
ໃນວັນທີ 23 ສິງຫາ 2021 ທີ່ຜ່ານມາ ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານ ລ໊ອດຕ໋ອດດຳບາ ກັກບັດລັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈໍາ ສປປ ລາວ ເນື່ອງໃນໂອກາດທີ່ທ່ານສຳເລັດໜ້າທີ່ການທູດຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ການທູດຂອງ ທ່ານ ລ໊ອດຕ໋ອດດຳບາ ກັກບັດລັກ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ມີບົດບາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມອວຍພອນໃຫ້ແກ່ ທ່ານທູດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃໝ່ອັນມີກຽດຂອງທ່ານ.
ພ້ອມນີ້, ທ່ານ ລ໊ອດຕ໋ອດດຳບາ ກັກບັດລັກ ກໍໄດ້ສະເເດງຄວາມຂອບໃຈຕໍ່ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ມາຍັງບັນດາການນຳ ພັກ-ລັດຖະບານ ກໍຄື ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.