ໃນວັນທີ 20 ກຸມພາ 2020 ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບທ່ານ ຣາເດັກ ວອນດຣາເຊັກ ປະທານສະພາ ຜູ້ແທນລາຊະດອນ ແຫ່ງ ສ.ເຊັກ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ກຸມພາ 2020 ນີ້.
ໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຣາເດັກ ວອນດຣາເຊັກ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືໃນທຸກຂົງເຂດວຽກງານ ລະຫວ່າງສອງປະເທດລາວ-ສ.ເຊັກ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ຮ່ວມມື, ໄປມາຫາສູ່ເຊິ່ງກັນ ແລະ ກັນ ຕະຫລອດໄປ. ພ້ອມນີ້ ຍັງສະແດງຄວາມຫວັງວ່າ ລັດຖະບານ ກໍຄື ປະຊາຊົນ ຂອງສອງປະເທດ ລາວ – ສ. ເຊັກ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນຫລາຍຂົງເຂດວຽກງານ ໂດຍສະເພາະດ້ານການສຶກສາ, ສາທາ, ການພັດທະນາຊັບພະຍາກອນມະນຸດ, ການແກ້ໄຂຄວາມທຸກຍາກ ແລະ ອື່ນໆ ໃນອະນາຄົດ ແລະ ຍາວນານ.
ທ່ານ ຣາເດັກ ວອນດຣາເຊັກ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ; ພ້ອມນັ້ນ, ທ່ານ ຣາເດັກ ວອນດຣາເຊັກ ຍັງໄດ້ແຈ້ງຈຸດປະສົງຂອງ ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ໃຫ້ທ່ານ ປະທານປະເທດຮັບຊາບ ຕື່ມອີກ.