ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ພັກ – ພະນັກງານ ແລະ ວຽກງານກວດກາ ປະຈໍາປີ 2019, ຈັດຂຶ້ນໃນວັນທີ 26 ພຶດສະພາ 2020 ທີ່ຫ້ອງວ່າການປະທານປະເທດ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ມີຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ຄໍາຕາ ລາດຊະວົງ ຫົວໜ້າກົມຈັດຕັ້ງ, ກວດກາ ແລະ ໂຄສະນາ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຈັດຕັ້ງ, ພັກ-ພະນັກງານ ປະຈໍາປີ 2019 ແລະ ທິດທາງແຜນການໃນປີ2020 ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໜຶ່ງປີ ຜ່ານມາໄດ້ມີຜົນສໍາເລັດຫຼາຍດ້ານ, ຄະນະພັກ ຫ້ອງວ່າການປະທານປະເທດໄດ້ເປັນເຈົ້າການນໍາພາ ແລະ ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແນວທາງນະໂນບາຍຂອງພັກ-ລັດວາງອອກ ໃນນັ້ນວຽກພະນັກງານແມ່ນໄດ້ບຳລຸງ ແລະ ກໍ່ສ້າງພະນັກງານຢູ່ພາຍໃນປະເທດ ຈຳນວນ 22 ສະຫາຍ ແລະ ສົ່ງໄປບຳລຸງ – ກໍ່ສ້າງຢູ່ຕ່າງປະເທດ 22 ສະຫາຍ. ວຽກພັກ 05 ໜ່ວຍພັກໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2019. ສໍາລັບທິດທາງແຜນການປະຈໍາປີ 2020 ແມ່ນສຶບຕໍ່ຍຶດໝັ້ນຫຼັກການ ແລະ ທິດຊີ້ນໍາຕາມກົດລະບຽບພັກ, ຍົກສູງຄວາມສາມາດຂອງຄະນະ ພັກ, ໜ່ວຍພັກສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໝ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ ແລະ ເປັນແບບຢ່າງທີ່ດີນໍາໜ້າໃນທຸກດ້ານ.
ສະຫາຍ ນ. ພຸດ ທະວົງສີ ຮອງປະທານກວດກາ, ຮອງຫົວໜ້າກົມຈັດຕັ້ງ, ກວດກາ ແລະ ໂຄສະນາ ໄດ້ຂຶ້ນຜ່ານບົດສະຫຼຸບວຽກ ງານກວດກາປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020 ຜ່ານການຕິດຕາມກວດກາ ແມ່ນໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກ ຫປທ, ການປະຕິບັດລະບຽບ, ກົດໝາຍ,ການປະຕິບັດໜ້າທີ່ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງສະມາຊິກພັກ, ພະນັກງານລັດຖະກອນ ເຫັນວ່າຍັງຮັກສາໄດ້ຄຸນທາດການເມືອງ, ມີແບບແຜນນໍາພາ ແລະ ວິທີການເຮັດວຽກທີ່ດີ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານກໍ່ຄືການເປັນເສນາທິການໃຫ້ການນໍາຂັ້ນສູງໄດ້ເປັນຢ່າງດີ ແລະ ຕິດຕາມການຕີລາຄາແຜນສູ້ຊົນການກໍ່ສ້າງໜ່ວຍພັກປອດໃສ ປະຈໍາປີ 2019 ຂອງ 05 ໜ່ວຍພັກ ແລະ ອື່ນໆ
ກອງປະຊຸມຄັ້ງນີ້ ສະຫາຍ ເລຂາ, ສະຫາຍ ຮອງເລຂາຄະນະພັກ ຍັງໄດ້ຮັບນໍາເອົາບົດໂອ້ລົມຂອງການນໍາມາເຜີຍແຜ່ເປັນຕົ້ນ: ບົດໂອ້ລົມຂອງ ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນ ກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດປະຈຳປີ 2019 ທີ່ໄດ້ຈັດຂຶ້ນໃນວັນທີ 20 ທັນວາ ປີ 2019 ຜ່ານມາ ແລະ ໄດ້ຮັບ ຟັງການເຜີຍແຜ່ບົດໂອ້ລົມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2019 ທີ່ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ ທີ່ຜ່ານມາ.