
ໃນວັນທີ 18 ພຶດສະພາ 2022 ທີ່ຜ່ານມາ ທີ່ ຫໍປະຊຸມແຫ່ງຊາດ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວຄຳອວຍພອນ ເນື່ອງໃນວັນຄົບຮອບ 225 ປີ ແຫ່ງການສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງລັດ ແກຣ໌ແຊນ ແຫ່ງ ສະຫະພັນລັດເຊຍ ໂດຍເນື້ອໃນກ່າວວ່າ:
“ປີນີ້, ມະຫາວິທະຍາໄລສ້າງຄູແຫ່ງລັດ ແກຣ໌ແຊນ ພໍດີຄົບຮອບ 225 ປີ ຂອງການກໍ່ຕັ້ງ ນັບແຕ່ວັນນັ້ນມາເຖິງປະຈຸບັນ ນັບເປັນຊ່ວງເວລາທີ່ມີຄວາມຫມາຍສໍາຄັນຍິ່ງ ເພາະໄດ້ກວມເອົາຫຼາຍໄລຍະ ອັນເປັນປະຫວັດການ ເຊັ່ນ : ການປະຕິວັດ, ສົງຄາມ, ການປ່ຽນແປງລະບອບການເມືອງ ແລະ ສັງຄົມ ມາເປັນໄລຍະແຕກຕ່າງກັນ, ແຕ່ມະຫາວິທະຍາໄລສ້າງຄູແຫ່ງລັດແຫ່ງນີ້, ຍາມໃດກໍ່ຍັງຄົງຢູ່ຮ່ວມກັບຖັນແຖວສາດສະດາຈານ ທີ່ຊົງກຽດ ພ້ອມທັງຄູອາຈານ ແລະ ນັກສຶກສາ ທີ່ດີເດັ່ນຂອງຕົນຕະຫຼອດມາ.
ຂ້າພະເຈົ້າ ຢາກຈະລອງສໍານຶກເບິ່ງວ່າ ໃນຕະຫຼອດ 225 ປີ ຜ່ານມານັ້ນ, ມະຫາວິທະຍາໄລ ໄດ້ສ້າງນັກວິຊາການທີ່ມີຄວາມຮູ້ຄວາມສາມາດ, ສະຫຼາດສະຫຼຽວ, ມີພອນສະຫວັນ ແລະ ເປັນທີ່ຕ້ອງການຂອງສັງຄົມຈໍານວນຫຼວງຫຼາຍນັບບໍ່ຖ້ວນ ທີ່ຮຽນຈົບອອກຈາກຫ້ອງຮຽນ ຂອງອາຄານຮຽນ ທີ່ເກົ່າແກ່ ຂອງສະຖາບັນການສຶກສາແຫ່ງນີ້, ອາດເວົ້າໄດ້ວ່າເປັນຫຼາຍຫມື່ນຫຼາຍແສນຄົນມາແລ້ວ, ໃນນັ້ນໄດ້ມີ 17 ຄົນ ທີ່ເປັນນັກສຶກສາຈາກ ສປປ ລາວ.
ທ່ານ ແກຣ໌ແຊນ ຜູ້ເປັນທັງນັກຂ່າວ, ນັກປັດຊະຍາ ແລະ ເປັນນັກວິຊາການຄູຜູ້ຍິ່ງໃຫຍ່ຂອງລັດເຊຍ, ເຊິ່ງຊື່ເພິ່ນໄດ້ຖືກຂະຫນານນາມໄວ້ ໃຫ້ແກ່ມະຫາວິທະຍາໄລສ້າງຄູແຫ່ງລັດແຫ່ງນີ້ ໄດ້ຂຽນວ່າ : “ຖ້າຄົນເຮົາຈະເປັນຜູ້ຈົດຈໍາສິ່ງໃດຫນຶ່ງ ໃຫ້ດີໄດ້ນັ້ນ, ກ່ອນອື່ນຫມົດຕ້ອງເລີ່ມຈາກການທົບທວນຈົດຈໍາລ້ໍາລຶກເຖິງຕົວເອງໃຫ້ດີເສຍກ່ອນ”. ໃນຈໍານວນນັກສຶກສາລາວ ທີ່ໂຊກດີທັງ 17 ຄົນນັ້ນ, ໄດ້ມີຂ້າພະເຈົ້າເອງຜູ້ຫນຶ່ງ ຊື່ ທອງລຸນ ສີສຸລິດ ຜູ້ຫນຸ່ມນ້ອຍຢູ່ໃນນັ້ນ. ມາເຖິງມື້ນີ້ ເວລາໄດ້ຜ່ານໄປກວ່າ 40 ປີແລ້ວ, ແຕ່ ຂ້າພະເຈົ້າ ກໍ່ບໍ່ເຄີຍລືມໂຮງຮຽນເກົ່າຂອງຕົນເອງຈັກເທື່ອ ແລະ ຈະບໍ່ມີວັນຫຼົງລືມປະລິນຍາທີ່ໄດ້ຮັບນັ້ນໄດ້.
