17/08/2026
ໃນຕອນເຊົ້າຂອງວັນທີ 17 ສິງຫາ 2026 ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ເຮັດວຽກ ຢູ່ໂຄງການຫ້ວຍຊາຍ ຂອງບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໂດຍການຕ້ອນຮັບຂອງ ທ່ານ ພົຈວ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ພ້ອມດ້ວຍ ພະແນກການ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ຝ່າຍບໍລິສັດ ນຳພາທິມງານ ຕ້ອນຮັບໂດຍ ທ່ານ ເດວິດ ຣີດ (David Reid), ຜູ້ອຳນວຍການໃຫຍ່ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ຕະຫຼອດຮອດພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ຢູ່ເມືອງວັງວຽງ ແຂວງວຽງຈັນ ແລ້ວນໍາພາໄປຍັງບໍລິສັດ ພູເບ້ຍ ມາຍນິງ ບ້ານຫ້ວຍຊາຍ.

ຕາງໜ້າໃຫ້ບໍລິສັດ ທ່ານ ເດວິດ ຣີດ (David Reid) ໄດ້ລາຍງານສະພາບລວມໂດຍສັງເຂບການດຳເນີນງານຂອງບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໃນໄລຍະຜ່ານມາ ຊຶ່ງບໍລິສັດ ໄດ້ດໍາເນີນງານຮ່ວມມືກັບລັດຖະບານລາວມາເປັນເວລາຍາວນານ ພາຍໃຕ້ສັນຍາ ວ່າດ້ວຍການສຳຫຼວດ ແລະ ຜະລິດແຮ່ທາດ. ມາເຖິງປັດຈຸບັນນີ້ ພາຍໃນຂອບເຂດສຳປະທານຂອງບໍລິສັດ ໄດ້ດຳເນີນ 2 ໂຄງການຄື: ໂຄງການຫ້ວຍຊາຍ ບ້ານຫ້ວຍຊາຍ ແລະ ພູຄຳ ບ້ານນໍ້າຍອນ. ຊຶ່ງໂຄງການຫ້ວຍຊາຍ ປຸງແຕ່ງຄຳ - ເງິນ ແທ່ງປະສົມ ໄດ້ເລີ່ມດຳເນີນມາຕັ້ງແຕ່ປີ 2012 ແລະ ຄາດວ່າຈະຂະຫຍາຍໂຄງການໄປຈົນເຖິງ ປີ 2034 ຕາມແຜນອາຍຸການຂອງໂຄງການ.

ໃນຕອນບ່າຍຂອງວັນທີ 18 ສິງຫາ 2026 ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ບໍລິສັດ ຮ່ວມມືພັດທະນາ ບໍ່ແຮ່ ໄຊສົມບູນ ຈຳກັດ ບ້ານນໍ້າຊານ ເມືອງລ້ອງແຈ້ງ, ມີ ທ່ານ ພອຍຄຳ ຮຸ່ງບຸນຍວງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ, ພ້ອມດ້ວຍພະແນກການ, ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ໂດຍການຕ້ອນຮັບຂອງ ທ່ານ ວັນດີ ກວາລີວົງ, ປະທານ ບໍລິສັດ ຮ່ວມມືພັດທະນາ ບໍ່ແຮ່ ໄຊສົມບູນ ຈຳກັດ ພ້ອມດ້ວຍທິມງານ ເຂົ້າຮ່ວມຕ້ອນຮັບ.

ໂອກາດນີ້ ທ່ານ ວັນດີ ກວາລີວົງ ໄດ້ລາຍງານຫຍໍ້ການດໍາເນີນງານຂອງບໍລິສັດ ຮ່ວມມືພັດທະນາ ບໍ່ແຮ່ໄຊສົມບູນ ຈໍາກັດ ຊຶ່ງພາຍຫຼັງທີ່ເຊັນສັນຍາແລ້ວ ບໍລິສັດ ໄດ້ກ້າວສູ່ຂະບວນການຜະລິດໃນທ້າຍປີ 2023 ເປັນຕົ້ນມາ
.jpeg)
ໃນຕອນທ້າຍ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ເນັ້ນໜັກໃຫ້ ບໍລິສັດ ຈົ່ງເອົາໃຈໃສ່ພັດທະນາໂຄງການໃຫ້ເຕີບໃຫຍ່ຂະຫຍາຍຕົວ, ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້, ປະສານສົມທົບກັບກະຊວງ, ຂະແໜງ ການ ຂອງແຂວງທີ່ກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງ, ແກ້ໄຂບັນຫາ ແລະ ປ້ອງກັນຜົນກະທົບຕໍ່ຊັບພະຍາກອນທໍາມະຊາດ-ສັງຄົມ ( ນ້ຳ, ສິ່ງມີຊີວິດ ), ສືບຕໍ່ຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ໃນການປະ ກອບວິຊາຊີບຕ່າງໆຕາມຄວາມຮູ້, ຄວາມສາມາດ ຢູ່ໂຄງການຂອງ ບໍລິສັດ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ, ສົມ ທົບກັບຂະ ແໜງການທີ່ກ່ຽວຂ້ອງຂອງແຂວງ ສ້າງແຜນໃຫ້ພໍ່ແມ່ປະຊາຊົນພາຍໃນແຂວງ ທໍາການຜະລິດ (ພືດຜັກສະອາດ ສະໜອງໃຫ້ບໍລິສັດເປັນແຕ່ລະໄລຍະ) ແລະ ສຸມໃສ່ດໍາເນີນໂຄງການໃຫ້ໄປຕາມສັນຍາ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.
