
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ອົງຄະນະພັກ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນ 16 ທັນວາ 2021 ທີ່ຫ້ອງປະຊຸມໃຫຍ່ດອກບົວບານ ຫ້ອງວ່າການສໍານັກງານປະທານປະເທດ ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ນ. ເຂັມມະນີ ພົນເສນາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຕາງໜ້າກົມການເມືອງສູນກາງພັກ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນ. ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີສະມາຊິກພັກ ແລະ ແຂກຖືກເຊີນເຂົ້່າຮ່ວມທັງໝົດ 76 ສະຫາຍ.
ກອງປະຊຸມ ສະຫາຍ ນ. ເຂັມມະນີ ພົນເສນາ ໄດ້ຜ່ານຮ່າງບົດລາຍງານການເມືອງ ເຊິ່ງໄດ້ຕີລາຄາການເຄື່ອນໄຫວນໍາພາ-ຊີ້ນໍາ ວຽກງານຕະຫຼອດໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງແຜນການ 5 ປີ (2021-2025), ໂດຍຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ເຊິ່ງສະແດງອອກໃນການສຶກສາອົບຮົມການເມືອງ-ແນວຄິດ ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ຄວາມໜັກແໜ້ນທາງດ້ານການເມືອງ, ຮັບຮູ້ເຂົ້າໃຈຕໍ່ມະຕິ, ຄໍາສັ່ງ, ລະບຽບຂອງພັກ, ກົົດໝາຍຂອງລັດ, ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທໍຳປະຕິບັດ. ປະຈຸບັນມີສະມາຊິກພັກທັງໝົດ 71 ສະຫາຍ, ຍິງ 32 ສະຫາຍ ເມື່ອທຽບໃສ່ເວລາດໍາເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ຂອງຄະນະພັກຮາກຖານ ຫສປທ ປີ 2015 ເພີ່ມຂຶ້ນ 36 ສະຫາຍ, ຍິງ 14 ສະຫາຍ ເທົ່າກັບ 52,17%; ສະມາຊິກສໍາຮອງ 12 ສະຫາຍ, ຍິ ງ 07 ສະຫາຍ; ໜ່ວຍພັກສາມາດຮັກສາໄດ້ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຢ່າງຕໍ່ເນື່ອງ; ຮັບໃຊ້ການເຄື່ອນໄຫວຢ້ຽມຢາມລັດຖະກິດຂອງທ່ານປະທານປະເທດຈໍານວນ 10 ຄັ້ງ, ຮັບແຂກການນໍາຂັ້ນສູງຂອງພັກ-ລັດຖະບານ, ສະພາແຫ່ງຊາດ 113 ຄັ້ງ; ຮັບການຍື່ນສານຕາຕັ້ງຂອງທູດຕານຸທູດ 96 ຄັ້ງ, ມອບສານຕາຕັ້ງໃຫ້ເອກອັກຄະລັດຖະທູດ-ຜູ້ຕາງໜ້າອົງການຈັດຕັ້ງສາກົນຂອງລາວ ໄປປະຈໍາການຢູ່ຕ່າງປະເທດ 30 ທ່ານ; ເຄື່ອນໄຫວວຽກງານພາຍໃນປະເທດ 91 ຄັ້ງ; ຮັບໃຊ້ການເຄື່ອນໄຫວທາງລັດຖະກິດຂອງທ່ານຮອງປະທານປະເທດ 59 ຄັ້ງ; ຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູຕານຸທູດ 37 ຄັ້ງ; ຄົ້ນຄວ້າ ແລະ ນໍາສະເໜີປະທານປະເທດ ພິຈາລະນາການອອກລັດຖະດໍລັດປະກາດໃຊ້ກົດໝາຍ 79 ສະບັບ, ລັດຖະບັນຍັດ 3 ສະບັບ, ປະກາດໃຫ້ສັດຕະຍາບັນແກ່ສັນຍາ ແລະ ສົນທິສັນຍາສາກົນ 27 ສະບັບ; ຄົ້ນຄວ້າ-ນໍາສະເຫນີການໃຫ້ອະໄພຍະໂທດ ຈໍານວນ 7.197 ຄົນ. ໄດ້ຄົ້ນຄ້ວາຄໍາຮ້ອງຂໍອະໄພຍະໂທດ ແກ່ນັກໂທດປະຫານຊີວິດ ມາເປັນໂທດຕະຫຼອດຊີວິດ ຈໍານວນ 49 ຄົນ; ໄດ້ຮັບຄໍາຮ້ອງທຸກຂໍຄວາມເປັນທໍາ, ຄໍາສະເຫນີຕ່າງໆຂອງພົນລະເມືອງ 166 ເລື່ອງ ແລະ ໄດ້ນໍາສົ່ງໃຫ້ພາກສ່ວນກ່ຽວຂ້ອງເພື່ອຄົ້ນຄ້ວາຕາມພາລະບົດບາດ 101 ສະບັບ, ຍັງຄ້າງ 65 ສະບັບ; ໄດ້ຄົ້ນຄວ້ານໍາສະເໜີ ອອກລັດຖະດໍາລັດ ວ່າດ້ວຍການປະດັບຫຼຽນໄຊ ປະເພດຕ່າງໆ 1.877 ສະບັບ, ຄົ້ນຄວ້າ-ນໍາສະເຫນີຂໍລາຍເຊັນປະທານປະເທດໃສ່ໃບຮັບປະກັນຫຼຽນໄຊແຕ່ລະປະເພດ 356.275 ໃບ, ໃບຢັ້ງຢືນນາມມະຍົດວິລະຊົນ-ນັກຮົບແຂ່ງຂັນແຫ່ງຊາດ 131 ໃບ; ຄຸ້ມຄອງເອກະສານທັງຮັບປະກັນໄດ້ຄວາມລັບ ແລະ ບັນທຶກເອກະສານຂາເຂົ້າຈາກພາກສ່ວນຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນໄດ້ 16.340 ສະບັບ ແລະ ເອກະສານຂາອອກຂອງຫ້ອງວ່າການສໍານັກງານປະທານປະເທດໄດ້ 2.792 ສະບັບ.
