ຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

28/08/2026

ຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

          ໃນໂອກາດ ວັນຊາດສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945-2 ກັນຍາ 2026), ໃນຕອນເຊົ້າວັນທີ 28 ສິງຫາ 2026 ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຫົວໜ້າ ຫ້ອງວ່າການສຳນັກງານປະທາປະເທດ (ຫສປທ) ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ທີ່ສະຖານທູດຫວຽດນາມ ປະຈໍາ ສປປ ລາວ.

           ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ທົ່ວ ຫສປທ ກ່າວອວຍພອນໄຊອັນປະເສີດ ແດ່ສະຫາຍ ຫງວຽນ ມິງ ເຕີມ ແລະ ຜ່ານສະຫາຍ ໄປຍັງການນຳ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ຈົ່ງມີສຸຂະພາບພະລານາໄມສົມບູນ, ແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານ ແລະ ສືບຕໍ່ຮ່ວມມື ເພີ່ມພູນຄູນສ້າງສາຍພົວພັນ ລາວ-ຫວຽດນາມ ໃຫ້ນັບມື້ເລິກເຊິ່ງ, ແໜ້ນແຟ້ນ ແລະ ຍືນຍົງຕະຫລອດໄປ. ພ້ອມກັນນັ້ນ, ກໍໄດ້ເນັ້ນຢໍ້າຈະສືບຕໍ່ປະສານງານ, ພົວພັນຮ່ວມມື ແລະ ປະກອບສ່ວນຢ່າງສຸດຄວາມສາມາດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນ, ແຕກດອກອອກຜົນ ແລະ ຈະເລີນງອກງາມບໍ່ຢຸດຢັ້ງ.

         ທ່ານ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈມາຍັງ ຫົວໜ້າ ຫສປທ ພ້ອມດ້ວຍຄະນະ ທີ່ໃຫ້ຄວາມສຳຄັນ ແລະ ເຂົ້າຮ່ວມອວຍພອນເນື່ອງໃນວັນຊາດຫວຽດນາມ ຄົບຮອບ 81 ປີ, ພ້ອມທັງ ຕີລາຄາສູງຕໍ່ມູນເຊື້ອການພົວພັນຮ່ວມມືອັນດີງາມ ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ຕະຫລອດໄລຍະທີ່ຜ່ານມາ ຊຶ່ງການເຂົ້າຮ່ວມອວຍພອນຄັ້ງນີ້ ໄດ້ສະແດງເຖິງມິດຕະພາບອັນຍິ່ງໃຫຍ່ ແລະ ສາຍສຳພັນທີ່ແໜ້ນແຟ້ນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຢ່າງແທ້ຈິງ ໂດຍຈະສືບຕໍ່ເພີ່ມພູນຄູນສ້າງມູນເຊື້ອອັນດີງາມດັ່ງກ່າວ ໃຫ້ນັບມື້ເລິກເຊິ່ງ, ກວ້າງຂວາງ ແລະ ໝັ້ນຄົງຕະຫລອດໄປ.

 

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ແລະ ພິທີປະກາດອອກ - ຮັບອຸດໜູນບໍານານຂອງພະນັກງານ ພາຍໃນ ຫ້ອງວ່າການສໍານັກງານປະທານປະເທດ