ເຖິງແມ່ນວ່າໄດ້ອໍາລາຈາກຄູອາຈານ ທີ່ເຄົາລົບຮັກທັງຫຼາຍມາດົນແລ້ວ, ແຕ່ຂ້າພະເຈົ້າ ຍັງຈື່ຈໍາບັນຍາກາດອັນອົບອຸ່ນ ແລະ ຄວາມເອົາໃຈໃສ່ ອັນໃກ້ຊິດ, ເປັນກັນເອງຖານສະຫາຍອ້າຍນ້ອງ ຂອງພວກເພິ່ນໃນຄາວນັ້ນ. ສິ່ງສໍາຄັນທີ່ສຸດ ແມ່ນພວກເພິ່ນໄດ້ເຮັດໃຫ້ບັນລຸຜົນໃນການເຮັດໃຫ້ດວງໃຈ ຂອງໄວຫນຸ່ມນັກສຶກສາ ເກີດມີຄວາມກະຕືລືລົ້ນຕໍ່ຊີວິດ ທີ່ມີອຸດົມການອັນງົດງາມ ແລະ ສູງສົ່ງ, ມີຄວາມດຶງດູດອັນແຮງກ້າ ຕໍ່ການສະແຫວງຫາຄວາມຮູ້ ແລະ ຮັກຄວາມເປັນທໍາ, ມີຄວາມຈິງໃຈຊ່ວຍເຫຼືອອູ້ມຊູເຊິ່ງກັນ ແລະ ກັນ, ນັ້ນແມ່ນສິ່ງທີ່ພວກເຮົາຮຽນໄດ້ ຈາກຄູອາຈານ ທີ່ເປັນຜູ້ຊ່ຽວຊານຢ່າງແທ້ຈິງ ຈາກນະຄອນເລນິນກຼາດ ແລະ ຢູ່ທົ່ວທຸກແຫ່ງ, ເພິ່ນໄດ້ສິດສອນໃຫ້ນັກສຶກສາລາວພວກເຮົາ ມີຄຸນທາດອັນລ້ໍາຄ່າດັ່ງກ່າວ ແລະ ກໍ່ຍ້ອນໄດ້ຮັບ ການສຶກສາ ຢູ່ສະຫະພາບໂຊວຽດນັ້ນເອງ ຫມູ່ເພື່ອນພວກເຮົາຈໍານວນບໍ່ຫນ້ອຍ ຈຶ່ງສາມາດປະກອບສ່ວນຢ່າງສົມກຽດ ເຂົ້າໃນການພັດທະນາ ສປປ ລາວ ມາ ເຖິງທຸກວັນນີ້.
ຂ້າພະເຈົ້າເອງ ຍາມໃດກໍ່ສໍານຶກເຖິງບຸນຄຸນຂອງບັນດາຄູອາຈານ ທີ່ ເຄົາລົບຮັກຂອງຕົນ ຢູ່ທີ່ນະຄອນເລນິນກຼາດວິລະຊົນ ທີ່ມີກຽດສະຫງ່ານັ້ນ, ສຸພາສິດລາວເຮົາເຄີຍເວົ້າວ່າ “ພົບຄົນດີມີສີແກ່ຕົວ”, ຄໍານີ້ສາມາດຢັ້ງຢືນໄດ້ວ່າ ຜູ້ທີ່ມີຄວາມສຸກທີ່ແທ້ຈິງນັ້ນແມ່ນຜູ້ທີ່ມີເພື່ອນແທ້ ແລະ ຈິງໃຈຂອງຊີວິດ, ເວລາທີ່ຮຽນຢູ່ມະຫາວິທະຍາໄລສ້າງຄູແຫ່ງລັດ ແກຣ໌ແຊນ ນີ້ເອງ, ຂ້າພະເຈົ້າ ຈຶ່ງໄດ້ຮັບຮູ້ວ່າ ມິດຕະພາບທີ່ບໍລິສຸດໃຈຢ່າງແທ້ຈິງນັ້ນເປັນແນວໃດ, ຈົນມາຮອດທຸກມື້ນີ້ ຂ້າພະເຈົ້າຍັງຖະນຸຖະຫນອມມິດຕະພາບ ທີ່ ເຄີຍມີກັບເພື່ອນທີ່ມີຊີວິດຮ່ວມໃນຄວາມເປັນນັກສຶກສາ ຢູ່ສະຫະພາບ ໂຊວຽດໃນຄາວນັ້ນຕະຫຼອດມາ.
ຂ້າພະເຈົ້າ ຮູ້ສຶກພາກພູມໃຈ ທີ່ມູນເຊື້ອອັນດີງາມແຫ່ງມິດຕະພາບ ລະຫວ່າງ ນັກສຶກສາລາວ ແລະ ລັດເຊຍ ຍັງຄົງສືບທອດຕໍ່ມາຈົນຮອດທຸກ ມື້ນີ້ ແລະ ຂ້າພະເຈົ້າ ກໍ່ເຊື່ອຫມັ້ນວ່າ ມະຫາວິທະຍາໄລສ້າງຄູແຫ່ງລັດ ແກຣ໌ແຊນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການກໍ່ສ້າງພະນັກງານ ວິຊາການ ໃນຂະແຫນງວິຊາການຕ່າງໆ, ພ້ອມທັງເຊື່ອຫມັ້ນວ່າ ຄວາມສໍາພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ລາວ ແລະ ລັດເຊຍ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ເຂັ້ມແຂງ ແລະ ຫມັ້ນຄົງ ເພື່ອຜົນປະໂຫຍດ ຂອງປະຊາຊົນທັງ 2 ຊາດພວກເຮົາ.
ຂໍອວຍພອນໃຫ້ບັນດາສາດສະດາຈານ, ຄູອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາທຸກທົ່ວຫນ້າຂອງມະຫາວິທະຍາໄລສ້າງຄູແຫ່ງລັດ ແກຣ໌ແຊນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ປະສົບຜົນສໍາເລັດອັນໃຫຍ່ຫຼວງໃນຫນ້າທີ່ວຽກງານ ແລະ ການສຶກສາຂອງຕົນ, ຂໍໃຫ້ປະຊາຊົນຂອງປະເທດ ຂອງ ພວກເຮົາທັງສອງ ຈົ່ງໄດ້ດໍາລົງຢູ່ພາຍໃຕ້ທ້ອງຟ້າສີຄາມແຫ່ງສັນຕິພາບດ້ວຍ.