ໃນວັນທີ 21 ທັນວາ 2021 ນີ້, ທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ, ໂດຍມີ ທ່ານ ຄຳພອຍ ວັນນະສານ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີບັນດາການນຳແຂວງ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ, ຊຶ່ງ ທ່ານ ຄຳພອຍ ວັນນະສານ ໄດ້ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຜົ້ງສາລີ, ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງແຂວງໂດຍ ສັງເຂບ ໃຫ້ ທ່ານຮອງປະທານປະເທດ ຮັບຊາບ.
ໃນໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ການນຳ ແລະ ພະນັກງານຫລັກແຫລ່ງຂອງແຂວງ ທີ່ສະໂມສອນຂອງແຂວງ, ຊຶ່ງ ທ່ານ ໄດ້ເນັ້ນໜັກຫລາຍບັນຫາສໍາຄັນ ເປັນຕົ້ນ ໃຫ້ອົງ ຄະນະພັກແຂວງຜົ້ງສາລີ ເອົາໃຈໃສ່ຫັນວຽກງານກົງຈັກພັກ-ພະນັກງານ ໃຫ້ເຂົ້າສູ່ລວງເລິກ ແລະ ມີການຫັນປ່ຽນຢ່າງຈະແຈ້ງ, ສືບຕໍ່ຊີ້ນໍາ-ນໍາພາ ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດທີ່ລັດຖະບານສຸມໃສ່, ພ້ອມທັງຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ເຮັດການຜະລິດກະສິກໍາໃຫ້ກາຍເປັນສິນຄ້າຕາມທ່າແຮງບົ່ມຊ້ອນຂອງປະຊາຊົນໃຫ້ຫລາຍຂຶ້ນ, ສືບຕໍ່ປົກປັກຮັກສາ ແລະ ສົ່ງເສີມມູນ ເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງທ້ອງຖິ່ນໃຫ້ຫລາຍຂຶ້ນ, ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.
.
ຫຼັງຈາກນັ້ນ, ທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກງານ ຢູ່ ແຂວງຫລວງນ້ຳທາ.
ໃນໂອກາດນີ້, ທ່ານ ຄຳໄຫລ ສີປະເສີດ ເລຂາພັກແຂວງ, ເຈົ້າແຂວງຫລວງນ້ຳທາ ໄດ້ລາຍງານສະພາບການພັດທະນາຂອງເມືອງໂດຍຫຍໍ້, ໂດຍສະເພາະ ແຜນພັດທະນາເສດຖະກິດ-ສັງຄົມ, ເຊິ່ງຈະໄດ້ສຸມໃສ່ຈັດຕັ້ງປະຕິບັດເປົ້າໝາຍຕົ້ນຕໍ, ວຽກງານຈຸດສຸມ, ການຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ. ສະຫາຍ ຄຳໄຫລ ສີປະເສີດ ໄດ້ໃຫ້ຮູ້ວ່າ: ພາຍຫລັງສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ກໍໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ປັບປຸງ-ກໍ່ສ້າງພັກ, ຄົ້ນຄວ້າບັນຈຸຊັບຊ້ອນໜ້າທີ່ວຽກງານ ເປັນຕົ້ນແມ່ນ ໄດ້ສ້າງຕັ້ງຄະນະພັກຮາກຖານໃໝ່, ສ້າງຕັ້ງໜ່ວຍພັກເອກະລາດ ແລະ ໜ່ວຍພັກຂຶ້ນກັບຄະນະພັກຮາກຖານຈໍານວນໜຶ່ງ; ໄດ້ຍຸບໜ່ວຍພັກ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມທັງມອບໂອນວຽກ ແລະ ພະນັກງານໄປຂຶ້ນກັບພະ ແນກການຕ່າງໆ ທີ່ກ່ຽວຂ້ອງ ມາຮອດປັດຈຸບັນ ແຂວງຫລວງນໍ້າທາ ມີ 5 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການ ປກຊ-ປກສ ແຂວງ, ມີ 90 ຄະນະພັກຮາກຖານ, 677 ໜ່ວຍພັກ; ມີສະມາຊິກພັກ ທັງໝົດ 12.833 ສະຫາຍ, ຍິງ 3.583 ສະຫາຍ, ທຽບໃສ່ ປີ 2020 ເພີ່ມຂຶ້ນ 101 ສະຫາຍ, ຍິງ 28 ສະຫາຍ; ມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 557 ໜ່ວຍພັກ ເທົ່າກັບ 83% ຂອງຈໍານວນໜ່ວຍພັກທັງໝົດ.
ໃນໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຄະນະພັກຄະນະນຳ ຂອງແຂວງເປັນ ຫົວຈັກຫລັກແຫລ່ງຊີ້ນຳ-ນຳພາ ໃນທຸກຂົງເຂດວຽກງານ; ໃຫ້ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເອົາໃຈໃສ່ເຊື່ອມຊຶມການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແກ້ໃຫ້ໄດ້ຕໍ່ກັບຜູ້ຜະລິດ, ຜູ້ຂາຍ, ຜູ້ເສບ ແລະ ຜູ້ມີສ່ວນຮູ້ຮ່ວມຄິດ; ສືບຕໍ່ເອົາໃຈໃສ່ວຽກງານປັບປຸງກຳລັງທະຫານ-ຕຳຫລວດ ແລະ ກຳລັງສຳຮອງ; ເອົາໃຈໃສ່ວຽກງານພັດ ທະນາດ້ານເສດຖະກິດ ກໍຄື ສືບຕໍ່ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ, ໂດຍຍູ້ແຮງການ ຜະລິດເປັນສິນຄ້າ ແລະ ນຳໃຊ້ທ່າແຮງບົ່ມຊ້ອນ. ໃນໂອກາດ ທີ່ ທ່ານມາເຄື່ອນໄຫວວຽກງານ ທາງຄະນະໄດ້ມອບອຸປະກອນການຮຽນປະກອບມີຖົງ, ສໍດໍາ, ປື້ມການຮຽນການສອນ, ລົດຖີບໃຫ້ແຂວງ ເພື່ອນຳໄປມອບໃຫ້ບັນດາໂຮງຮຽນ ທີ່ຍັງຂາດເຂີນ, ມອບຜ້າຫົ່ມ ແລະ ອຸປະກອນ ໃນການປ້ອງກັນເຊື້ອພະຍາດໂຄວິດ-19 ນຳອີກ.
.
ໃນເວລາຕໍ່ມາ, ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສືບຕໍ່ລົງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ, ໃຫ້ການຕ້ອນຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມທັງພະນັກງານການນຳຂອງແຂວງ. ໃນໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ກໍໄດ້ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ lX ຂອງອົງຄະນະພັກແຂວງອຸດົມໄຊ, ແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານປັບປຸງພາຍໃນພັກ, ກໍ່ສ້າງພະນັກງານ, ວຽກກວດກາ,ວຽກງານກໍ່ສ້າງຮາກຖານການເມືອງ, ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງແຂວງໂດຍສັງເຂບ.
ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ, ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມ ການນຳ ແລະ ພະນັກງານຫລັກແຫລ່ງຂອງແຂວງ ໂດຍໄດ້ເນັ້ນໜັກ 3 ບັນຫາສໍາຄັນທີ່ແຂວງຕ້ອງໄດ້ສືບຕໍ່ປະຕິບັດຄື: ເພີ່ມທະວີການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍສະເພາະແມ່ນວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ; ຍູ້ແຮງວຽກງານປັບປຸງພາຍໃນພັກ, ກໍ່ສ້າງພະນັກງານ ແລະ ເພີ່ມທະວີວຽກກວດກາ ໃຫ້ແຂງ ແຮງ, ຜັນຂະຫຍາຍຈິດໃຈຂອງກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ຜ່ານມາ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກພະນັກງານ ແລະ ສືບຕໍ່ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ ແລະ ເຂັ້ມແຂງ.
.

ໂອກາດດຽວກັນ, ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະກໍໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງງາ ແລະ ຢ້ຽມຢາມເບິ່ງສະຖານີລົດໄຟລາວ-ຈີນ ຂອງແຂວງອຸດົມໄຊ ພ້ອມໄດ້ມອບອຸປະກອນການຮຽນປະກອບມີ: ຖົງ, ສໍດຳ, ປື້ມຂຽນ, ລົດຖີບໃຫ້ ແຂວງອຸດົມໄຊ ເພື່ອນຳໄປມອບໃຫ້ບັນດາໂຮງຮຽນ ທີ່ຍັງຂາດເຂີນ, ມອບຜ້າຫົ່ມ ແລະ ອຸປະກອນຮັບໃຊ້ ໃນການປ້ອງກັນເຊື້ອພະຍາດໂຄວິດ-19 ອີກຈຳນວນໜຶ່ງ.