.jpeg)
ໃນຕອນເຊົ້າຂອງວັນທີ 19 ສິງຫາ 2026 ນີ້ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຢູ່ແຂວງໄຊສົມບູນ ໂດຍມີ ທ່ານ ພອຍຄຳ ຮຸ່ງບຸນຍວງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງໄຊສົມບູນ ພ້ອມດ້ວຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ອົງການ ກົມກອງ ອ້ອມຂ້າງແຂວງ ຕະຫຼອດຮອດບັນດາເມືອງ 5 ເມືອງ ເຂົ້າຮ່ວມ.
.jpeg)
ໂອກາດນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບສະພາບຈຸດພິເສດຂອງແຂວງ ການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ ຊຶ່ງພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ-ລັດຖະບານ, ຄະນະພັກ ຄະນະກຳມະການປົກຄອງແຂວງ, ສະພາປະຊາຊົນແຂວງ ໄດ້ສຸມທຸກຄວາມພະຍາຍາມນຳພາ-ຊີ້ນຳພັດທະນາແຂວງໄຊສົມບູນ ຢ່າງຮອບດ້ານ, ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍໃຫຍ່ ໃນການພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ຕາມ 5 ທ່າແຮງ, ເອົາໃຈໃສ່ນຳພາຄຸ້ມຄອງການລົງທຶນຂອງລັດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ສັນຍາ, ປັດຈຸບັນມີໂຄງການລົງທຶນທັງໝົດ 180 ໂຄງການຂັ້ນສູນກາງຄຸ້ມຄອງ 39 ໂຄງການ ແລະ ຂັ້ນແຂວງຄຸ້ມຄອງ 141 ໂຄງການ, ໄດ້ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ການສົ່ງເສີມການປູກຝັງ-ລ້ຽງສັດ, ໄດ້ສຸມໃສ່ຄຸ້ມຄອງ, ປັບປຸງ ແລະ ກໍ່ສ້າງເສັ້ນທາງຄົມມະນາຄົມໃນທົ່ວແຂວງ ຢ່າງເປັນປົກກະຕິ, ຂົງເຂດວັດທະນະທຳ-ສັງຄົມ ໄດ້ເອົາໃຈໃສ່ປັບປຸງລະບົບການຮຽນ-ການສອນ, ວຽກງານບໍລິຫານຄຸ້ມຄອງການສຶກສາ ແລະ ກິລາ ທຸກລະດັບ, ຍົກລະດັບການປິ່ນປົວສຸຂະພາບຂອງໂຮງໝໍແຂວງ, ໂຮງໝໍເມືອງ ແລະ ສຸກສາລາ ໃຫ້ມີຄຸນນະພາບດີຂຶ້ນ, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງປະຊາຊົນບັນດາເຜົ່າ ຕິດພັນກັບການທ່ອງທ່ຽວ, ນຳພາສ້າງຄອບຄົວ ແລະ ບ້ານວັດທະນະທຳ ບັນລຸຕາມແຜນການທີ່ວາງໄວ້. ສຳເລັດການສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ ຄົ້ນຄວ້າສ້າງຕັ້ງຕາແສງ ແລະ ປະກາດຕາແສງ ຕາມກົດໝາຍ ແລະ ເງື່ອນໄຂ ທົ່ວແຂວງມີທັງໝົດ 14 ຕາແສງ, ນຳພາຢ່າງແຂງແຮງ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ, ໄດ້ເອົາໃຈໃສ່ປະຕິບັດແຜນການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ໂດຍສະເພາະແມ່ນ ສສ ຫວຽດນາມ ແລະ ສປ ຈີນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະ ດຶງດູດການລົງທຶນເຂົ້າມາພັດທະນາ ແຂວງໄຊສົມບູນ.
