ໃນວັນທີ 17-18 ກຸມພາ 2020 ຢູ່ໂຮງແຮມດອນຈັນພາເລດ, ກອງປະຊຸມເປີດກວ້າງວຽກງານກວດສອບງົບປະມານແຫ່ງລັດ ປະຈຳປີ 2019 ຂອງອົງການກວດສອບແຫ່ງລັດ (ອກສລ) ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໂດຍການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ, ປະທານ ອກສລ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນ ໃຫ້ ອກສລ ແລະ ບັນດາເປົ້າໝາຍທີ່ຖືກກວດສອບ ເພີ່ມທະວີ ວຽກງານສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານລັດຖະ ກອນມີຄຸນທາດການເມືອງທີ່ໜັກແໜ້ນ ຢຶດໜັ້ນຕໍ່ອຸດົມການຂອງພັກ ມີສະຕິເຄົາລົບການຈັດຕັ້ງ ປະຕິບັດລະບຽບກົດໝາຍມີແນວ ຄິດອຸ່ນອ່ຽນທຸ່ນທ່ຽງ ມີຈັນຍາບັນຂອງພະນັກງານ-ລັດຖະກອນ-ນັກກວດສອບ ເປັນເຈົ້າການປະສານສົມທົບກັບກຳມາທິການສະພາແຫ່ງຊາດ, ອົງການກວດກາລັດຖະບານ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ໃນການຜັນຂະຫຍາຍມະຕິວ່າດ້ວຍການຮັບຮອງບົດລາຍງານຜົນການກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2018 ສະບັບເລກທີ 21/ສພຊ ລົງວັນທີ 18 ພະຈິກ 2019 ແລະ ເພີ່ມທະວີປັບປຸງກົງຈັກການຈັດຕັ້ງສາຍຕັ້ງຂອງຕົນໃຫ້ມີສຳນັກງານກວດສອບປະຈຳແຂວງ ເພື່ອ ໃຫ້ແທດເໝາະກັບຄວາມຕ້ອງການຂອງໜ້າທີ່ວຽກງານ ໃຫ້ເປົ້າໝາຍຖືກກວດສອບ ເປັນເຈົ້າການປະຕິບັດກົດໝາຍຢ່າງເຂັ້ມງວດ.