

ໃນວັນທີ 14 ຕຸລາ 2021 ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ແມ່ຍິງ ເອີຣົບ-ອາຊີ” ຄັ້ງທີ 3 ເຊິ່ງໄດ້ຈັດຂຶ້ນທີ່ເມືອງ ຊັງປີເຕີສະເບີກ, ສະຫະພັນ ຣັດເຊຍ ໂດຍໃນຮູບແບບທາງໄກ ຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ວາເລນຕີນາ ມັດວຽນໂກ, ປະທານສະພາສູງ ແຫ່ງ ສະຫະພັນ ຣັດເຊຍ, ຊຶ່ງກອງປະຊຸມດັ່ງກ່າວ ມີບັນດາແມ່ຍິງທີ່ເປັນການນຳຂັ້ນສູງພາກລັດ, ສະມາຊິກສະພາທີ່ເປັນແມ່ຍິງ, ຕາງໜ້າແມ່ຍິງ ທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ຈາກຫຼາຍປະເທດເຂົ້າຮ່ວມ. ພິເສດ ກອງປະຊຸມຄັ້ງນີ້ ຍັງໄດ້ມີການເຂົ້າຮ່ວມເປີດພິທີທາງການໂດຍ ພະນະທ່ານ ວະລາດີເມຍ ປູຕິນ, ປະທານາທິ ບໍດີ ແຫ່ງ ສະຫະພັນ ຣັດເຊຍ.
ໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວຄຳປາໄສໃນຫົວຂໍ້: “ພາລະກິດໂລກໃນຄວາມເປັນຈິງອັນໃໝ່”, ຊຶ່ງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການກະກຽມ ກອງປະຊຸມທີ່ມີຄວາມໝາຍສຳຄັນນີ້ ຂອງ ສະຫະພັນ ຣັດເຊຍ ໃນທ່າມກາງປະຊາຊາດໃນໂລກ ພວມປະເຊີນໜ້າກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ເຊີ່ງພວມສົ່ງຜົນສະທ້ອນໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດຳລົງຊີວິດຂອງປະຊາຊົນບັນດາປະເທດໃນໂລກ ບວກກັບການການຜັນແປ ຂອງສະພາບການໃນພາກພື້ນ ແລະ ໃນໂລກທີ່ນັບມື້ນັບສັບສົນ ແລະ ສະຫຼັບຊັບຊ້ອນເຊີ່ງທັງໝົດເຫຼົ່ານີ້ໄດ້ເປັນການເລັ່ງທວງໃຫ້ບັນດາປະເທດຕ່າງໆ ຕ້ອງໄດ້ມີການຮ່ວມມືກັນເພື່ອເອົາຊະນະກັບພະຍາດດັ່ງກ່າວ, ເຮັດໃຫ້ຊີວິດຂອງປະຊາຊົນປະເທດຕ່າງໆກັບສູ່ສະພາບປົກກະຕິອັນໃໝ່.
ການກ່າວຄຳປາໄສຂອງ ພະນະທ່ານ ຮອງປະທານປະເທດ ປານີ ຢາທໍ່ຕູ້ ໃນເທື່ອນີ້ ໄດ້ເນັ້ນໃສ່ ການປ່ຽນແປງທາງສັງຄົມ 2030 ພາລະກິດຂອງແມ່ຍິງເພື່ອບັນລຸການພັດທະນາແບບຍືນຍົງກວມ ລວມ ຊຶ່ງທ່ານໄດ້ກ່າວວ່າ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາແບບຍືນຍົງ, ກວມລວມ ແລະ ຖືນະໂຍບາຍດັ່ງກ່າວ ເປັນເປົ້າໝາຍ ແລະ ເປັນກໍາລັງດັນ ເພື່ອນໍາເອົາປະເທດຊາດ ຫຼຸດພົ້ນອອກຈາກສະພາບຄວາມດ້ອຍພັດທະນາ. ພ້ອມນັ້ນ, ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດບັນ ດາແຜນຍຸດທະສາດ ຂອງລັດຖະບານ ທີ່ປະກາດໃຊ້ຫຼາຍນິຕິກໍາ ເພື່ອເປັນເຄື່ອງມືຄຸ້ມຄອງລັດ ແລະ ຮັບປະກັນ ການສົ່ງເສີມ ແລະ ປົກປ້ອງ ສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ໂດຍຄຽງຄູ່ກັບການເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ່ອົງການສະຫະປະຊາຊາດວາງອອກ, ຍົກໃຫ້ເຫັນບົດບາດຂອງແມ່ຍິງທີ່ສາມາດປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນຫຼາຍຂົງເຂດວຽກງານ ນັບມື້ນັບເພີ່ມຂຶ້ນ ເຊິ່ງສະແດງອອກໃນອັດຕາສ່ວນຂອງແມ່ຍິງ ເຂົ້າຮ່ວມໃນອົງການນິຕິບັນຍັດ, ລັດຖະບານ, ອຳນາດການປົກຄອງຂັ້ນທ້ອງຖິ່ນ, ພິເສດ ປີ 2021 ສປປ ລາວ ໄດ້ຖືກຈັດຢູ່ໃນອັນດັບທີ 37 ຂອງໂລກ ແລະ ອັນດັບທີ 2 ຂອງອາຊຽນ ໃນດ້ານບົດບາດຂອງແມ່ຍິງໃນເວທີການເມືອງ.
ການເຂົ້າຮ່ວມກອງປະຊຸມດັ່ງກ່າວແມ່ນເປັນຄັ້ງທີ່ 3 ທີ່ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເຂົ້າຮ່ວມນັບແຕ່ເຄີຍດຳລົງຕຳແໜ່ງເປັນ ປະທານສະພາແຫ່ງຊາດລາວ ເຊິ່ງການປາໄສແຕ່ລະຄັ້ງ ໄດ້ສະແດງໃຫ້ເຫັນວິໄສທັດທີ່ສອດຄ່ອງກັບສະພາບຕົວຈິງ ແລະ ເປັນໂອກາດອັນດີໃຫ້ແກ່ບັນດາຜູ້ນຳຍິງ ໃນພາກພື້ນ ຂອງພວກເຮົາ ໄດ້ແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາຊ່ອງທາງໃນການຊຸກຍູ້, ເສີມຂະຫຍາຍການພົວພັນຮ່ວມມືໂດຍການພັດທະນາ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮ່ວມແຮງຮ່ວມໃຈກັນ ພວກເຮົາ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຕາມວາລະ ປີ 2030. ພ້ອມນີ້, ຍັງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ໃຫ້ກວ້າງຂວາງແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າ.