
ໃນຕອນເຊົ້າ ວັນທີ 30 ມີນາ 2022 ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ 1955 ຄົບຮອບ 67 ປີ; ວັນສ້າງຕັ້ງ ອົງການກວດກາພັກ-ລັດ ສປປ ລາວ ວັນທີ 16 ກຸມພາ 1982 ຄົບຮອບ 40 ປີ; ວັນສ້າງຕັ້ງກຳມະບານລາວ ວັນທີ 01 ກຸມພາ 1956 ຄົບຮອບ 66 ປີ ຢູ່ຫ້ອງງານລ້ຽງ (ຕຶກດອກບົວບານ) ທໍານຽບປະທານປະເທດ, ໂດຍໃຫ້ກຽດເປັນປະທານປາຖະກະຖາ ຂອງ ສະຫາຍ ນ. ເຂັມມະນີ ພົນເສນາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ. ມີສະມາຊິກພັກ, ພະນັກງານ, ສະມາຊິກກຳມະບານ ພາຍໃນ ຫສປທ ເຂົ້າຮ່ວມຮັບຟັງ.
ສະຫາຍ ນ. ເຂັມມະນີ ພົນເສນາ ,ໄດ້ຍົກໃຫ້ເຫັນການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ, ຜົນສຳເລັດແຫ່ງການຊີ້ນຳ-ນຳພາຂອງ ພັກປະຊາຊົນ ປະຕິວັດລາວ ແລະ ເສີມຂະຫຍາຍມູນເຊື້ອ ຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດ ໄລຍະ 67 ປີຜ່ານມາ, ທີ່ພັກເຮົາໄດ້ນຳພາ ການປະຕິວັດຊາດ ປະຊາທິປະໄຕ, ປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່ ຢ່າງສະຫຼາດສ່ອງໃສ.

ນອກຈາກນັ້ນ; ສະຫາຍ ເພັດສະໝອນ ພັນທະວົງ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ເຜີຍແຜ່ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ (16 ກຸມພາ 1982- 16 ກຸມພາ 2022) ສະຫາຍ ໄດ້ຍົກໃຫ້ເຫັນການສ້າງຕັ້ງອົງການກວດກາພັກ-ລັດ, ການເຕີບໃຫຍ່ຂະຫຍາຍຕົວຂອງອົງການກວດກາພັກ-ລັດ, ຜົນງານການເຄື່ອນໄຫວວຽກງານກວດກາໃນແຕ່ລະໄລຍະ ແລະ ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ
ຕໍ່ມາ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ, ກໍາມະການພັກ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ເຜີຍແຜ່ວັນສ້າງຕັ້ງກຳມະບານລາວ ຄົບຮອບ 66 ປີ (1 ກຸມພາ1956-1 ກຸມພາ 2022) ໂດຍໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງອົງການຈັດຕັ້ງກຳມະບານລາວ, ຜົນງານທີ່ພົ້ນເດັ່ນຂອງສະຫະພັນກຳມະບານລາວ ໃນໄລຍະ 66 ປີ ຜ່ານມາ, ທັດສະນະຂອງພັກຕໍ່ວຽກງານກຳມະບານ ແລະ ທິດທາງໃນການພັດທະນາສະຫະພັນກຳມະບານລາວໃນຕໍ່ໜ້າ.
ໃນການຈັດຕັ້ງເຜີຍແຜ່ຄັ້ງນີ້ ແມ່ນເພື່ອໃຫ້ບັນດາສະຫາຍສະມາຊິກພັກ, ກຳມະບານ ແລະ ພະນັກງານທົ່ວຫ້ອງວ່າການສຳນັກງານປະທານປະເທດ ໄດ້ຮັບຮູ້, ເຊື່ອມຊຶມຕໍ່ກັບ 03 ວັນສຳຄັນດັ່ງກ່າວ ເພື່ອນຳເອົາເນື້ອໃນຈິດໃຈໄປໝູນໃຊ້ເຂົ້າໃນວຽກງານທີ່ຖືກມອບໝາຍໃຫ້ມີຜົນສຳເລັດເປັນກ້າວໆ.
