07/10/2024

ໃນວັນທີ 4 ຕຸລາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ ພົບປະສອງຝ່າຍ ກັບ ທ່ານ ເອັມມາ ນຸຍແອນ ມາຄຣົງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ ແລະ ຄະນະ, ໃນໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດຝຣັງໂກໂຟນີ ຄັ້ງທີ 19 ທີ່ນະຄອນຫຼວງປາຣີ ສ ຝຣັ່ງ.
ທ່ານປະທານາທິບໍດີ ເອັມມາ ນຸຍແອນ ມາຄຣົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈ ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ຕອບຮັບການເຊື້ອເຊີນ ແລະ ສະລະເວລານຳພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັງໂກໂຟນີ ຄັ້ງທີ 19 ທີ່ນະຄອນຫຼວງປາຣີ ຄັ້ງນີ້, ເຖິງວ່າ ສປປ ລາວ ຈະຢູ່ໃນໄລຍະກະກຽມກອງປະຊຸມສຸດຍອດອາຊຽນ ໃນເວລາອັນໃກ້ນີ້. ພ້ອມດຽວກັນ, ກໍໄດ້ຕີລາຄາສູງ ແລະ ຊົມເຊີຍການເປັນເຈົ້າພາບ ຈັດກອງປະຊຸມດັ່ງກ່າວ ຂອງ ສປປ ລາວ ແລະ ໃຫ້ການສະໜັບສະໜູນ ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ທີ່ ສປປ ລາວ ຖືເປັນບຸລິມະສິດ ໃນກອງປະຊຸມ.
ໂອກາດນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ ທ່ານປະທານາທິ ບໍດີ ເອັມມາ ນຸຍແອນ ມາຄຣົງ ທີ່ໄດ້ເຊື້ອເຊີນ ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັງໂກໂຟນີ ຄັ້ງທີ 19 ທີ່ຝຣັ່ງ ເປັນເຈົ້າພາບ ແລະ ຊົມເຊີຍ ຝຣັ່ງ ໃນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຄັ້ງນີ້, ຊຶ່ງເປັນ ກອງປະຊຸມສໍາຄັນ ເພື່ອສົ່ງເສີມການພັດທະນາ ແລະ ການນໍາໃຊ້ ພາສາຝຣັ່ງ ໃນທົ່ວໂລກ. ພ້ອມທັງໄດ້ຊົມເຊີຍ ຕໍ່ປະເທດ ຝຣັ່ງ ທີ່ໄດ້ປະສົບຜົນສໍາເລັດ ໃນການຈັດງານ ມະຫາກຳກິລາໂອແລັມປິກ ແລະ ປາຣາແລັມປິກ 2024 ຜ່ານມາ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຂອງ ວົງຄະນະຍາດສາກົນ ແລະ ຊົມເຊີຍ ຕໍ່ຜົນສໍາເລັດ ໃນການພັດທະນາ ເສດຖະກິດ-ສັງຄົມຂອງຝຣັ່ງ ພາຍໃຕ້ການ ນໍາພາ-ຊີ້ນໍາຂອງ ທ່ານປະທານາທິບໍດີ ເອັມມາ ນຸຍແອນ ມາຄຣົງ ອັນໄດ້ເຮັດໃຫ້ປະເທດຝຣັ່ງ ສືບຕໍ່ມີບົດບາດທີ່ ພົ້ນເດັ່ນໃນເອີຣົບ ກໍຄື ໃນເວທີໂລກ. ພ້ອມກັນນີ້, ທ່ານປະທານປະເທດ ຍັງໄດ້ແຈ້ງສະພາບ ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ໂດຍລວມ ສັງຄົມມີສະຖຽນລະພາບ, ມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ການກະກຽມຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ເປັນເຈົ້າພາບ ໃນອັນໃກ້ນີ້.
ໃນການພົບປະ ສອງຝ່າຍຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືກັນ ໃນໄລຍະຜ່ານມາ ແລະ ມີຄວາມປິຕິຍິນດີ ທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ລາວ-ຝຣັ່ງ, ຝຣັ່ງ-ລາວ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຕະຫຼອດຫລາຍທົດສະວັດຜ່ານມາ, ສະແດງອອກ ສອງຝ່າຍ ໄດ້ມີການສະເຫລີມສະຫລອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຝຣັ່ງ, ຝຣັ່ງ-ລາວ ໃນປີ 2023 ຜ່ານມາ. ການຮ່ວມມືດ້ານການເມືອງ ສືບຕໍ່ເປັນປົກກະຕິ, ຮັກສາການແລກປ່ຽນຢ້ຽມຢາມ ຂອງການນໍາຂັ້ນສູງ ກໍຄື ປະຊາຊົນຂອງສອງປະເທດ; ດ້ານເສດຖະກິດ, ສອງຝ່າຍໄດ້ຮ່ວມກັນຊຸກຍູ້ສົ່ງເສີມ ຢ່າງຕັ້ງໜ້າ ໂດຍສະເພາະ ການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ຊຶ່ງ ຝຣັ່ງ ເປັນປະເທດອັນດັບຕົ້ນໆໃນຂົງເຂດເອີຣົບ ທີ່ລົງທຶນຢູ່ ສປປ ລາວ ໂດຍມີມູນຄ່າການລົງທຶນ 558 ລ້ານໂດລາສະຫະລັດ ໃນ 227 ໂຄງການ.
ໂອກາດດຽວກັນນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນຝຣັ່ງ ທີ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ແລະ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ຫວັງວ່າ ຝຣັ່ງ ຈະສືບຕໍ່ສະໜັບສະໜູນ ຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ.