ໃນວັນທີ 14 ກຸມພາ 2020, ທີ່ຫ້ອງວ່າການສູນກາງພັກ, ຄະນະບໍລິຫານງານສູນກາງພັກ ແລະ ລັດຖະບານກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນຂອງ ພັກ-ລັດ ພາຍໃຕ້ການເປັນ ປະທານຂອງທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ; ໂດຍມີບັນດາສະຫາຍກໍາມະການກົມການເມືອງ, ເລຂາທິການສູນກາງພັກ ແລະ ຜູ້ແທນທີ່ມາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນເຂົ້າຮ່ວມຫຼາຍຮ້ອຍສະຫາຍ.
ກອງປະຊຸມໄດ້ຮັບຟັງ ການເຜີຍແຜ່ກ່ຽວກັບຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດ ໃນປີ 2019 ແລະ ຕົ້ນປີ 2020 ເປັນ ຕົ້ນແມ່ນບັນດາຜົນສໍາເລັດຂອງ ການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ສປ ຈີນ ແລະ ຣາຊະອານາຈັກກໍາປູເຈຍ ຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ກ່ຽວກັບການກະກຽມສະເຫຼີມສະຫຼອງວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ ໃນປີ 2020 ເພື່ອໃຫ້ຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນໄດ້ເຊື່ອມຊຶມ, ກໍາແໜ້ນ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກ ລົງການພົວພັນຮ່ວມມື ໃນແຕ່ລະຂົງເຂດວຽກງານ ກໍຄືໂຄງການຕ່າງໆ ກັບປະເທດເພື່ອນມິດ ໃຫ້ເຂົ້າສູ່ຕົວຈິງ ແລະ ມີປະສິດທິຜົນສູງພ້ອມກັນນັ້ນກໍ ເຮັດໃຫ້ການກະກຽມສະເຫຼີມສະຫຼອງວັນສໍາຄັນປະຫວັດສາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກ ສປປ ລາວ ຄົບຮອບ 65 ປີ, ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຄົບຮອບ 100 ປີ ໃຫ້ເຕັມໄປດ້ວຍ ຄວາມເບີກບານ ມ່ວນຊື່ນ, ມີຄວາມເອກອ້າງພາກພູມໃຈຕໍ່ໝາກຜົນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.