
– ພໍ່ແມ່ ພີ່ນ້ອງ, ປວງຊົນລາວທັງຊາດ ທີ່ເຄົາລົບຮັກ !
– ເພື່ອນມິດສະຫາຍ ທີ່ນັບຖື ແລະ ຮັກແພງທັງຫຼາຍ !
ປີເກົ່າ ຄ.ສ 2021 ໃກ້ຈະຈາກພວກເຮົາໄປແລ້ວ, ປີໃຫມ່ ຄ.ສ 2022 ກໍ່ຈະ ໄດ້ມາແທນທີ່.
ປີ ຄ.ສ 2021 ຜ່ານມານັ້ນ, ມີຫຼາຍເຫດການສໍາຄັນໄດ້ເກີດຂຶ້ນ ໃນປະເທດ ຂອງພວກເຮົາ ທັງທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ… ຢ່າງທີ່ເຫັນ ປະຈັກຕາ ເຖິງວ່າປີຜ່ານມາ ພວກເຮົາໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າ ທາຍຫຼາຍປະການກໍ່ຕາມ, ແຕ່ປະເທດເຮົາກໍ່ຍັງສາມາດປົກປັກຮັກສາສະເຖຍລະພາບ ທາງການເມືອງ ໄວ້ໄດ້ຢ່າງຫນັກແຫນ້ນ, ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ ໃນລະດັບອັນແນ່ນອນ, ເສດຖະກິດ ກໍ່ມີບາດກ້າວຂະຫຍາຍຕົວຕາມທີ່ວາງແຜນເອົາ ໄວ້, ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນ, ປະຊາຊົນລາວ ໃນທົ່ວປະເທດ ໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າ ບັນດາອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ ດ້ວຍຄວາມເປັນເຈົ້າ, ປະຊາຊົນລາວໃນທົ່ວປະເທດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມະຕິຂອງພັກ, ນະໂຍບາຍຂອງລັດ, ຂໍ້ຕົກລົງຂອງສະພາແຫ່ງຊາດ ແລະ ແຜນປະຕິບັດງານ ຂອງລັດຖະບານ ໄດ້ເປັນຢ່າງດີ.
ປີໃຫມ່ ຄ.ສ 2022 ນີ້ ຈະເປັນປີຫນຶ່ງ ທີ່ປະເທດຊາດເຮົາ ຈະມີທັງຄວາມ ສະດວກ, ມີເງື່ອນໄຂຫຼາຍຂຶ້ນ ໃນການພັດທະນາປະເທດອັນແສນຮັກ ຂອງພວກ ເຮົາ ໃຫ້ມີບາດກ້າວໃຫມ່ ທີ່ດີຂຶ້ນຕື່ມອີກ, ແຕ່ເວລາດຽວກັນ ພວກເຮົາກໍ່ຍັງຈະປະ ເຊີນກັບອຸປະສັກ ແລະ ຄວາມທ້າທາຍຕ່າງໆ ທີ່ບໍ່ອາດຈະຫຼີກລ່ຽງໄດ້.
ດັ່ງນັ້ນ, ປີໃຫມ່ 2022 ນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທຸກຖ້ວນ ຫນ້າ ຈົ່ງສຸມທຸກກໍາລັງແຮງ, ກໍາລັງໃຈ ແລະ ສະຕິປັນຍາ ເຂົ້າໃນພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດເຮົາ ໃຫ້ບັນລຸຈຸດຫມາຍທີ່ວາງໄວ້, ນໍາເອົາ ປະເທດຊາດ ຂອງພວກເຮົາໄປສູ່ບາດກ້າວໃຫມ່ ຂອງການພັດທະນາ ເຮັດໃຫ້ປະຊາ ຊົນ ມີຄວາມຮົ່ມເຢັນເປັນສຸກ, ສັງຄົມມີຄວາມສະຫງົບ, ສັນຕິ ຕໍ່ໄປ.
ຂໍອວຍພອນອັນປະເສີດ ໃຫ້ທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ສົມບູນ ທັງກາຍ ແລະ ໃຈ, ມີຜົນສໍາເຫຼັດ ໃນຫນ້າທີ່ການງານ, ປາຖະຫນາສິ່ງໃດ ກໍ່ ໃຫ້ໄດ້ດັ່ງຄວາມມຸ້ງຫວັງທຸກປະການ.
ຂໍໃຫ້ການຕ້ອນຮັບປີໃຫມ່ ປີ ຄ.ສ 2022 ນີ້ ຈົ່ງເບີກບານມ່ວນຊື່ນ ແລະ ມີ ສະຕິຕໍ່ການປ້ອງກັນໄພອັນຕະລາຍ ຈາກ Covid-19 ດ້ວຍເທີ້ນ.
(ຂໍຂອບໃຈ)