.jpeg)
ໂອກາດທີ່ມີຄວາມໝາຍ-ຄວາມສຳຄັນນີ້ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສຳເລັດຢ່າງຮອບດ້ານ ທີ່ຍາດມາໄດ້ ພ້ອມທັງໄດ້ເນັ້ນໜັກໃຫ້ສືບຕໍ່ກຳແໜ້ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ເພີ່ມທະວີຄວາມສາມັກຄີພາຍໃນພັກ ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ເພີ່ມທະວີການນຳພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ປັບປຸງລະບົບການເມືອງ, ຍົກສູງບົດບາດການນຳພາຂອງພັກ ໃຫ້ເປັນແກນນຳຕໍ່ທຸກຂົງເຂດວຽກງານຢ່າງແທ້ຈິງ, ນຳພາ-ຊີ້ນຳວຽກງານກວດກາ, ກວດສອບໃຫ້ແທດເຖິງກວ່າເກົ່າ, ຈັດຕັ້ງປະຕິບັດມາດຕະການປ້ອງກັນ-ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາການຕັດໄມ້, ທຳລາຍປ່າ ຢ່າງຕັ້ງໜ້າ, ນຳພາແບບແຜນວິຖີດຳລົງຊີວິດໃໝ່ຂອງປະຊາຊົນ ກ້າວສູ່ການເສີມຂະຫຍາຍແນວຄິດປະຢັດມັດທະຍັດ ແລະ ເຂົ້າສູ່ການແຂ່ງຂັນບຸກບືນພັດທະນາຕົນເອງ ຕາມທິດຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ ຢ່າງບໍ່ຢຸດຢັ້ງ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026, ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຄະນະພັກ-ຄະນະນໍາ ເມືອງອານຸວົງ ຢູ່ຕາແສງອອມໂດຍການຕິຕາມຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງ ແຂວງໄຊສົມບູນ, ພ້ອມດ້ວຍ ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍການຕ້ອນຮັບຂອງ ທ່ານ ພັດທະນາ ສີສົມພອນ, ກຳມະການພັກແຂວງ, ເລຂາພັກເມືອງອະນຸວົງ, ທ່ານ ຈອງ ສົ່ງຫຼື, ເລຂາຄະນະພັກຕາແສງ, ປະທານຄະນະກຳມະການປົກຄອງ ຕາແສງອອມ ພ້ອມດ້ວຍຄະນະ ຕາແສງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນບ້ານອອມ ໃຫ້ການຕ້ອນຮັບ ຢູ່ສະໂມສອນຂອງຕາແສງ ຢ່າງອົບອຸ່ນ.
.jpeg)
ໃນໂອກາດນີ້ ທ່ານ ພັດທະນາ ສີສົມພອນ ໄດ້ລາຍງານຫຍໍ້ວຽກງານທີ່ພົ້ນເດັ່ນຂອງເມືອງອະນຸວົງ ເປັນຕົ້ນແມ່ນ ການນໍາພາ-ຊີ້ນຳ ວຽກງານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານວັດທະນະທຳ-ສັງຄົມ ຊຶ່ງການນຳພາ-ຊີ້ນຳດັ່ງກ່າວ ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມສາມັກຄີເປັນປຶກແຜ່ນ, ສັງຄົມມີຄວາມສະ ຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງເມືອງໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ສາມາດຈັດເກັບລາຍຮັບ ເຂົ້າງົບປະມານພາຍໃນ 8 ເດືອນຜ່ານມາໄດ້ທັງໝົດ 28,984 ຕື້ກວ່າກີບ ເທົ່າກັບ 57,40% ຂອງແຜນການປີ. ຈາກນັ້ນ, ທ່ານ ຈອງ ສົ່ງຫຼື ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງຄະນະກໍາມະການປົກຄອງ ຕາແສງອອມ ຊຶ່ງຕາແສງອອມ ກວມເອົາ 3 ບ້ານຄື: ບ້ານອອມ, ບ້ານກໍໄຮ ແລະ ບ້ານຖໍ້າໂລ້, ມີພົນລະເມືອງທັງໝົດ 4.998 ຄົນ, ຍິງ 2.466 ຄົນ ປະກອບດ້ວຍເຜົ່າລາວ, ເຜົ່າມົ້ງ ແລະ ເຜົ່າກຶມມຸ ປະຊາຊົນສ່ວນຫຼາຍທຳການຜະລິດ ດ້ວຍການປູກພຶດ-ການລ້ຽງສັດ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ, ແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເປັນກ້າວໆ, ນອກນີ້ ວຽກງານອື່ນໆ ກໍໄດ້ຈັດຕັ້ງປະຕິບັດສຳເລັດຕາມຄາດໝາຍທີ່ວາງໄວ້.