ຈາກນັ້ນ, ສະຫາຍ ເພັດສະໝອນ ພັນທະວົງ ກໍໄດ້ຂຶ້ນຜ່ານຮ່າງແຜນພັດທະນາ ຫສປທ ໄລຍະ 5 ປີຄື: ແຕ່ປີ 2021-2025 ເຊິ່ງປະກອບມີ 5 ແຜນພັດທະນາ 24 ໂຄງການ ແລະ 39 ກິດຈະກໍາ ແລະ ສະເໜີບົດສໍາຫຼວດການນໍາພາລວມຂອງຄະນະພັກຕຶ່ມອີກ.


ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ບົນພື້ນຖານ ມາດຖານເງື່ອນໄຂ ເຊິ່ງມີຜູ້ສະໜັກຮັບເລືອກຕັ້ງທັງໝົດ 07 ສະຫາຍ,ຍິງ 02 ສະຫາຍ ແລະ ເລືອກເອົາ 05 ສະຫາຍ, ຍິງ 02 ສະຫາຍຄື: ສະຫາຍ ນ. ເຂັມມະນີ ພົນເສນາ, ສະຫາຍ ເພັດສະໝອນ ພັນທະວົງ, ສະຫາຍນ. ອໍາມະລີ ຈັນທະພອນ, ສະຫາຍ ຄໍາຕາ ລາດຊະວົງ ແລະ ສະຫາຍ ສົມພຽງ ແກ້ວວິເສດ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກສະໄໝທີ I ໄດ້ເປັນເອກະສັນເລືອກເອົາສະຫາຍ ນ. ເຂັມມະນີ ພົນເສນາ ເປັນເລຂາຄະນະພັກ, ສະຫາຍ ເພັດສະໝອນ ພັນທະວົງ ເປັນຮອງເລຂາຄະນະພັກ, ສະຫາຍ ຄໍາຕາ ລາດຊະວົງ ເປັນປະທານກວດກາພັກ ແລະ ສະຫາຍ ວັນທອງ ນາກກະເສນ ເປັນຮອງປະທານກວດກາພັກ.

ຕອນທ້າຍກອງປະຊຸມ ສະຫາຍ ນ. ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງທີ່ຄະນະພັກ ຫສປທ ຊຸດຜ່ານມາຍາດມາໄດ້ຕະຫຼອດໄລຍະ 5 ປີ. ພ້ອມນັ້ນ ຍັງໄດ້ເນັ້ນໜັກບາງບັນຫາຄື: ຄະນະພັກຊຸດໃໝ່ຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ I ເຂົ້າສູ່ລວງເລິກໃນການປະຕິບັດວຽກງານຕົວຈິງຂອງແຕ່ລະກົມ; ເພີ່ມທະວີບົດບາດການນໍາພາຂອງຄະນະພັກແຕ່ລະຂັ້ນຕໍ່ວຽກງານການເມືອງ-ແນວຄິດ; ຍົກສູງພາລະບົດບາດການເປັນເສນາທິການ ໃນການຄົ້ນຄວ້າສັງລວມ ເອກະສານທີ່ສຳຄັນ; ເພີ່ມທະວີການຊີ້ນໍາຂອງຄະນະພັກ ຕໍ່ບັນດາກົມກ່ຽວຂ້ອງໃນການປະສານສົມທົບ ອົງການຕ່າງໆ; ເພີ່ມທະວີການຊີ້ນໍາຂອງຄະນະພັກ ຕໍ່ການຫັນເປັນທັນສະໄໝ ພາຍໃນວຽກງານ ຫສປທ; ເພີ່ມທະວີບົດບາດຊີ້ນໍາ-ຊຸກຍູ້, ຕິດຕາມກວດກາ ແລະ ປະເມີນຜົນຂອງຄະນະພັກ ຕໍ່ກັບແຕ່ລະໜ່ວຍພັກ ແລະ ສືບຕໍ່ປະຕິບັດມາດຕະການ ເຝົ້າລະວັງ, ສະກັດກັ້ນ, ການແຜ່ລະບາດພະຍາດ ໂຄວິດ-19.
