 87 ສະຫາຍ,ແຍິງ 38 ສະຫາຍ. ໃນນັ້ນ, ສະມາຊິກຊາວໜຸ່ມ ຫປທ ຈໍານວນ 70 ສະຫາຍ, ຍິງ 38 ສະຫາຍ.
ດ
ໃນໂອກາດ ດັ່ງກ່າວ ສະຫາຍ ປອ ວັນທອງ ນາກກະເສນ ຮອງເລຂາຊາວໜຸ່ມ ຫປທ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຕໍ່ກອງປະຊຸມຊຶ່ງເນື້ອໃນສ່ອງແສງໃຫ້ເຫັນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຊາວໜຸ່ມ ຫປທ ຄັ້ງທີ IV ໃນໄລຍະ 05 ປີຜ່ານມາ (2015-2020) ເຫັນວ່າຄະນະບໍລິຫານງານຊາວໝຸ່ມ ຫປທ ໄດ້ຖືເອົາວຽກງານການເມືອງແນວຄິດເປັນກົກ, ເປັນວຽກງານບູລິມະສິດອັນສໍາຄັນອັນດັບໜຶ່ງໃນການຈັດຕັ້ງ, ນໍາພາເຄື່ອນໄຫວປະຕິບັດວຽກງານຢ່າງເປັນລະບົບປົກະຕິຕໍ່ເນຶ່ອງໂດຍນໍາເອົາວຽກງານດັ່ງກ່າວສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານ ຂອງຫ້ອງວ່າການປະທານປະເທດ ເຮັດໃຫ້ສະມາຊິກຊາວໜຸ່ມມີຄວາມຮັບຮູ້ດແລະ ເຂົ້າໃຈກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ທິດທາງແຜນການພັດທະນາຂອງລັດ ແຕ່ລະໄລຍະ.
ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ຫປທ ຊຸດໃໝ່ເຊິ່ງມີຜູ້ລົງສະໝັກເລືອກຕັ້ງ ທັງໝົດ 08 ສະຫາຍ, ໂດຍເລືອກເອົາ 05 ສະຫາຍ ແລະ ຄັດເລືອກຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII. ໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາສະຫາຍ ປອ ວັນທອງ ນາກກະເສນ ເປັນເລຂາຄະນະ.

ບໍລິຫານງານ ຊປປລ ຫປທ, ສະຫາຍ ມີກາ ຄູນມີໄຊ ເປັນຮອງເລຂາຄະນະບໍລິຫານງານ ຊປປລ ຫປທ ທັງເປັນປະທານກວດກາ, ສະຫາຍ ນ. ຈິດຕະພອນ ເກດສຸວັນ ເປັນຮອງເລຂາຄະນະບໍລິຫານງານຊປປລ ຫປທ, ສະຫາຍ ສໍ ສຸວັນວິໄຊ ເປັນຄະນະບໍລິຫານງານ ຊປປລ ຫປທ ທັງເປັນຮອງປະທານກວດກາ ແລະ ສະຫາຍ ພຸດພະຈັນ ສີລິວົງໄຊ ເປັນຄະນະບໍລິຫານງານ ຊປປລ ຫປທ.
ໃນກອງປະຊຸມໃຫຍ່ຄັ້ງນີ້ ສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ແລະ ສະຫາຍ ນ. ວິລະວອນ ພັນທະວົງ ຮອງເລຂາຄະນະພັກ, ຮອງເລຂາຄະນະບໍລິຫານງານສູນກາງ ຊປປລດຍັງໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍເນັ້ນໜັກໃຫ້ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ໃຫ້ສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາ ສະມາຊິກຊາວໜຸ່ມຢ່າງຕັ້ງໜ້າເພື່ອຮັບປະກັນການປະຕິບັດພາລະບົດບາດໜ້າທີ່ການເມືອງໃນຕໍ່ໜ້າໃຫ້ມີຜົນສໍາເລັດອັນໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ.