ໃນຕອນເຊົ້າຂອງວັນທີ 12 ມີນາ 2020 ທີ່ຫ້ອງວ່າການສູນກາງພັກ, ທ່ານພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການສະເຫຼີມສະຫຼອງວັນສຳ ຄັນຂອງພັກ, ຂອງຊາດປະຈຳປີ 2020 ໄດ້ຖະແຫຼງຂ່າວ ຢ່າງເປັນທາງການ ຜ່ານສື່ມວນຊົນລາວ ເຊິ່ງມີເນື້ອໃນບາງຕອນວ່າ : ພີ່ນ້ອງຮ່ວມຊາດ ແລະ ສະມາຊິກພັກປະຊາຊົນປະຕິວັດລາວ ທຸກຖ້ວນໜ້າ ທີ່ຮັກແພງທັງຫລາຍ!
ມື້ນີ້ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ຄະນະຊີ້ນຳລະດັບຊາດກ່ຽວກັບການສະເຫລີມສະຫລອງວັນສຳຄັນຂອງພັກຂອງຊາດ ປະຈຳປີ 2020 ໃນນັ້ນ ການກະກຽມສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີໃນວັນທີ 22 ມີນາທີ່ຈະມາເຖິງ ນີ້ ຊຶ່ງໄດ້ມີການເຄື່ອນໄຫວກະກຽມທີ່ເຕັມໄປດ້ວຍເນື້ອໃນອຸດົມສົມບູນ ແລະ ມີບັນຍາກາດອັນຟົດຟື້ນໃນຂອບເຂດທົ່ວປະເທດ. ແຕ່ດັ່ງທີ່ພວກເຮົາ ຮູ້ນຳກັນແລ້ວ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່(COVID-19) ທີ່ໄດ້ເກີດຂຶ້ນແຕ່ທ້າຍປີ 2019 ໄດ້ເພີ່ມທະວີຄວາມຮຸນແຮງ ແລະ ໄດ້ກໍ່ ຄວາມເສຍຫາຍຢ່າງໃຫຍ່ຫລວງໃນຫລາຍປະເທດ, ອົງການອະນາໄມໂລກ ກໍ່ໄດ້ມີການແຈ້ງເຕືອນໄພອັນຕະລາຍຂອງພະຍາດດັ່ງກ່າວ ແລະ ຮຽກຮ້ອງໃຫ້ທຸກປະເທດມີມາດຕະການປ້ອງກັນ – ສະກັດກັ້ນຢ່າງເຂັ້ມງວດ ໂດຍໃຫ້ຈຳກັດການເຕົ້າໂຮມຄົນ ເປັນຈຳນວນ ຫລາຍ ຄຽງຄູ່ກັບໃຊ້ມາດຕະການອື່ນໆ ທີ່ຈຳເປັນ ເພື່ອປ້ອງກັນການແຜ່ລະບາດ ຂອງພະຍາດ. ມາຮອດ ປັດຈຸບັນ ເຖິງວ່າລາວເຮົາຍັງບໍ່ທັນມີກໍລະນີຜູ້ຕິດເຊື້ອ ພະຍາດດັ່ງກ່າວກໍ່ຕາມແຕ່ກໍ່ມີຄວາມສ່ຽງສູງຫຼາຍທີ່ອາດເກີດການລະບາດ, ຍ້ອນຫລາຍປະເທດອ້ອມຂ້າງພວກເຮົາໄດ້ມີການລະບາດຂອງເຊື້ອພະຍາດດັ່ງກ່າວແລ້ວ. ຍ້ອນເຫັນໄດ້ຄວາມສ່ຽງ ທີ່ອາດກໍ່ໃຫ້ເກີດການລະບາດ ແລະ ດ້ວຍຄວາມຮັບຜິດຊອບຕໍ່ຄວາມປອດໄພຂອງປະຊາຊົນ ມາກ່ອນ, ສູນກາງພັກຈິ່ງໄດ້ຊີ້ນຳຕໍ່ຄະນະ ຮັບຜິດຊອບຊີ້ນຳລະດັບຊາດການສະເຫຼີມສະຫຼອງວັນສຳຄັນຂອງພັກ, ຂອງຊາດ ປະຈຳປີ 2020 ໃຫ້ ຫຼີກລ່ຽງການຈັດກິດຈະກຳ ທີ່ມີ ການເຕົ້າໂຮມມວນຊົນເປັນຈຳນວນຫຼວງຫຼາຍ ທີ່ສ່ຽງ ຕໍ່ການຕິດ ແລະ ເກີດການລະບາດ ຂອງເຊື້ອພະຍາດ ອັກເສບປອດຈາກເຊື້ອ ຈຸລະໂຣກ ສາຍພັນໃໝ່ (COVID-19).
ໃນໂອກາດນີ້, ໃນນາມຕາງໜ້າຄະນະຮັບຜິດຊອບລະດັບຊາດກ່ຽວກັບການສະເຫລີມສະຫລອງວັນສຳຄັນຂອງພັກ-ຂອງຊາດປະຈຳ ປີ 2020 ກໍ່ຄືການສະເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 65 ປີ ຈຶ່ງຂໍປະກາດກ່ຽວກັບການປ່ຽນແປງບັນດາກິດຈະກຳເຄື່ອນໄຫວ ກ່ຽວກັບງານສະເຫລີມສະຫລອງໃນຄັ້ງນີ້. ພ້ອມດຽວກັນ ກໍ່ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ແລະ ປວງຊົນລາວທັງຊາດຈົ່ງມີສະຕິລະມັດລະວັງ, ເປັນເຈົ້າຕົນເອງປ້ອງກັນຕໍ່ການແຜ່ລະບາດ ຂອງ ພະຍາດ ອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່(COVID -19), ເອົາໃຈໃສ່ຕິດຕາມ ແລະ ຮ່ວມມືປະຕິບັດຕາມວິທີການ, ມາດຕະການ ທີ່ທາງຄະນະສະເພາະກິດ ຂອງລັດຖະບານ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ອັກເສບປອດຈາກເຊື່ອຈຸລະໂຣກສາຍພັນໃໝ່ (COVID-19) ປະກາດອອກໃນແຕ່ລະໄລຍະ.