
ໃນໂອກາດເຄື່ອນໄຫວຢ້ຽມຢາມ ແຂວງຜົ້ງສາລີ ລະຫວ່າງວັນທີ 8-9 ກຸມພາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານຜົນສຳເລັດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງອົງຄະນະພັກ ແຂວງຜົ້ງສາລີ ໃນໄລຍະຜ່ານມາຈາກ ທ່ານ ຄໍາຜອຍ ວັນນະສານ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ເຊິ່ງທ່ານໄດ້ລາຍງານວ່າ : ຜ່ານມາການນໍາແຂວງຜົ້ງສາລີ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ໄດ້ເອົາໃຈໃສ່ສືບຕໍ່ຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ແຂວງວາງອອກ ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ແກ້ໄຂບັນຫາປະກົດການ ຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ; ນຳພາວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ສົ່ງເສີມປະຊາຊົນ ທຳການຜະລິດກະສິກຳ ໃຫ້ເປັນສີນຄ້າ ຕາມສະພາບເງື່ອນໃຂ ຂອງແຕ່ລະຄອບຄົວ-ແຕ່ລະທ້ອງຖີ່ນ ເພື່ອສ້າງລາຍຮັບ, ສຸມໃສ່ການ ປຸງແຕ່ງ ເຄື່ອງຫັດຖະກໍາ ແລະ ອຸດສາຫະກໍາ ໃຫ້ເປັນສິນຄ້າໂອດອບ (ODOP); ຄຽງຄູ່ກັບບັນດາວຽກງານ ທີ່ກ່າວມາຂ້າງເທິງນັ້ນ ອຳນາດການປົກຄອງແຂວງ, ອຳນາດການປົກຄອງທ້ອງຖີ່ນ ແລະ ພະແນກການທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການຍົກສູງ ຄຸນນະພາບການສຶກສາ ຈາກຕົວເມືອງ ໄປສູ່ຊົນນະບົດ-ເຂດຫ່າງໄກສອກຫລີກ; ດ້ານວຽກງານສາທາລະນະສຸກ ແມ່ນໄດ້ສຸມທຶນຮອນ ເຂົ້າໃນການ ກໍ່ສ້າງພື້ນຖານ ໂຄງລ່າງທີ່ຈໍາເປັນ, ຈັດຕັ້ງປະຕິບັດກອງທຶນ ປະກັນສຸຂະພາບ ຢູ່ໂຮງໝໍຊຸມຊົນ, ເມືອງ, ໂຮງໝໍແຂວງ ຢ່າງກວ້າງຂວາງທົ່ວເຖິງ, ເອົາໃຈໃສ່ໃນການຄວບຄຸມ ການລະບາດຂອງ ພະຍາດໂຄວິດ-19 ໂດຍການມີສ່ວນຮ່ວມ ຂອງທຸກຄົນໃນທົ່ວສັງຄົມ ເປັນເຈົ້າການຈັດຕັ້ງປະຕິບັດ; ສົ່ງເສີມວຽກງານສາທາລະນະສຸກ ໃຫ້ມີຄຸນນະພາບ, ມີຖົງຢາປະຈໍາບ້ານ ເຮັດໃຫ້ປະຊາຊົນ ສາມາດເຂົ້າເຖິງການ ບໍລິການ ດ້ານສາທາລະນະສຸກ ໄດ້ໂດຍພື້ນຖານ; ເອົາໃຈໃສ່ປັບປຸງລະບົບ ຕາໜ່າງ ໂທລະຄົມມະນາຄົມ; ກໍ່ສ້າງບັນດາເສັ້ນທາງ ເຊື່ອມຕໍ່ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງ ໃຫ້ສາມາດທຽວໄດ້ສອງລະດູ ເພື່ອສ້າງສິ່ງອຳນວຍ ຄວາມສະດວກ ໃນການໄປ-ມາ ແລະ ຂົນສົ່ງສີນຄ້າ; ອົງຄະນະພັກແຂວງ ໄດ້ສຸມໃສ່ການປັບປຸງ ການຈັດຕັ້ງຂອງພັກ, ແບບແຜນວິທີເຮັດວຽກ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ ໃນຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ ຕາມຄວາມເໝາະສົມ, ກຳນົດແຜນດຳເນີນງານ ຂອງຄະນະປະຈໍາພັກແຂວງ ເພື່ອເປັນບ່ອນອີງ ໃນການນໍາພາ-ຊີ້ນໍາ ແລະ ບັນຊາ ຢູ່ຕາມຂະແໜງການຕ່າງໆ ຂອງແຂວງຕິດພັນກັບ ການສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັ້ກແໜ້ນ ເພື່ອເຮັດໃຫ້ແຂວງ ມີຄວາມສະຫງົບສຸກປອດໄພ.

ທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໃນການນໍາ ພາຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງ ຄະນະພັກແຂວງ ໄດ້ຮັບຜົນສໍາເລັດ ທີ່ເປັນພື້ນຖານຫລາຍດ້ານ, ຮັບປະກັນໃຫ້ທົ່ວແຂວງ ມີສະຖຽນລະພາບຢ່າງໜັກແໜ້ນ, ການພັດທະນາ ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພໍ່ແມ່ປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ ຊາວແຂວງຜົ້ງສາລີ ມີຄວາມຫ້າວຫັນ, ບຸກບືນສູ້ຊົນ ປະກອບສ່ວນເຂົ້າໃນ ການປະຕິບັດພາລະກິດ ປົກປັກຮັກສາ ແລະ ການສ້າງສາພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ ຍົກລະດັບດີຂຶ້ນເປັນກ້າວໆ; ພ້ອມກັນນັ້ນ ກໍໄດ້ເນັ້ນໜັກ ໃຫ້ສືບຕໍ່ຈັດຕັ້ງຜັນ ຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ໄດ້ກໍານົດອອກ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ການປະຕິບັດ 2 ວາລະແຫ່ງຊາດ ຕິດພັນ ກັບການຫັນປ່ຽນ ໃນວຽກງານພະນັກງານ ເຊິ່ງແຂວງ ໄດ້ຫັນເປັນອັນລະອຽດ ແລ້ວນັ້ນ ຕ້ອງສູ້ຊົນ ເຮັດໃຫ້ເດີນແມ່ນແລ່ນສະດວກ ແລະ ເກີດເປັນຮູບປະທໍາ; ເອົາໃຈໃສ່ການພັດທະນາ ເສດຖະກິດ, ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ຫລຸດລົງ, ບັນຫາສໍາຄັນຕ້ອງສ້າງ ໃຫ້ປະຊາຊົນ ມີລາຍຮັບ, ມີຜະລິດຕະພັນ, ສ້າງຜະລິດຕະພັນ ທີ່ມີຄວາມໝັ້ນທ່ຽງຍືນຍົງ; ໃຫ້ຊ່ວຍປະຊາຊົນ ໃຫ້ມີວິທີທໍາມາຫາກິນແບບໃໝ່, ໃຫ້ປະຊາຊົນ ມີຄວາມກະຕືລືລົ້ນ ເຮັດການຜະລິດ, ຮູ້ຄ້າຂາຍ, ຮູ້ສ້າງມູນຄ່າເພີ່ມ; ສືບຕໍ່ສຸມໃສ່ຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງ ທີ່ມີຂອງແຂວງ ເພື່ອບຸກທະລຸ ເຮັດໃຫ້ ການພັດທະນາ ຂອງແຂວງກ້າວຂຶ້ນ, ລົບລ້າງປົມດ້ອຍເປັນແຂວງພູດອຍ ບໍ່ມີທາງອອກ ໃນການພັດທະນາ; ຍູ້ແຮງການຮ່ວມມື ກັບບັນດາແຂວງ ຂອງບັນດາປະເທດເພື່ອນມິດ ເພື່ອໃຫ້ມີການແລກປ່ຽນການຄ້າຂາຍ, ຮ່ວມມືກັນ ໃຫ້ມີປະສິດທິຜົນ ແລະ ຫລາຍກວ່າເກົ່າ; ເອົາໃຈໃສ່ແກ້ໄຂ ບັນຫາຢາເສບຕິດ ເຊິ່ງເປັນໄພອັນຕະລາຍ ຕໍ່ສັງຄົມໂດຍສະເພາະ ຢາບ້າ, ເຮໂລອິນ, ການລັກລອບປູກຝິ່ນ… ໂດຍຖືເປັນ ແຜນວຽກສໍາຄັນ ໜຶ່ງຂອງແຂວງ, ເປັນໜ້າທີ່-ຄວາມຮັບຜິດຊອບ ແລະ ເປັນພາລະໜ້າທີ່ ຂອງໝົດທຸກຄົນ; ເອົາໃຈໃສ່ວຽກງານ ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ຕີຖອຍການສ້າງ ຄວາມແຕກແຍກ ຄວາມສາມັກຄີພາຍໃນພັກ ແລະ ໃນສັງຄົມ, ການສວຍໃຊ້ບັນຫາ ສາສະ ໜາ, ຊົນເຜົ່າ ມ້າງຄວາມສາມັກຄີ ລະຫວ່າງ ຂັ້ນເທິງກັບຂັ້ນລຸ່ມ, ລະຫວ່າງພະນັກງານ ກັບປະຊາຊົນ; ສືບຕໍ່ຍຶດໝັ້ນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງແຂວງວິລະຊົນ, ແຂວງປະຕິວັດ ກໍຄື ຄວາມສາມັກຄີເປັນປຶກແຜ່ນ ຂອງຄະນະພັກ, ຄະນະນໍາແຕ່ລະຂັ້ນ, ພະນັກງານ, ສະມາຊິກພັກ; ເອົາໃຈໃສ່ ນໍາພາການເມືອງແນວຄິດ ຂອງປະຊາຊົນບັນດາເຜົ່າ ໃນການຮັກສາມູນ ເຊື້ອດຸໝັ່ນ-ອາດຫານ ຂອງຄົນຮຸ່ນກ່ອນ ຊາວແຂວງຜົ້ງສາລີ ສ້າງມານັ້ນໃຫ້ໜັກແໜ້ນຢູ່ສະເໝີ; ຕ້ອງຍົກສູງບົດບາດ ນໍາພາຂອງພັກ, ຄະນະພັກ, ສະມາຊິກພັກ-ພະນັກງານ ຕ້ອງເປັນແບບຢ່າງນໍາໜ້າ, ປັບປຸງປ່ຽນແປງ ອັນທີ່ບໍ່ຖືກຕ້ອງ, ຂໍ້ຄົງຄ້າງຕ່າງໆ, ໃຫ້ປະຊາຊົນເປັນຜູ້ຕີລາຄາພະນັກງານ, ຕ້ອງຮັບປະກັນ ໃຫ້ພະນັກງານ ເປັນຜູ້ຮັບໃຊ້ ປະຊາຊົນ, ເຮັດໃຫ້ປະຊາຊົນ ມີຄວາມສົມບູນພູນສຸກຢ່າງແທ້ຈິງ.
ໃນໂອກາດທີ່ຢ້ຽມຢາມ ແຂວງຜົ້ງສາລີ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານ ທອງລຸນ ສີສຸລິດ ໄດ້ມອບເຄື່ອງມື ອຸປະກອນການແພດ ໃຫ້ແກ່ພະແນກສາທາລະນະສຸກແຂວງ ເພື່ອນຳໃຊ້ເຂົ້າ ໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ທີ່ພວມເປັນໄພຄຸກຄາມໃນປັດຈຸບັນ. ເຄື່ອງທີ່ນຳມາມອບປະກອບມີ ຜ້າອັດປາກ-ອັດດັງ, ເຈວລ້າງມື, ເຄື່ອງວັດແທກອຸນນະພູມຮ່າງກາຍ. ພ້ອມນີ້, ຍັງໄດ້ມອບອຸປະກອນ ການຮຽນ-ການສອນ ແລະ ອຸປະກອນກິລາ ຈຳນວນໜຶ່ງ ໃຫ້ແກ່ຄູ-ອາຈານ ແລະ ນ້ອງນັກຮຽນໂຮງຮຽນມັດທະຍົມສົມບຸນພູຟ້າ ເພື່ອນຳໃຊ້ເຂົ້າໃນ ການຮຽນ-ການສອນ. ໂອກາດນີ້, ທ່ານໄດ້ເໜັ້ນໃຫ້ຄູ-ອາຈານ ເອົາໃຈໃສ່ໃນການສິດສອນນັກຮຽນໃຫ້ມີຄຸນນະ ພາບ, ນຳໃຊ້ອຸປະກອນ ແລະ ຄວາມຮູ້ທີ່ຕົນມີ ໃຫ້ເກີດປະໂຫຍດສູງສຸດ ດ້ວຍການຖ່າຍທອດ ຄວາມຮູ້ໃຫ້ແກ່ນ້ອງ ນັກຮຽນຂອງຕົນ ເພື່ອເຮັດໃຫ້ເຂົາເຈົ້າເປັນຄົນດີ, ມີຄວາມຮູ້ຄວາມສາມາດ ແລະ ເປັນບຸກຄະລາກອນທີ່ດີ ປະກອບສ່ວນເຂົ້າໃນວຽກງານພັດທະນາສ້າງສາປະເທດຊາດ ໃນອະນາຄົດ.