ໃນຕອນທ້າຍ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ຮຽກຮ້ອງມາຍັງ ຄະນະພັກ, ຄະນະກໍາມະການປົກຄອງ ຕາແສງອອມ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນ, ສ້າງເງື່ອນໄຂ ແລະ ໂອກາດ ເພື່ອເຮັດໃຫ້ຕາແສງໄດ້ຮັບການພັດທະນາຂຶ້ນເລື້ອຍໆ, ເພີ່ມທະວີການປຸກລະດົມ ປະຊາຊົນບັນດາເຜົ່າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດ, ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ນິຕິກໍາ ແລະ ເອກະສານທີ່ສໍາຄັນຕ່າງໆ ໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາ ຊົນບັນດາເຜົ່າຢູ່ຕາແສງອອມ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລ ຍະ, ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານ, ພັດທະນາຊົນນະບົດ ລົບລ້າງຄວາມທຸກຍາກຂອງປະຊາຊົນໃນຕາແສງອອມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ຊຸກຍູ້, ສົ່ງເສີມການຮຽນ-ການສອນຂອງໂຮງຮຽນຢູ່ຕາແສງ ໃຫ້ມີຄຸນນະພາບ, ສຶກສາອົບຮົມປະຊາຊົນບັນດາເຜົ່າໃຫ້ມີຄວາມເຂົ້າໃຈ ໂດຍສົ່ງລູກຫຼານຂອງຕົນ ເຂົ້າໂຮງຮຽນ ຕາມເກນອາຍຸໃຫ້ທົ່ວເຖິງ. ພ້ອມນີ້ ທ່ານ ກໍໄດ້ມອບເຄື່ອງອຸປະໂພກ ໃຫ້ແກ່ 4 ຕາແສງຂອງເມືອງອະນຸວົງ ຕື່ມອີກ ລວມມູນຄ່າທັງໝົດຈໍານວນ 120.000.000 ກີບ ຊຶ່ງຕາງໜ້າຮັບໂດຍ ທ່ານ ພັດທະນາ ສີສົມພອນ. ຈາກນັ້ນ ຄະນະທິມງານຂອງສູນກາງ ແລະ ແຂວງ, ເມືອງ ແລະ ຕາແສງອອມ ກໍໄດ້ໄປຢ້ຽມຊົມ ໂຮງງານຜະລິດຕະພັນກະສິກຳ, ພືດເປັນຢາໄຊສົມບູນ ແລະ ສວນໝາກກ້ຽງຂອງຄອບຄົວຕົວແບບ ຢູ່ບ້ານອອມ ຕື່ມອີກ.
.jpeg)
ໃນຕອນເຊົ້າຂອງວັນທີ 20 ສິງຫາ 2026 ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ໂຄງການພູຄໍາ ຂອງບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ບ້ານນໍ້າຍອນ, ເມືອງອະນຸວົງ ໂດຍການຕິດຕາມມີ ທ່ານ ທອງປະເສີດ ໄຊຍະລາດ, ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ພ້ອມດ້ວຍ ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ໂດຍການຕ້ອນຮັບຂອງ ທ່ານ ເດວິດ ຣີດ (David Reid), ຜູ້ອຳນວຍການໃຫຍ່ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ພ້ອມດ້ວຍທິມງານ ຂອງບໍລິສັດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
.jpeg)
ໃນໂອກາດນີ້ ທ່ານ ເດວິດ ຣີດ (David Reid) ໄດ້ກ່າວຕ້ອນຮັບ ແລະ ໄດ້ລາຍງານໂດຍຫຍໍ້ການດຳເນີນງານຂອງໂຄງການພູຄຳ ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມດຳເນີນມາແຕ່ປີ 2008 ແລະ ມີອາຍຸການດໍາເນີນໄປຈົນເຖິງປີ 2028

ໃນໂອກາດນີ້ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ມີຄໍາແນະນໍາແກ່ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ຈົ່ງສືບຕໍ່ຜັນຂະຫຍາຍແຜນການດຳເນີນງານໃນການຊຸກຍູ້, ຊ່ວຍເຫຼືອແຂວງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ໄດ້ເຂົ້າເຖິງການສຶກສາ ແລະ ຂະແໜງສາທາລະນະສຸກຢ່າງທົ່ວເຖິງ, ສືບຕໍ່ການພັດທະນາອະນຸລັກຮັກສາສິ່ງແວດລ້ອມ ແລະ ຊອກຫາພະລັງງານທົດແທນຄືນເຊັ່ນ: ດິນ, ນໍ້າ ແລະ ອື່ນໆ, ຍົກລະດັບຄຸນນະພາບຂອງແຮງງານພະນັກງານຄົນລາວ ແລະ ສົ່ງເສີມຄົນໃນທ້ອງຖິ່ນເຂົ້າມາເປັນພະນັກງານ ຂອງບໍລິສັດ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ເຂົາເຈົ້າມີລາຍຮັບເຂົ້າສູ່ຄອບຄົວ ເພື່ອພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ດີຂຶ້ນເທື່ອລະກ້າວ.

