ຫ້ອງວ່າການປະທານປະເທດ ຈັດພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2019 ໃນວັນທີ 19 ພຶດສະພາ 2020 ໂດຍການເປັນປະທານຂອງ ສະຫາຍ ຄຳເມິງ ພົງທະດີ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວ ໜ້າຫ້ອງວ່າການປະທານປະເທດ, ມີຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກ ທົ່ວອົງຄະນະພັກ ຫ້ອງວ່າການປະທານປະເທດ ເຂົ້າຮ່ວມ.
ໃນພິທີສະຫາຍ ນາງ ອຳມະລີ ຈັນທະພອນ ຄະນະພັກ, ເລຂາໜ່ວຍພັກກົມພົວພັນຕ່າງປະເທດ ຕາງໜ້າ 5 ໜ່ວຍພັກ ຂຶ້ນຜ່ານບົດສະຫລຸບວຽກງານກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2019 ໃນ 1 ປີຜ່ານມາມີສິ່ງທ້າທາຍ ແລະ ບົດທົດສອບຫຼາຍປະການ, ປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມສົ່ງຜົນສະທ້ອນການປະຕິບັດໜ້າທີການເມືອງ ກໍຄືຊີວິດການເປັນຢູ່ຂອງສະມາຊິກ ພັກທຸກສະຫາຍ, ພະນັກງານ-ລັດຖະກອນ ຍັງມີຄວາມອຸ່ນອຽນທຸ່ນທ່ຽງ ບໍ່ຄອນແຄນ ຍັງສືບຕໍ່ເປັນແບບຢ່າງ ໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານປົກກະຕິ ໂດຍລວມແລ້ວ ເຫັນວ່າສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມເປັນເອກະພາບທາງດ້ານແນວຄິດ, ມີຄວາມເຊື້ອໝັ້ນ ຕໍ່ການນຳພາຂອງພັກ, ຄະນະໜ່ວຍພັກແຕ່ລະໜ່ວຍ ໄດ້ເປັນເຈົ້າການຊີ້ນໍາ – ນໍາພາ ປະຕິບັດວຽກງານຕາມພາລະບົດບາດຂອງຕົນໂດຍສະເພາະໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນໍາ ຫ້ອງວ່າການປະທານປະເທດ, ນຳພາບໍລິຫານຮັບ ໃຊ້ໃຫ້ແກ່ ທ່ານປະທານປະເທດ, ຮອງປະທານປະເທດ ລວມເຖິງວຽກງານບໍລິຫານ ຢູ່ພາຍໃນ ຫ້ອງວ່າການປະທານປະເທດ ໄດ້ທັນສະພາບການ ແລະ ຮັບປະກັນທາງດ້ານຄຸນນະພາບ. ນອກຈາກນີ້, ຍັງໄດ້ຄົ້ນ ແລະ ນຳສະເໜີຕໍ່ທ່ານປະທານປະເທດ ພິຈາລະນາອອກລັດຖະດໍາລັດປະກາດໃຊ້ກົດໝາຍ 12 ສະບັບ.
ສຳລັບທິດທາງ ແລະ ແຜນການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ 5 ໜ່ວຍພັກ ປະຈຳປີ 2020 ແນໃສ່ເພີ່ມ ທະວີການ ນໍາພາການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢູ່ພາຍໃນຄວາມຮັບຜິດຊອບຂອງໜ່ວຍພັກ, ເຮັດໃຫ້ສະມາຊິກເຂົ້າໃຈ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ອື່ນໆ ສືບຕໍ່ປະຕິບັດກົດລະບຽບຂອງພັກໃຫ້ເຂັ້ມງວດ, ເຂົ້າຮ່ວມຊີວິດພັກປະຈໍາເດືອນເປັນປົກກະຕິ, ຕຳນິ-ຕິຊົມ, ກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຮັດໃຫ້ພັກມີຄວາມເຂັ້ມແຂງ ແລະ ເສຍເງິນສະຕິພັກ ຕາມລະບຽບ ຂອງພັກ.
ພ້ອມດຽວກັນນີ້, ກໍໄດ້ມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ 5 ໜ່ວຍພັກ ຄື ໜ່ວຍພັກກົມບໍລິຫານ ແລະ ຄຸ້ມຄອງ, ໜ່ວຍພັກກົມຄົ້ນຄວ້າ-ສັງລວມ, ໜ່ວຍພັກກົມພົວພັນຕ່າງປະເທດ, ໜ່ວຍພັກກົດໝາຍ ແລະ ໜ່ວຍພັກກົມຈັດຕັ້ງ, ກວດກາ ແລະ ໂຄສະນາ ແລະ ປະກາດການແຕ່ງຕັ້ງ ພະນັກງານຂັ້ນຮອງກົມ ແລະ ຂັ້ນພະແນກອີກດ້ວຍ.