ໃນວັນທີ 24 ກໍລະກົດ 2020 ຢູ່ທີ່ ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງປາຖະກະຖາຫວນຄືນ ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 111 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 43 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 58 ປີ ເພື່ອໃຫ້ພະນັກງານຮັບຮູ້ ແລະ ກໍາແໜ້ນປະຫວັດການເຄື່ອນໄຫວຂອງປະທານ ສຸພານຸວົງ ເພື່ອນໍາໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ມີຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ທ່ານ ກິ່ງມະໂນ ພົມມະຫາໄຊ ກໍາມະການຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນໄຫວປະຕິວັດທີ່ເຕັມໄປດ້ວຍຜົນງານ ແລະ ຄຸນງາມຄວາມດີຂອງປະທານສຸພານຸວົງ ໃນໄລຍະຜ່ານມາ ເຊິ່ງເພິ່ນໄດ້ສຸມສະຕິ ປັນຍາ ແລະ ເຫື່ອແຮງ ຊີ້ນໍາຂະບວນການປະຕິວັດລາວ ຍາດເອົາໄຊຊະນະ ອັນຍິ່ງໃຫຍ່ ມາໃຫ້ ປະເທດຊາດ. ນອກນັ້ນ, ຊື່ສຽງຂອງປະທານສຸພານຸວົງກໍໄດ້ພົ້ນເດັ່ນຂຶ້ນໃນຂະບວນການປະຕິວັດເຊິ່ງເປັນນັກຮົບຮັກຊາດຮຸ່ນທໍາອິດທີ່ໄດ້ເອົາຊີວິດຂອງຕົນຜູກພັນກັບການປະຕິວັດຕະຫຼອດມາໂດຍບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມຫຍຸ້ງຍາກລໍາບາກ, ມີຄວາມເສຍສະຫຼະ ບໍ່ຫວາດຫວັ່ນຕໍ່ການຈັບກຸມຄຸມຂັງຂອງສັດຕູ ຍາມໃດກໍຕໍ່ສູ້ເພື່ອອຸດົມຄະຕິປະຕິວັດອັນສູງສົ່ງເພື່ອຄວາມເປັນເອກະລາດ ແລະ ວັດທະ ນາຖາວອນຂອງປະເທດຊາດ, ເພື່ອອິດສະຫຼະພາບຄວາມຢູ່ດີກິນດີຂອງປະຊາຊົນລາວ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ນັບ ແຕ່ປີ 1975-1995 ປະທານ ສຸພານຸວົງ ໄດ້ນໍາພາປະຊາຊົນລາວຜ່ານຜ່າອຸປະສັກຕ່າງໆນາໆ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນ ຕໍ່ການຈັດຕັ້ງ, ມີຄວາມເອື້ອເຟື້ອເພື່ອແຜ່ ການດໍາລົງຊີວິດດ້ວຍຄວາມຊື່ສັດ, ງ່າຍດາຍ, ຮັກແພງເພື່ອນມິດສະຫາຍດ້ວຍຄວາມຈິງໃຈ.
ໂອກາດດຽວກັນນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ຍັງໄດ້ໃຫ້ກຽດເຜີຍແຜ່ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 43ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 58ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບແວດລ້ອມ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນຮ່ວມກັນ, ມີຄວາມຜູກພັນສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ພິເສດແມ່ນໃນໄລຍະຕໍ່ສູ້ເປັນເວລາຫຼາຍສິບປີພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ຂອງສອງຊາດລາວ – ຫວຽດນາມ ໂດຍແມ່ນປະທານໂຮ່ຈີ່ມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ເປັນຜູ້ລິເລີ່ມ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ລາວ ແລະ ຫວຽດນາມ ໄດ້ສືບຕໍ່ພົວພັນຮ່ວມມືກັນຢ່າງສະໜິດແໜ້ນ, ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮ່ວມມືກັນ ແລະ ໃນວັນທີ 18 ກໍລະກົດ 1977 ໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືນໍາກັນໂດຍແມ່ນ ປະທານໄກສອນ ພົມວິຫານ ປະທານສະພາລັດຖະມົນຕີ ແລະ ທ່ານ ຟາມວັນດົງ ນາຍົກລັດຖະມົນຕີຫວຽດນາມ ເປັນຜູ້ລົງນາມ ແຕ່ນັ້ນມາ ການຮ່ວມມືຮອບດ້ານລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ເລີ່ມຕົ້ນສັກກະລາດໃໝ່ໃນເງື່ອນໄຂໃໝ່ ແລະ ໄດ້ຮັບໝາກຜົນທາງດ້ານຕ່າງໆ ເຊັ່ນ: ການເມືອງ, ການຕ່າງປະເທດ, ການພັດທະນາຊັບພະຍາກອນມະນຸດ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ ໄດ້ຮັບຜົນດີເປັນກ້າວໆມາ.