ໃນວັນທີ 10 ສິງຫາ 2021 ທີ່ສະພາແຫ່ງຊາດ, ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 9-10 ສິງຫາ 2021.

ສະຫາຍ ນາງ ປານີ ຢາທໍ່ຕູ້ (ຊ້າຍ) ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຫງວຽນ ຊວັນ ຟຸກ (ຂວາ)
ໃນວັນທີ 10 ສິງຫາ 2021 ທີ່ສະພາແຫ່ງຊາດ
ໂອກາດນີ້, ສະຫາຍ ຮອງປະທານປະເທດ ປານີ ຢາທໍ່ຕູ້ ສະແດງຄວາມຮູ້ສຶກດີໃຈ ແລະ ຮູ້ສຶກເປັນເປັນກຽດ ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບຄວາມເຊື່ອໝັ້ນຈາກ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເລືອກຕັ້ງ ສະຫາຍ ເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ເຊື່ອໝັ້ນວ່າດ້ວຍປະສົບການຂອງສະຫາຍ ທີ່ເຄີຍເປັນນາຍົກລັດຖະມົນຕີ ຈະສາມາດນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ສະແດງຄວາມຊົມເຊີຍຜົນສຳເລັດຂອງການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ຫງວຽນ ຊວັນ ຟຸກ ແລະ ຕີລາຄາສູງການຢ້ຽມຢາມໃນຄັ້ງນີ້ ແມ່ນເປັນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ມູນເຊື້ອອັນດີງາມໃນເງື່ອນໄຂໃໝ່. ໃນຖານະທີ່ເຄີຍມີສ່ວນຮ່ວມໃນການສ້າງຫໍສະພາແຫ່ງຊາດ ຂໍສະແດງຄວາມຂອບໃຈ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ເຮັດໃຫ້ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ໄດ້ສຳເລັດ ແລະ ເປີດນຳໃຊ້. ພ້ອມດຽວກັນນີ້, ສະຫາຍ ຮອງປະທານປະເທດ ປານີ ຢາທໍ່ຕູ້ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດ ໃນການສ້າງສາພັດທະນາປະເທດຊາດທີ່ ສະຫາຍ ຫວຽດນາມອ້າຍນ້ອງຍາດມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ.
ທ່ານຮອງປະທານປະເທດ ໄດ້ຖືໂອກາດດັ່ງ ກ່າວ, ຝາກຄວາມຢື້ຢາມຖາມຂ່າວໄປຍັງ ສະຫາຍ ນາງ ຫວໍ ທິ້ ແອງ ຊວັນ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ. ອວຍພອນໃຫ້ ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃນການຊີ້ນຳ ນຳພາປະເທດຫວຽດນາມກ້າວຂື້ນ ຕາມເປົ້າຫມາຍທີ່ວາງໄວ້ ເປັນແບບຢ່າງໃຫ້ແກ່ຄົນຮຸ້ນຕໍ່ໄປ ໃນການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອດີງາມຂອງສອງຊາດ ລາວ-ຫວຽດນາມ. ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.
ໃນໂອກາດດຽວກັນ, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ໄດ້ເນັ້ນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ໄດ້ຢັ້ງຢືນການໃຫ້ບູລິມະສິດສູງສຸດ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຖືກພິຈາລະນາເປັນຊັບສົມບັດທີ່ລໍ້າຄ່າຂອງສອງຊາດ ແລະ ເປັນກົດເກນແຫ່ງການພັດທະນາລວມຂອງສອງປະເທດລາວ- ຫວຽດນາມ. ສຳລັບການກໍ່ສ້າງຫໍສະພາແຫ່ງຊາດລາວ ສອງຝ່າຍພວກເຮົາ ແມ່ນໄດ້ເອົາໃຈໃສ່ຢ່າງໃກ້ຊິດ. ພ້ອມນີ້, ສະຫາຍ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງ ສະຫາຍ ເລຂາທິການໃຫຍ່ ມາຍັງ ສະຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ຖືໂອກາດດັ່ງກ່າວເຊື້ອເຊີນ ສະຫາຍ ຮອງປະທານປະເທດ ປານີ ຢາທໍ່ຕູ້ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ໃນເວລາທີ່ສະດວກ ແລະ ເໝາະສົມ.
…..