
ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ
ກ່າວຄຳເຫັນທີ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດ IX
ໃນວັນທີ 10 ສິງຫາ 2021 ທີ່ຜ່ານມາ ທີ່ຫໍສະພາແຫ່ງຊາດ ສະຫາຍ ຫງວຽນ ຊວັນ ຟຸກ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ກ່າວຄຳເຫັນທີ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດ IX ເນື່ອງໃນໂອກາດໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 9-10 ສິງຫາ 2021 ຊື່ງສະຫາຍໄດ້ກ່າວຄຳເຫັນດັ່ງນີ້:
- ຮຽນສະຫາຍ ທອງລຸນສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
- ຮຽນສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
- ຮຽນ ບັນດາຜູ້ແທນສະມາຊິກ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
- ຮຽນບັນດາສະຫາຍ ລາວ ແລະ ຫວຽດນາມ ທີ່ຮັກແພງ,
ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຮ່ວມ ກັບບັນດາສະຫາຍການນຳລາວ ໃນພິທີເປີດນໍາໃຊ້ ແລະ ມອບ-ຮັບອາຄານສະພາແຫ່ງຊາດຫຼັງໃໝ່ ທີ່ເປັນຂອງຂວັນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ, ເປັນສັນຍາລັກແຫ່ງສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ-ລາວ.