
ໃນຕອນເຊົ້າ ວັນທີ 06 ພຶດສະພາ 2022 ຫ້ອງວ່າການສໍານັກງານປະທານປະເທດ ໄດ້ເປີດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂື້ນ ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສຳນັກງານປະທານປະເທດ, ພາຍໃຕ້ການເປັນປະທານໂດຍ ສະຫາຍ ນ. ເຂັມມະນີ ພົນເສນາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ. ມີຄະນະບໍລິຫານງານພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສປທ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ນ. ເຂັມມະນີ ພົນເສນາ, ໄດ້ມີຄຳເຫັນກ່ອນເປີດກອງປະຊຸມຢ່າງເປັນທາງການ ຮຽກຮ້ອງໃຫ້ສະມາຊິກພັກພະນັກງານ-ລັດຖະກອນຜູ້ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໃຫ້ເອົາໃຈໃສ່ຕັ້ງໃຈຮັບຟັງເຜີຍແຜ່-ແນະນຳເອກະສານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງ ແລະ ຂັ້ນ ຫສປທ ຄຸ້ມຄອງ ເພື່ອນຳເອົາໄປຈັດຕັ້ງປະຕິບັດໃນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງເພື່ອທາບທາມໃນຂັ້ນຕໍ່ໄປຕາມແຜນການເຄືອນໄຫວ.
ຈາກນັ້ນ; ສະຫາຍ ເພັດສະໝອນ ພັນທະວົງ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຄັ້ງຜ່ານມາ, ເຜີຍແຜ່ມະຕິ 032/ກມສພ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສະຫາຍ ໄດ້ຍົກໃຫ້ເຫັນ ການປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະຜ່ານມາ, ເຫັນໄດ້ຈຸດດີ,ຈຸດອ່ອນ,ບົດຮຽນຖອດຖອນໄດ້ ແລະ ທິດທາງແຜນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນຕໍ່ໄປ.
ຕໍ່ມາ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ, ກໍາມະການຄະນະບໍລິຫານງານພັກ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ຜ່ານຄຳແນະນຳ ເລກທີ 292/ຄຈສພ ລົງວັນທີ 26 ເມສາ 2018 ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ໂດຍໄດ້ຍົກໃຫ້ເຫັນເນື້ອໃນບາງມາດຕາ ແລະ ບາດກ້າວດຳເນີນການສ້າງແຜນກຳນົດພະນັກງານ ແລະ ສະຫາຍ ຄຳຕາ ລາດຊະວົງ, ຄະນະບໍລິຫານງານພັກ, ຫົວໜ້າກົມ ຈັດຕັ້ງ, ກວດກາ ແລະ ໂຄສະນາ ໄດ້ສະເໜີມາດຖານພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງ, ຂັ້ນ ຫສປທ ຄຸ້ມຄອງ ແລະ ແນະນຳວິທີການທາບທາມ ພະນັກງານຂັ້ນ ຫສປທ ຄຸ້ມຄອງ.
ຕອນທ້າຍກອງປະຊຸມ ແມ່ນໄດ້ຮັບການໂອລົມຈາກ ປະທານກອງປະຊຸມ ເຊິ່ງສະຫາຍໄດ້ຊີ້ນຳໃຫ້ສະມາຊິກພັກ ແລະ ພະນັກງານພາຍໃນຫ້ອງວ່າການສຳນັກງານປະທານປະເທດ ຈົ່ງພ້ອມກັນເຂົ້າຮ່ວມ ແລະ ເປັນເຈົ້າການໃນວຽກງານສ້າງແຜນກຳນົດພະນັກງານຄັ້ງນີ້ໃຫ້ໄດ້ຮັບຜົນດີ, ສຳເລັດຕາມເວລາທີ່ຄາດໝາຍໄວ້.